ລາວ-ວຽດນາມ ຮ່ວມສ້າງເຂື່ອນໃນລາວ.

ບໍຣິສັດ ພລັງງານ ລາວ-ວຽດນາມ ຮ່ວມລົງນາມ ເພື່ອເລັ່ງລັດ ໃນການ ສ້າງເຂື່ອນ ໃນລາວ.

ບໍຣິສັດຮ່ວມຫຸ້ນ ພລັງງານ ລາວ-ວຽດນາມ ແລະຣັຖວິດສະຫະກິດ ໄຟຟ້າລາວ ໄດ້ລົງນາມເພື່ອ ສ້າງຕັ້ງບໍຣິສັດ ໄຟຟ້າ ເຊຂະໝານນຶ່ງ ຈຳກັດຂຶ້ນ. ຂໍ້ຕົກລົງດັ່ງກ່າວ ຝ່າຍວຽດນາມ ລົງນາມໂດຍ ທ່ານ ຫງຽນທັນລອງ ຜູ້ຈັດການທົ່ວໄປ ຂອງບໍຣິສັດຮ່ວມຫຸ້ນ ພລັງງານລາວ-ວຽດນາມ ກັບຝ່າຍລາວ ໂດຍທ່ານ ຄຳມີ ອິນທິຣາດ ຜູ້ບໍຣິຫານ ຣັຖວິດສະຫະກິດ ໄຟຟ້າລາວ ໃນວັນທີ 21 ພຶສພາ ເພື່ອເລັ່ງລັດໃຫ້ ໂຄງການສ້າງເຂື່ອນ ເຊຂະໝານນຶ່ງ ມີຄວາມວອ່ງໄວຂຶ້ນ ແລະກໍ່ເປັນໂຄງການ ຄວາມຮ່ວມມື ທີ່ສຳຄັນໃນ ການລົງທຶນ ຣະຫວ່າງສອງ ປະເທດ ລາວ-ວຽດນາມ.

ໂຄງການເຂື່ອນໄຟຟ້າ ເຊຂະໝານນຶ່ງ ສາມາດຜລິດ ກະແສໄຟຟ້າ ໄດ້ປະມານ 322 ເມກາວັດ ດ້ວຍມູນຄ່າ ການກໍ່ສ້າງປະມານ 441 ລ້ານໂດລາ ສະຫະຣັຖ ສ້າງກັ້ນ ແມ່ນ້ຳເຊຂະໝານ ທີ່ແຂວງອັດຕະປື ພາກໃຕ້ຂອງລາວ. ໂຄງການດັ່ງກ່າວ ຈະສາມາດ ບໍຣິການໄຟຟ້າ ໄດ້ໃນແຕ່ ລະປີກວ່າ 1.2 ຕື້ກິກາວັດ ຊົ່ວໂມງ ຖ້າສ້າງສຳເຣັດ ໃນປີ 2014.

ໃນຣະຍະ ສອງສາມປີທີ່ ຜ່ານມາ ບໍຣິສັດວຽດນາມ ຫລາຍບໍຣິສັດ ກໍ່ຫັນມາສົນໃຈ ໃນການສ້າງເຂື່ອນ ແລະຂຸດຄົ້ນບໍ່ແຮ່ ໃນລາວ ປ່ຽນຈາກ ການປູກຝັງດັ່ງ ການປູກ ຢາງລາພາ ແລະທຸຣະກິດ ປ່າໄມ້ໃນລາວ. ບາງບໍຣິສັດ ກໍ່ໄດ້ຮັບ ສຳປະທານໃນ ການສ້າງເຂື່ອນຈາກ ຣັຖບານລາວ ໄປແລ້ວ. ວຽດນາມເປັນນຶ່ງ ໃນຈຳນວນ ປະເທດ ທີ່ລົງທຶນລາຍໃຫຍ່ ໃນລາວ ຮ່ວມດ້ວຍ ຈີນແລະໄທ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org