ເຂື່ອນນໍ້າໂມ້ ແຂວງຊຽງຂວາງ ຈະເລີ້ມ ການກໍ່ສ້າງ
ໂຄງການເຂື່ອນ ນໍ້າໂມ້ ໃນແຂວງຊຽງຂວາງ ຂອງບໍຣິສັດ ວຽດນາມ ກໍາລັງຈະເລີ່ມ ລົງມືກໍ່ສ້າງແລ້ວ.
-
ມະນີຈັນ
2009-10-16 -
-
-
Your browser doesn’t support HTML5 audio
ໂຄງການ ກໍ່ສ້າງເຂື່ອນ ນໍ້າໂມ້ ໃນແຂວງຊຽງຂວາງ ໂດຍການລົງທຶນ ຂອງບໍຣິສັດ ວຽດນາມ ກໍາລັງຈະເລີ້ມ ການກໍ່ສ້າງ ຫລັງຈາກ ທີ່ໄດ້ຮັບ ການອະນຸມັດ ຈາກຣັຖບານລາວ ໂດຍຄາດວ່າຈະ ສາມາດສົ່ງກະແສ ໄຟຟ້າ ຂາຍໃຫ້ໄທ ແລະວຽດນາມ ພາຍໃນປີ 2015. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ແຜນການລົງທຶນ ແຂວງຊຽງຂວາງ:
"ກໍຄືບໜ້າແລ້ວ ກໍຍັງແຕ່ວ່າ ເລີ້ມລົງມື ກໍ່ສ້າງ ຣັຖບານເຊັນ ໃຫ້ແລ້ວແຕ່ວ່າ ບໍຣິສັດຍັງ ບໍ່ທັນໄດ້ລົງມື ສໍາຣວດແລ້ວແລ້ວ ຍັງຊິເລີ້ມ ກໍ່ສ້າງແຫລະ ບໍຣິເວນ ຂອບເຂດ ເມືອງໝອກ ຂຶ້ນກັບ ແຂວງຊຽງຂວາງ."
ທ່ານກ່າວວ່າ ຈາກການສໍາຣວດ ໂຄງການ ຢ່າງລະອຽດ ຈະບໍ່ມີການ ໂຍກຍ້າຍ ປະຊາຊົນ ເພາະບໍ່ມີ ປະຊາຊົນ ອາໃສຢູ່ ບໍຣິເວນນັ້ນ ແຕ່ອາຈມີການ ທົດແທນ ຄ່າເສັຽຫາຍໃຫ້ ແກ່ປະຊາຊົນ ຈໍານວນນຶ່ງ ຊຶ່ງອາຈໄດ້ຮັບ ຜົລກະທົບ ຈາກນໍ້າຖ້ວມ ໃນພື້ນທີ່ ການຜລິດຜົລປູກ ຫລືລ້ຽງສັດ.
ນອກຈາກເຂື່ອນ ນໍ້າໂມ້ ແລ້ວ ໃນແຂວງຊຽງຂວາງ ຍັງມີໂຄງການ ເຂື່ອນໄຟຟ້າ ອີກຫລາຍໂຄງການ ທີ່ກໍາລັງ ທໍາການສໍາຣວດ ເຊັ່ນ ໂຄງການ ເຂື່ອນນໍ້າງຽບ2 ຊຶ່ງຄາດວ່າ ຈະຂາຍໄຟຟ້າ ໃຫ້ວຽດນາມ ແລະໄທ. ເຈົ້າໜ້າທີ່ຜູ້ດຽວ ກັນກ່າວວ່າ:
"ບາງທີ ກໍສິຂາຍໃຫ້ໄທ ກັບວຽດນາມ ນີ້ແຫລະ ເພາະວ່າຕົວນີ້ ຣັຖບານໄທ ໄດ້ເຊັນກັບ ຣັຖບານລາວ ຮອດປີ 2015 ຄືວ່າ ລາວຕ້ອງຂາຍ 7000ເມັກກາວັດ ໃຫ້ຣັຖບານໄທ ເຂື່ອນມັນມີ ນໍ້າໂມ້ ນໍ້າງຽບ2 ຕົວນີ້ກໍສິແລ້ວ ຢູ່ດອກ ປີ 2015."
ການສໍາຣວດ ຄວາມເປັນໄປໄດ້ ໃນການ ສ້າງເຂື່ອນໄຟຟ້າ ຢູ່ແຂວງຊຽງຂວາງ ສ່ວນໃຫຍ່ ຈະເປັນໂຄງການ ເຂື່ອນຂນາດນ້ອຍ 50ຫາ200ເມັກກາວັດ. ແລະເຂື່ອນນໍ້າໂມ້ ກໍເປັນ ເຂື່ອນໄຟຟ້າ ຂນາດ105ເມັກກາວັດ. ສ່ວນເຂື່ອນນໍ້າງຽບ2 ເປັນໂຄງການ ເຂື່ອນໄຟຟ້າ ຂນາດ155ເມັກກາວັດ. ທ່ານກ່າວ...