ສະຖານະການ ຢາເສບຕິດ ເຂດ ຂ. ສວັນນະເຂດ ຍິ່ງ ຮຸນແຮງ

ຫ້ອງການ ປາບປາມ ຢາເສບຕິດ ສວັນນະເຂດ ຢືນຢັນ ວ່າ ສະຖານະການ ຢາເສບຕິດ ຕາມເຂດ ແດນ ຢູ່ ໃນ ຄວາມສງົບ; ແຕ່ ຫຼາຍ ພາກສ່ວນ ກ່ຽວຂ້ອງ ຈາກ ໄທແລະ ນາໆຊາດ ຢືນຢັນ ວ່າ ສະຖານະການ ຢາເສບຕິດ ໃນ ລາວ ຮຸນແຮງ.
ວຽງໄຊ ຣາຍງານ
2008.06.05

ຢາເສບຕິດ ໃນ ລາວ, ໂດຍສະເພາະ ໃນ ແຂວງ ສວັນນະເຂດ ແລະ ແຂວງ ອື່ນໆ ທາງ ພາກໃຕ້, ກາຍເປັນ ສິນຄ້າ ສົ່ງອອກ ທີ່ ຜິດກົດໝາຍ ແລະເຈົ້າໜ້າທີ່ ຈາກ ຝັ່ງໄທ ໄດ້ ຈັບກຸມໄດ້ ເປັນ ປະຈຳ ຂນະ ລັກລອບ ຂົນ ຜ່ານແດນ ຊຶ່ງ ຜູ້ສື່ຂ່າວ ໄດ້ຕິດຕໍ່ ເພື່ອ ຊັກຖາມ ໄປຍັງ ໜ່ວຍງານ ປ້ອງກັນ ແລະ ປາບປາມ ຢາເສບຕິດ ແຂວງ ສວັນນະເຂດ ວ່າ ເປັນ ຄວາມຈິງ ຫຼື ບໍ່ ທີ່ ສະຖານະການ ຢາເສບຕິດ ໃນ ແຂວງ ດັ່ງກ່າວ ຍັງ ຄວບຄຸມ ບໍ່ໄດ້ ຊຶ່ງເຈົ້າໜ້າທີ່ ກ່ຽວຂ້ອງ ພັດ ແຈ້ງວ່າ ບໍ່ມີ ເຫດການ ຜິດປົກກະຕິ ແນວໃດ ເກີດຂຶ້ນ.

“ແຕ່ວ່າ ເຣື້ອງ ການຈັບກຸມ ນີ້, ຖືວ່າ ກໍ ບໍ່ມີ. ຖືວ່າ ກໍ ຍັງ ບໍ່ທັນ ມີຫຍັງ ເພາະວ່າ ພວກເຮົາ ກໍ ລົງໄປ ແຕ່ລະເມືອງ, ກໍ ຖືວ່າ ຂັ້ນ ພື້ນຖານ, ຂັ້ນບ້ານ, ຂັ້ນເມືອງ ເພິ່ນ ບໍ່ທັນ ໄດ້ຣາຍງານວ່າ ມີ.”

ເຈົ້າໜ້າທີ່ ກ່ຽວຂ້ອງ ຍັງໃຫ້ ລາຍລະອຽດ ວ່າ ໃນ ລະຍະ ຫຼັງໆ ນີ້, ເຈົ້າໜ້າທີ່ ຍັງ ບໍ່ມີ ການ ລາຍງານ ວ່າ ຈັບກຸມ ນັກຄ້າ ຢາເສບຕິດໃດໆ ແລະ ສະຖານະການ ກໍ ຍັງຢູ່ ໃນ ຄວາມສງົບຮຽບຮ້ອຍ ດີ.

