ປະຊາກອນໂລກແລະ ຜົລກະທົບຈາກເຂື່ອນ
ປະຊາກອນໂລກ ເກືອບ ເຄີ່ງພັນລ້ານ ຄົນ ໄດ້ຮັບຜົລກະທົບ ຈາກໂຄງການ ສ້າງເຂື່ອນ ໃນທົ່ວໂລກ.
-
ສິດນີ
2010-10-08 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ທ່ານ Patrick Mckelly ຜູ້ອຳນວຍການ ອົງການແມ່ນ້ຳ ນານາຊາດໄດ້ເປີດເຜີຍ ໃນກອງປະຊຸມ ນານາຊາດຄັ້ງທີ 3 ກ່ຽວກັບຜົລກະທົບ ແລະຜູ້ທີ່ໄດ້ຮັບ ຄວາມເດືອດ ຮ້ອນ ຈາກການສ້າງເຂື່ອນ ໃນທົ່ວໂລກ.
ກອງປະຊຸມກັນ ມີຂື້ນທີ່ເມືອງ ເທມາກາລູປີ ປະເທດເກມຊີໂກ ໃນຕົ້ນອາທີດ ນີ້ວ່າໃນປັດຈຸບັນ ທົ່ວໂລກມີເຂື່ອນໄຟຟ້າ ຂນາດໃຫຍ່ ທີ່ສ້າງສຳເຣັດ ແລ້ວກວ່າ 45 ພັນ ເຂື່ອນ ແຕ່ໃນບັນດາ ປະເທດຢູໂຣບ ແລະອະເມຣິກາເຫນືອ ໄດ້ຍົກເລີກການ ໃຊ້ງານ ດ້ວຍການທຸບເຂື່ອນຖີ້ມ ຫລາຍແຫ່ງ ເນື່ອງຈາກຜົລກະທົບ ຕໍ່ສີ່ງແວດລ້ອມ ແລະ ນິເວດວິທຍາ.
ແຕ່ໃນປະເທດ ທີ່ກຳລັງພັທນາ ຊໍ້າພັດຫັນມາສ້າງເຂື່ອນ ຫລາຍຂື້ນເຊັ່ນ ໃນປະເທດ ອະເມຣິກາໃຕ້ ອະຟຣີກກາ ແລະເອເຊັຽ ຮ່ວມທັງປະເທດ ເພື່ອນບ້ານຂອງໄທ ເຊັ່ນ ສປປລາວ ພະມ້າ ກຳພູຊາ ແລະວຽດນາມ. ຈາກການຄົ້ນຄວ້າ ຂອງນັກສັງຄົມສາດ ສະຫະຣັຖ ທົ່ວໂລກມີປະຊາຊົນ ໄດ້ຮັບຄວາມເດືອດຮ້ອນ ຈາກການສ້າງເຂື່ອນ ກວ່າ 472 ລ້ານ ຄົນ ແລະບັນຫາສ່ວນໃຫຍ່ ຈະຮ່ວມດ້ວຍ ການບໍ່ໄດ້ ຄ່າຊົດເຊີຍສຳລັບ ຄວາມເສັຽຫາຍ ບໍ່ວ່າຈະເປັນການ ອົພຍົບ ໂຍກຍ້າຍຈາກທີ່ດີນ ການເສັຽພື້ນທີ່ ທຳມາຫາກີນ ຂາດອາຊີບ ແລະ ຂາດວິຖິຊີວິດ ໃນສະຖານທີ່ແຫ່ງໃຫມ່ ຮ່ວມດ້ວຍ ຄວາມເຊື່ອມເສັຽ ຕໍ່ສີ່ງແວດລ້ອມ ແລະ ຊີວະນານາພັນ ຊນີດຕ່າງໆ.