ໂຄງການ ສ້າງເຂື່ອນ ປາກແບງ

ການສໍາຣວດ ຄວາມເປັນໄປໄດ້ ໂຄງການ ກໍ່ສ້າງເຂື່ອນ ປາກແບງ ແຂວງອຸດົມໄຊ ສໍາເຣັດແລ້ວ.

ການສໍາຣວດ ຄວາມເປັນໄປໄດ້ ໂຄງການ ເຂື່ອນປາກແບງ ແຂວງອຸດົມໄຊ ໃນເບື້ອງຕົ້ນ ສໍາເຣັດແລ້ວ  ແລະເວລານີ້ ຢູ່ຣະຫວ່າງ ການສົ່ງຣາຍງານ ເພື່ອໃຫ້ທາງ ຣັຖບານ ພິຈາຣະນາ ອະນຸມັດ  ຊຶ່ງກໍອາຈໄຊ້ ເວລາອີກ 30 ເດືອນ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຫ້ອງ ການພລັງງານ ແລະບໍ່ແຮ່ ແຂວງອຸດົມໄຊ.

ໃນການສໍາເຣັດ ການສໍາຣວດແລ້ວ ກໍຍັງຕ້ອງໄດ້ ຜ່ານວ່າບົດ ສໍາຣວດຕໍ່ ຣັຖບານລາວ ເນາະມັນຈະມີ ບົດຣາຍງານ ສພາບແວດລ້ອມ ແຕະຕ້ອງຫລື ຈັ່ງໃດຫລື ທັມຊາດແນວໃດ ຕໍ່ສັງຄົມແນວ ໃດຫລາຍຫັ້ນນະ.

ການສໍາຣວດ ຄວາມເປັນໄປໄດ້ ໃນການກໍ່ສ້າງ ເຂື່ອນປາກແບງ ແຂວງອຸດົມໄຊ ຍັງຈະຕ້ອງ ມີອີກຫລາຍ ພາກສ່ວນ ລົງສໍາຣວດ ແລະຍັງຕ້ອງ ມີອີກຫລາຍ ບັນຫາ ທີ່ຈະຕ້ອງມີ ການສຶກສາເບີ່ງ ຜົລກະທົບ ຕ່າງໆກ່ອນໜ້າ ຈະໄດ້ຮັບ ຄໍາຕອບ ຂັ້ນສຸດທ້າຍວ່າ ຈະມີການ ກໍ່ສ້າງໄດ້ ຫລືບໍ່.

ຖ້າເຫັນວ່າມີ ຄວາມເປັນໄປໄດ້ ທາງເສຖກິດ ເຕັກນິກ ສີ່ງແວດລ້ອມ ແລະສັງຄົມນັ້ນ  ໂຄງການ ກໍຈະໄດ້ຮັບ ການພັທນາ ໃນຮູບແບບ BOT ຄືກໍ່ສ້າງດໍາ ເນີນງານ ແລະມອບໂອນ  ໂດຍໄລຍະ ສັມປທານ 30 ປີ ຮວມທັງ ໄລຍະເວລາ ໃນການກໍ່ສ້າງ. ທ່ານກ່າວ ຕໍ່ໄປວ່າ.

ຕົວນີ້ກໍຍັງ ຕອບບໍ່ທັນໄດ້ ເນາະເພາະວ່າ ຈະໄດ້ ເຊັນສັນຍາກັນ ອີກເທື່ອນຶ່ງ ບໍ່ທໍ່ນັ້ນ ຫລັງຈາກບົດຂອງ ການສໍາຣວດນີ້ ຈາກນັ້ນຈັ່ງຊິ ມີບົດບາດ ເສຖກິດ ອອກມາ ຜ່ານ ບໍ່ຈັ່ງຊິ ເລີ່ມລົງມື.

ເຂື່ອນປາກແບງ ຈະສ້າງກັ້ນ ລໍານໍ້າຂອງ ເໜືອສຸດ ໃນແມ່ນໍ້າທາ ໄຫລລົງສູ່ ແມ່ນໍ້າຂອງ ໃນເຂດ ເມືອງປາກແບງ ແຂວງອຸດົມໄຊ. ການກໍ່ສ້າງເຂື່ອນ ປາກແບງ ກ່ອນ ໜ້ານີ້ ມີຣາຍງານວ່າ ຈະເຮັດໃຫ້ ປະຊາຊົນລາວ 1,657 ຄົນໄດ້ຮັບ ຜົລກະທົບ ແລະຍ້າຍອອກຈາກ ພື້ນທີ່ນັ້ນ  ຫາກຜົນສລຸບ ອອກມາວ່າ ຈະມີການ ກໍ່ສ້າງຂຶ້ນ ແນ່ນອນນັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org