ພາກ ເອກກະຊົນ ກໍາພູຊາ ຮຽກຮ້ອງ ຜູ້ສ້າງເຂື່ອນ ພິຈາຣະນາ ຜົນກະທົບ ສະພາບແວດລ້ອມ

ເວທີ ພາກ ເອກກະຊົນ ກໍາພູຊາ Cambodian NGO Forum ຮຽກຮ້ອງ ໃຫ້ ບັນດາ ຜູ້ພັດທະນາ ໂຄງການ ເຂື່ອນ ແມ່ນໍ້າ ເຊກອງ ພິຈາຣະນາ ເບີ່ງ ຜົນກະທົບ ທາງ ດ້ານສະພາບ ແວດລ້ອມ.
ມະນີຈັນ ຣາຍງານ
2008.06.05

ເວທີ ພາກ ເອກກະຊົນ ໃນ ກໍາພູຊາ ໄດ້ ຮຽກຮ້ອງ ໃຫ້ ບັນດາ ຜູ້ ພັດທະນາ ເຂື່ອນ ຂະນາດ ໃຫຍ່ ຕ່າງໆ ໃສ່ ແມ່ນໍ້າ ເຊກອງ ໃນ ແຂວງ ພາກໄຕ້ ຂອງ ລາວ ໃຫ້ ຄວາມສໍາຄັນ ເລື່ອງ ຜົນກະທົບ ທາງ ສະພາບ ແວດລ້ອມ ຂະນະ ທີ່ ຊາວ ກໍາພູຊາ ຫລາຍໝື່ນ ຄົນ ທີ່ ອາໄສຢູ່ ຕາມ ແຄມຝັ່ງ ແມ່ນໍ້າ ທີ່ຢູ່ ໄຕ້ ລົງມາ ນັ້ນ, ມີ ຄວາມວິຕົກ ກັງວົນ ຫລາຍ.

ທ່ານ Ngy San, ຮອງ ຜູ້ອໍານວຍການ ຝ່າຍ ບໍຣິຫານ ເວທີ ພາກ ເອກກະຊົນ ນັ້ນ ບອກວ່າ ພວກທ່ານ ວິຕົກ ກັງວົນ ອີ່ຫລີ ກ່ຽວກັບ ຜົນສະທ້ອນ ທີ່ ບໍ່ດີ ໃສ່ ປະຊາຊົນ ຂເມນ ທີ່ ຢູ່ ໄຕ້ ເຂດ ທີ່ມີ ການສະເນີ ສ້າງເຂື່ອນ ໃສ່.

ທ່ານ ເວົ້າວ່າ ພວກທ່ານ ບໍ່ຂັດຄ້ານ ຣັດຖະບານ ຫລື ບໍຣິສັດ ທີ່ເຂົ້າມາ ພັດທະນາ ເລື່ອງການສ້າງເຂື່ອນ; ແຕ່ ພວກທ່ານ ເຫັນວ່າ ຄວນ ຄໍານຶງ ເຖິງ ຜົນສະທ້ອນ ຕໍ່ ຄຸນນະພາບ ຂອງ ນໍ້າ ແລະ ຊີວະ ນາໆ ພັນ ໃນ ແມ່ນໍ້າ ແລະ ພວກທ່ານ ກໍ ປະສົງ ທີ່ ຈະເຫັນ ຣັດຖະບານ ກໍາພູຊາ ເຈຣະຈາ ກັບ ຣັດຖະບານ ລາວ ກ່ຽວກັບ ບັນຫາ ນີ້.

ຕາມ ຣາຍງານ ອົງການ ພັນທະມິດ ແມ່ນໍ້າຂອງ ຂອງ ກໍາພູຊາ - ລາວ ໄດ້ສ້າງ ເຂື່ອນ ໃສ່ ແມ່ນໍ້າ ດັ່ງກ່າວ 2 ເຂື່ອນ ຄື ເຂື່ອນ ຫ້ວຍເຫາະ ຂນາດ 150 Mw ແລະ ເຂື່ອນ ເຊກະໝານ ທີ່ ຈະ ແລ້ວ ໃນ ປີ 2010 ມີ ຄວາມແຮງ ຜລິດ ກະແສ ໄຟຟ້າ 250 Mw.

ເຂື່ອນ ຕ່າງໆ ທີ່ ມີຢູ່ ໃນ ເວລາ ນີ້ ກໍ ເຊື່ອກັນ ວ່າ ຈະ ສ້າງ ຄວາມເສັຽຫາຍ ໃຫ້ ຣະບົບ ນິເວດ ເຂດ ແມ່ນໍ້າ ທັງໃນ ພາກໄຕ້ ຂອງ ລາວ ແລະ ໃນ ພາກ ຕາເວນ ອອກ ຊ່ຽງເໜືອ ຂອງ ກໍາພູຊາ, ອັນ ຈະສົ່ງ ຜົນກະທົບ ກະເທືອນ ໃສ່ ວິຖີ ຊີວິດ ຂອງ ຊາວບ້ານ ປະມານ 30,000 ຄົນ ຊຶ່ງ ສ່ວນໃຫຍ່ ເປັນ ຊົນຊາດ ຊົນເຜົ່າ ນັ້ນ, ຕາມ ຣາຍງານ ຂ່າວ ຊີນຮວາ ຂອງ ທາງການ ຈີນ.

ຄຳສັບ ຊອກຫາຂໍ້ມູນ: ເຂື່ອນໄຟຟ້າ dam

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.