ເຊື່ອງ ຊື້ຂາຍ ຕໍ່ຣາຄາ ຢາເສບຕິດ ຕາມ ຊາຍແດນ ລາວ -ໄທ
2008.06.02
ໃນ ຣະຍະ ຫລັງໆ ມານີ້F ສປປລາວ ຖືວ່າ ເປັນ ທາງຜ່ານ ສຳລັບ ຂບວນ ການ ຄ້າ ຢາເສບຕິດ ໃນ ຂົງເຂດ. ແມ້ນວ່າ ຣັຖບານ ລາວ ແລະ ໄທ ຈະ ພຍາຍາມສກັດກັ້ນ ປານໃດ ກໍຕາມ; ແຕ່ ກໍ ຍັງມີ ການລັກລອບ ນຳເຂົ້າມາ ຢ່າງ ບໍຂາດສາຍ, ສ່ວນໃຫຍ່ ກໍ ຈະແມ່ນ ຕາມ ເຂດ ຊາຍແດນ ລະຫວ່າງ 2 ປະເທດ ທີ່ມີສາງ ສະສົມ ຢາເສບຕິດ ປະເພດ ຕ່າງໆ ພ້ອມແລ້ວ ທີ່ ຈະ ນຳເຂົ້າມາ ປະເທດໄທ ໄດ້ ທຸກເມື່ອ ຖ້າ ເຈົ້າໜ້າທີ່ ເຜີ, ດັ່ງ ທ່ານ ກ່າວ ໃນ ຕອນນຶ່ງ ວ່າ:
”ຢາ ຈະ ພັກຢູ່ ຕາມ ແນວ ຊາຍແດນ ແຖວ ແຄມ ນ້ຳຂອງ ແລະ ກໍ ພ້ອມ ທີ່ຈະຂົນ ເຂົ້າມາ ຢູ່ ຕຣອດ. ມັນ ມີ ພວກ ຄ້າຢາ ຂ້າມ ໄປມາ ເປັນປະຈຳ. ທາງການໄທ ກໍ ໄດ້ເພີ້ມ ມາຕການ ກວດກາ ສກັດກັ້ນ ແລະ ກໍ ສາມາດ ຈັບກຸມ ໄດ້ຫລາຍ ໃນ ເວລາ ນີ້.”
ລາຍງານ ຍັງຣະບຸ ຕໍ່ໄປ ອີກວ່າ ການຈັບກຸມ ກໍ ເພີ້ມຂື້ນ ເລືອ້ຍໆ ໃນ ແຕ່ ລະມື້ ໂດຍສເພາະ ຕາມ ບໍຣີເວນ ດ່ານສາກົນ ແລະ ດ່ານທ້ອງຖິ່ນ ຕາມ ແນວ ຊາຍແດນ ຣະຫວ່າງ 2 ປະເທດ. ເມື່ອ ມີ ການສືບສວນ, ຜູ້ຕ້ອງຫາ ສ່ວນໃຫຍ່ ເຂົາ ກໍ ຈະບອກ ເປັນ ສຽງດຽວ ກັນ ວ່າ ຕາມ ໝູ່ບ້ານ ຕ່າງໆ ຕາມ ລຳ ແມ່ນ້ຳຂອງຝັ່ງ ລາວ ຈະ ເປັນ ເຈຣະຈາ ຊື້ຂາຍ ຢາເສບຕິດ ປະເພດ ຕ່າງໆ ເຊັ່ນ: ຢາບ້າ,ແລະ ກັນຊາແຫ້ງ ທີ່ ກຳລັງ ລໍຖ້າ ການຂົນສົ່ງ ຂ້າມຟາກ ຢູ່ ຕຣອດ ເວລາ. ຮູບແບບ ໃນ ການຂົນສົ່ງ ສ່ວນໃຫຍ່ ກໍ ຈະໃຊ້ ກອງທັບ ມົດ ໃຊ້ ປະຊາຊົນ ທັມມະດາ ນຳເຂົ້າມາ. ພວກ ຂະເຈົ້າ ຈະເຊື່ອງໄວ້ ຕາມ ອາວັຍຍະວະ ພາກສ່ວນ ຕ່າງໆ ຂອງ ຮ່າງກາຍ. ນອກຈາກ ໄວ້ ໃນ ຫໍ່ ຂ້ອງ ຊນິດ ຕ່າງໆແລ້ວ, ຊຶ່ງ ໃນປັດຈຸບັນ ຈຳນວນ ຜູ້ຕ້ອງຫາ ໃນ ການຂົນຢາ ເສບຕິດ ເຂົ້າ ປະເທດ ໄທ ທີ່ ເປັນ ຄົນລາວ ໃນ ເຂດ ວຽງຈັນ ໜອງຄາຍ ເຂດ ດຽວ ມີ ຮອດ 200 ກວ່າ ຄົນ ທີ່ ກຳລັງ ຈະ ດຳເນີນ ຄະດີ, ໃນ ນັ້ນ 100 ກວ່າ ຄົນ ແມ່ນ ຜູ້ຍິງ.
ຄຳສັບ ຊອກຫາຂໍ້ມູນ: ຢາເສບຕິດ drug