ໂຄງການ ອ່າງເກັບນ້ຳ, ນ້ຳຫີນ ສຳເຣັດ 80%
2008.05.28
”ອ່າງນຳຫີນ ດຽວນີ້ ກໍ່ສຳເຣັດ ປະມານ 80%, ຄາດວ່າ ຈະ ໃຫ້ສຳເຣັດ ໃນປີນີ້, ເຮັດອ່າງ ນີ້ ເພື່ອ ເກັບ ນ້ຳຣະດູຝົນ ໄວ້ໃຊ້ ຍາມແລ້ງ ເຮົາ ຕັດນ້ຳ ໃຫ້ເປັນບຶງ ແລະ ກໍ ເອົາ ພາກສ່ວນກ່ຽວຂ້ອງ ໄປ ສືກສາ ຈະໃຊ້ ແນວໃດ ໃຫ້ ເປັນປະໂຍດ.”
ໂຄງການ ອ່າງເກັບນ້ຳ ໃນ ແມ່ນ້ຳຫີນ ຕັ້ງຢູ່ ນອກ ເຂດເທສບານ ແຂວງ ອຸດົມໄຊ ປະມານ 19 Km ຊຶ່ງ ທາງການ ແຂວງ ໄດ້ ທຳການສ້າງເຂື່ອນ ກັ້ນນ້ຳ ໃຫ້ເປັນ ອ່າງນ້ຳ ຂນາດ 7 Km2 ເລີ້ມແຕ່ ປີ 2001 ເປັນຕົ້ນມາ, ດ້ວຍ ງົປະມານ ໃນ ການສ້າງສາ ປະມານ US$ 28,000.-. ທ່ານ ຫຸ່ມແພງ ເວົ້າວ່າ ຜົລປະໂຍດ ທີ່ຈະໄດ້ ຈາກ ອ່າງເກັບນ້ຳ ແຫ່ງນີ້ ກໍແມ່ນວ່າ 1. ແມ່ນການ ໃຊ້ນ້ຳ ໃນ ການກະສີກຳ ໃນ ຍາມແລ້ງ, 2. ກໍແມ່ນ ເພື່ອ ປ້ອງກັນ ນ້ຳຖ້ວມ ໃນ ເຂດ ພື້ນທີ່ຕ່ອນລຸ່ມ ທີ່ເປັນ ພື້ນທີ່ຕ່ຳ , 3. ກໍແມ່ນ ການລ້ຽງປາ ເພື່ອ ເສຖກິດ ຂອງຊາວບ້ານ, 4. ແມ່ນ ການສ້າງ ຄວາມຊຸມຊື່ນ ໃຫ້ເກີດຂື້ນ ໃນ ສຖານທີ່ ດັ່ງກ່າວ, ແລະ 5. ກໍແມ່ນ ເພື່ອ ພັທນາ ໃຫ້ ກາຍເປັນ ແຫລ່ງ ທອ່ງທ່ຽວ ປ່າສງວນ ທັມມະຊາດ ແລະ ບ່ອນພັກຜ່ອນ ຢ່ອນໃຈ ຂອງ ປະຊາຊົນ, ຕໍ່ໄປ ອາດຈະ ສເນີ ຕໍ່ ນັກລົງທຶນ ໃຫ້ ມາລົງທຶນ ສ້າງ ບ້ານພັກ ຫລື ສຖານທີ່ ທ່ອງທ່ຽວ ໃນ ຂົງເຂດ ແຫ່ງນີ້. ແຂວງ ອຸດົມໄຊ ຖືວ່າ ເປັນ ແຂວງນຶ່ງ ທີ່ ກຳລັງ ພັທນາ ໃນ ເຂດ ພາກເໜືອ ຂອງ ລາວ ຊຶ່ງ ໃນເວລານີ້ ກໍມີ ນັກລົງທຶນ ຈາກ ຈີນ ເຂົ້າມາ ສຳຣວດ ການລົງທຶນ ຢູ່. ການລົງທຶນ ສ່ວນໃຫຍ່ ກໍ ອາດຈະແມ່ນ ການປູກພືດ ອຸສາຫະກຳ ຢ່າງ ຢາງພາລາ ແລະ ຕົ້ນໄມ້ ຊນີດ ອື່ນໆ.
ຄຳສັບ ຊອກຫາຂໍ້ມູນ: ເຂື່ອນເກັບນ້ຳ, reservoir