ຢ່າງໃດກໍ່ຕາມ, ແນວ ຊາຍແດນ ທີ່ ຍາວກວ່າ 300 Km ເປັນ ອຸປະສັກ ສຳຄັນ ທີ່ ເຮັດໃຫ້ ການລາດຕະເວນ ເພື່ອ ນຳຈັບ ຜູ້ລັກລອບ ຄ້າຢາເສບຕິດ ເຮັດໄດ້ຍາກ ເພາະ ຜູ້ຄ້າຢາ ຈາກສປປ.ລາວ ສ່ວນໃຫຍ່ ເປັນ ຂະບວນການ ຂນາດກາງ, ຂນາດນ້ອຍ ໂດຍມີ ຊາວບ້ານ ໃນ ເຂດນັ້ນ ເຕັມໃຈ ຮັບຈ້າງ ຂົນ ຢາເສບຕິດ ແບບ ກອງທັບ ມົດ ຜ່ານ ທາງ ຊາຍແດນ ທາງ ດ່ານ ແລະ ທາງລັບ ຊຶ່ງ ຈຳນວນ ກອງທັບ ມົດ ມີ ຫຼາຍ ເກີນກວ່າ ກຳລັງ ເຈົ້າໜ້າທີ່ ຈະກວດສອບ ໄດ້ທົ່ວເຖິງ.

ໃນ ຂນະ ດຽວກັນ, ທາງ ຝ່າຍ ເຈົ້າໜ້າທີ່ ຈາກ ດ່ານພາສີ ແຂວງ ມຸກດາຫານ ຂອງ ໄທ ບໍຣິເວນ ຂົວ ມິຕພາບລາວ - ໄທ ແຫ່ງ ທີ 2 ໄດ້ ເຜີຍ ລາຍລະອຽດ ວ່າ ມີ ການຈັບກຸມ ນັກຄ້າ ຢາເສບຕິດ ໄດ້ ເປັນປະຈຳ, ໂດຍສະເພາະ ຜູ້ລັກລອບ ຄ້າຢາບ້າ ມາຈາກ ຝັ່ງລາວ ແລະ ຍັງມີ ຢ່າງຕໍ່ເນື່ອງ ຊຶ່ງກໍ ໜ້າສົງໄສ ວ່າ ເປັນຫຍັງ ເຈົ້າໜ້າທີ່ ກ່ຽວຂ້ອງ ຈາກ ຝັ່ງລາວຈຶ່ງ ເວົ້າວ່າ ສະຖານະການ ປົກກະຕິ; ແຕ່ ເຊື່ອວ່າ ຝ່າຍລາວ ມີ ເຈົ້າໜ້າທີ່ ໜ້ອຍ ຈຶ່ງ ບໍ່ສາມາດ ກວດກາ ໄດ້ທົ່ວເຖິງ.

“ບັນຫາ ນີ້, ເຂົາ ຈິງຈັງ ໃນ ຣະດັບ ຣັຖບານ; ແຕ່ວ່າ ການປະຕິບັດ ຍັງໜ້ອຍ ຢູ່. ເຂົາ ກໍ ເອົາຈິງ ເອົາຈັງ ເປັນ ກໍຣະນີ ໄປ. ຕຳຣວດ ກໍ່ມີ 200 -300, ມັນໜ້ອຍ.”

ທ່ານ ເວົ້າວ່າ ເຂົາເຈົ້າ ຈິງຈັງ ໃນ ຣະດັບ ຣັຖບານ; ແຕ່ວ່າ ການປະຕິບັດ ຍັງໜ້ອຍ ຢູ່. ເຂົາເຈົ້າ ກໍ ເອົາຈິງ ເອົາຈັງ ເປັນ ກໍຣະນີ ໄປ. ຕຳຣວດ ກໍ 200 -300 ຄົນ, ຊຶ່ງ ນັບວ່າ ໜ້ອຍ. ໃນ ອະນາຄົດ ຄາດວ່າ ລາວ -ໄທ ຈະປັບ ແຜນຮັບມື ເພາະ ໄດ້ຮູ້ ຊ່ອງທາງ ໂດຍ ລະອຽດ ຂອງ ກອງທັບ ມົດ ທັງໝົດ ແລະ ວ່າ ນະໂຍບາຍ ປ້ອງກັນ ຢາເສບຕິດ ຕາມ ແນວຊາຍແດນ ທີ່ ເຂັ້ມງວດ ຈະ ສາມາດ ເຮັດໃຫ້ ພວກ ຜູ້ຄ້າ ຢ້ານ ແລະ ລຸດ ຈຳນວນ ລົງໃນທີ່ສຸດ.

ຄຳສັບ ຊອກຫາຂໍ້ມູນ: ຢາເສບຕິດ drug

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.