ນັກວິຊາການ ໄທ ເຕືອນ ການສ້າງ ເຂື່ອນນ້ຳຂອງ ຢູ່ ແຂວງ ອູບົນ

ນັກວິຊາການ ໄທ ຮຽກຮ້ອງ ໃຫ້ມີ ການສຶກສາ ຢ່າງ ຮອບດ້ານ ທັງ ຝັ່ງໄທ ແລະ ຝັ່ງ ສ.ປ.ປ.ລາວ ເຖິງ ຜົນກະທົບ ຂອງ ໂຄງການ ສ້າງເຂື່ອນ ບ້ານ ກຸ່ມ ເມືອງ ໂຂງຈຽມ ແຂວງ ອູບົນ.
ຈຳປາທອງ ຣາຍງານ
2008.06.05

ເມື່ອ ວັນທີ 3 ມິຖຸນາ 2008 ນີ້, ຍານາງ ສົມພອນ ເພິງຄ່ຳ ນັກວິຊາການ ດ້ານສຸກຂະພາບ ຂອງ ໄທ ກ່າວ ທີ່ ກຸງເທບ ປະເທດ ໄທ ວ່າ:

“ສືບເນື່ອງ ມາຈາກ ທ່ານ ສະມັກ ສຸນທະຣະເວດ, ນາຍົກ ຣັດຖະມົນຕຣີ ໄທ ໄດ້ ກ່າວຍືນຍັນ ການ ຕັດສິນໃຈ ຂອງ ຣັດຖະບານ ໄທ ທີ່ ຈະ ດຳເນີນ ໂຄງການ ກໍ່ສ້າງ ເຂື່ອນ ໃນ ແມ່ນ້ຳຂອງ ທີ່ ບ້ານ ກຸ່ມ ເມືອງ ໂຂງຈຽມ ແຂວງ ອູບົນ ເມື່ອ ບໍ່ນານ ມານີ້ ເຫັນວ່າ ໂຄງການ ກໍ່ສ້າງ ເຂື່ອນ ບ້ານ ກຸ່ມ ດັ່ງກ່າວ ເປັນ ໂຄງການ ຣະຫວ່າງ ປະເທດ. ປັດຈຸບັນ ກົດໝາຍ ທີ່ ບັງຄັບ ໃຊ້ ຣະຫວ່າງ ປະເທດ ຍັງ ບໍ່ມີ ຄວາມຊັດເຈນ ຄື ກຸ່ມ ປະເທດ ຢູໂຣບ ທີ່ມີ ຂໍ້ຕົກລົງ ກ່ຽວກັບ ຜົນກະທົບ ຂ້າມ ຊາຍແດນ.  ຖ້າ ຍັງ ບໍ່ມີ ຄວາມຊັດເຈນ ແລ້ວ, ເຮົາ ຄວນມີ ການປຶກສາ ຫາລື ກັນກ່ອນ. ຄະນະ ກຳມະການ ແມ່ນ້ຳຂອງ ຫລື ອົງການ ອະນາໄມ ໂລກ ທີ່ ດູແລ ບັນຫາ ສຸກຂະພາບ ຂອງ ປະຊາຊົນ ຄວນ ອອກມາ ສະແດງ ຄວາມຄິດ ຄວາມເຫັນ ໃນ ເລື່ອງ ນີ້ ຫລື ບໍ່, ເປັນ ເລື່ອງ ທີ່ ຄວນ ນຳມາ ປຶກສາ ຫາລື ກັນ. ແຕ່ ຢ່າງໃດກໍຕາມ, ຖ້າຫາກ ໂຄງການ ດັ່ງກ່າວ ສົ່ງ ຜົນກະທົບ ຢ່າງ ຫລວງຫລາຍ, ເຮົາຄວນມີ ການພິຈາຣະ ນໍາກັນ ວ່າ ຖ້າ ຫາກ ບໍ່ມີ ໂຄງການ ເຂື່ອນ ບ້ານ ກຸ່ມ ແລ້ວ, ຄວາມໝັ້ນຄົງດ້ານພະລັງງານ ຈະເປັນ ຢ່າງໃດ ແລະ ເຮົາ ຈະຢູ່ໄດ້ ຫລືບໍ່ “.

ຍານາງ ໃຫ້ ຄວາມເຫັນ ຕື່ມອີກ ວ່າ:

“ເລື່ອງ ການສຶກສາ ວິໃຈ ຜົນກະທົບ ດ້ານ ສິ່ງແວດລ້ອມ ນັ້ນ ເປັນ ເລື່ອງ ສຳຄັນ ທີ່ ນາໆ ຊາດ ຄວນ ໃຫ້ ຄວາມສົນໃຈ ເນື່ອງຈາກ ວ່າ ໃນ ປັດຈຸບັນ ນີ້ ເມື່ອ ເວົ້າເຖິງ ໂຄງການ ກໍ່ສ້າງ ເຂື່ອນ ບ້ານ ກຸ່ມ ເຮົາ ມັກຈະເວົ້າ ເລື່ອງ ຜົນກະທົບ ຢູ່ ຝັ່ງໄທ ເທົ່ານັ້ນ.  ເຮົາ ບໍ່ຄວນ ກຳນົດ ຜົນກະທົບ ດ້ວຍ ຂອບເຂດ ການປົກຄອງ; ແຕ່ ເຮົາ ຄວນເບິ່ງ ຜົນກະທົບ ດ້ານ ຣະບົບ ນິເວດ ທັງ ຢູ່ໃນເຂດ ທີ່ມີ ແມ່ນ້ຳ ຮ່ວມກັນ ເນື່ອງຈາກ ວ່າ ຍັງມີ ປະຊາຊົນ ຢູ່ຝັ່ງ ສ.ປ.ປ.ລາວ ກໍ ຈະໄດ້ຮັບ ຜົນກະທົບ ນຳດ້ວຍ“.

ຄຳສັບ ຊອກຫາຂໍ້ມູນ: ເຂື່ອນໄຟຟ້າ dam

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.