ທາງຣົຖໄຟຈີນລາວໄທ ຍັງບໍ່ຄືບໜ້າ
ໂຄງກາຣສ້າງ ທາງຣົຖໄຟ ຈາກຈີນ ຜ່ານລາວ ເຂົ້າໄທ ຍັງບໍ່ມີ ຄວາມຄືບໜ້າ ໃນປັຈຈຸບັນ ນີ້.
-
ຫວາດ ສີມູນ
2010-11-12 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ເຈົ້າໜ້າທີ່ ອົງກາຣ ຣົຖໄຟ ແຫ່ງຊາຕລາວ ໄດ້ແຈ້ງຕໍ່ ເອເຊັຽເສຣີ ວ່າ ໂຄງກາຣສ້າງ ທາງຣົຖໄຟ ຈາກພາຄໃຕ້ ຂອງປະເທສຈີນ ຜ່ານລາວ ເຂົ້າສູ່ ປະເທສໄທ ຍັງບໍ່ທັນມີ ຄວາມຄືບໜ້າ ເທົ່າທີ່ຄວນ ເທື່ອ ໃນປັຈຈຸບັນ ນີ້ ເພາະຍັງຈະຕ້ອງ ມີກາຣ ປຶກສາ ຫາຣືກັນ ຢ່າງຮອບຄອບ ຣະຫວ່າງ ເຈົ້າໜ້າທີ່ທັງ 3 ປະເທສ ຕື່ມອີກເສັຽກ່ອນ ໂດຽສະເພາະ ກ່ຽວກັບກາຣ ທີ່່ຈະຣິເຣີ້ມ ແຜນກາຣກໍ່ສ້າງ ຂົວມິຕພາບ ສຳລັບຣົຖໄຟ ຕ່າງຫາກ ແລະ ກາຣຂຍາຍ ເສັ້ນທາງຣົຖໄຟ ຣະຫວ່າງ 3 ປະເທສ ໃນອະນາຄົຕ:
"ຕ້ອງເຊື່ອມທີ່ ຫລັກ 21 ຖ້າວ່າສ້າງ ຢູ່ສະຖານີ ວຽງຈັນ ກໍຕ້ອງຕໍ່ ໄປຫລັກ 21 ເພາະວ່າ ຕ້ອງໄດ້ຕໍ່ ໄປຈີນ ມັນຢຸດ ທີ່ວຽງຈັນໄມ໋ (ບໍ່) ໄດ້ ມັນຕ້ອງຕໍ່ ໄປທາງເສັ້ນໃຫຍ່ ຂົນສິນຄ້າ ຈີນຕ້ອງຕໍ່ ໄປໄທ ຕາມແນວນັ້ນ ແຕ່ຕົວນີ້ ຍັງໄມ໋ (ບໍ່) ຮູ້ ຕ້ອງຣໍຖ້າ ກາຣສຳຣວຈ ຈາກຈີນມາ ແລກັນດູ (ເບິ່ງ) ກ່ອນ."
ພ້ອມດຽວກັນນີ້ ທ່ານກໍວ່າ ໂຄງກາຣສ້າງ ທາງຣົຖໄຟ ສາຍດັ່ງກ່າວ ຈະຕ້ອງສ້າງ ໃຫ້ໄດ້ ເພາະ ທາງກາຣຈີນ ກໍໄດ້ເຊັນ ສັນຍາ ໃຫ້ຄວາມຊ່ວຍເຫລືອ ແກ່ທາງກາຣ ລາວ ໄປແລ້ວ ແລະທາງ ຝ່າຍໄທ ກໍເຫັນພ້ອມ ຊຶ່ງ ປັຈຈຸບັນນີ້ ກໍມີແຕ່ ກາຣພິຈາຣະນາ ກັນວ່າ ສະຖານີ ທີ່ຈອດຣົຖໄຟ ແລະຈຸດຂົນສົ່ງ ກະຈາຍ ສິນຄ້ານັ້ນ ຄວນຈະສ້າງ ຂຶ້ນຢູ່ ບໍຣິເວນໃດ ແດ່ເທົ່ານັ້ນ.
ຢ່າງໃດກໍຕາມ ເສັ້ນທາງ ຣົຖໄຟສາຍ ດັ່ງກ່າວ ເປັນໂຄງກາຣ ເຊື່ອມຕໍ່ກັນ ທັງໝົດພາຍໃຕ້ ໂຄງກາຣຮ່ວມມື ຣົຖໄຟສາຍ "Tran Asia" ຂຸນໝິງ-ສິງຄະໂປ, ໂດຽຈະເຣີ່ມ ຈາກຈີນ ຜ່ານ ລາວ ວຽຕນາມ ໄທ ພະມ້າ ມາເລເຊັຽ ແລະ ໄປສຸດທີ່ ສິງຄະໂປ ຊຶ່ງກໍເປັນ ໂຄງກາຣ ທີ່ຈະຕ້ອງ ໄດ້ຜ່ານຫລາຍ ເສັ້ນທາງ.
ສະເພາະຢູ່ ໃນເມືອງລາວ ນັ້ນ ທາງຣົຖໄຟ ສາຍດັ່ງກ່າວ ຈະເຊື່ອມຕໍ່ ປະເທສຈີນ ທີ່ແຂວງ ສິບສອງພັນນາ ເຂົ້າລາວທາງ ແຂວງ ຫລວງນ້ຳທາ ຫລວງພຣະບາງ ແລະ ນະຄອນຫລວງ ວຽງຈັນ ຕໍ່ໄປຍັງ ປະເທສໄທຽ, ແລະ ອີກສາຍໜຶ່ງ ກໍຈະເຊື່ອມຕໍ່ ປະເທສວຽຕນາມ ກັບ ແຂວງຄຳມ່ວນ ແລະ ແຂວງ ສວັນນະເຂຕ.