ບໍຣິສັດ ສ້າງເຂື່ອນ ຜິດສັນຍາ ຕໍ່ປະຊາຊົນ ທີ່ຍົກຍ້າຍ.

ບໍຣິສັດສ້າງ ເຂື່ອນເທີນຫິນບູນ ບໍ່ປະຕິບັດ ຕາມສັນຍາ ບໍ່ໃຫ້ການ ຊ່ວຍເຫລືອແກ່ ປະຊາຊົນ ທີ່ຖືກຍົກ ຍ້າຍດີເທົ່າ ທີ່ຄວນ.

ເມື່ອວັນທີ່ 27 ມົກກະຣານີ້ ຣັຖມົນຕຣີ ກະຊວງ ຊັບພະຍາກອນ ນ້ຳແລະສະພາບແ ວດລ້ອມ ເຈົ້າແຂວງ ແຂວງບໍຣິຄຳໄຊ ແລະຜູ້ຕາງ ໜ້າບໍຣິສັດ ເທີນຫິນບູນ ໄດ້ປະຊຸມ ກັນແລະ ປຶກສາ ຫາລືກັນ ກ່ຽວກັບ ການຍົກຍ້າຍ ປະຊາຊົນ ອອກຈາກ ບໍຣິເວນ ສ້າງເຂື່ອນ ເທີນຫິນບູນ. ກອງປະຊຸມ ໄດ້ຕົກລົງ ເຫັນດີນຳ ກັນວ່າ ທາງບໍຣິສັດ ເທີນຫິນບູນ ປະຕິບັດ ຕໍ່ປະຊາຊົນ ຜູ້ຖືກ ຍົກຍ້າຍ ບໍ່ດີເທົ່າໃດ ດັ່ງເຈົ້າໜ້າ ທີ່ທ່ານນຶ່ງ ທີ່ໄດ້ເຂົ້າຮ່ວມ ກອງປະຊຸມ ນັ້ນເວົ້າວ່າ ຜົນອອກມາ ຢ່າງນີ້ ເວົ້າກັນວ່າ ທາງບໍຣິສັດ ເຮັດບໍ່ດີ ເຮັດການໂຍກ ຍ້າຍຈັດສັນ ບໍ່ເປັນໄປ ຕາມຂັ້ນຕອນ ຂອງກົດໝາຍ ຄືວ່າບໍ່ ປະຕິບັດ ຕາມສັນຍາ ທຸກປະການ.

ເຈົ້າໜ້າທີ່ ທ່ານນີ້ໃຫ້ ຕົວຢ່າງວ່າ ຕາມສັນຍາ ແລ້ວ ບໍຣິສັດ ເທີນຫິນບູນ ຕ້ອງສ້າງເຮືອນ ທົດແທນໃຫ້ ແກ່ປະຊາຊົນ ຢູ່ບ່ອນໃໝ່ ແລະຈະຕ້ອງ ສ້າງດ້ວຍ ໄມ້ແຂງ ຢ່າງດີ ເຊັ່ນໄມ້ດູ່ ຫລືໄມ້ແຄນ ແຕ່ໃນ ສະພາບຄວາມ ເປັນຈິງ ທາງບໍຣິສັດ ໄດ້ສ້າງດ້ວຍ ໄມ້ຣາຄາ ຖືກໆເຊັ່ນໄມ້ ຍາງແລະ ໄມ້ບົກ;

ນັ້ນຖືວ່າ ເປັນການ ປະຕິບັດ ຜິດສັນຍາ ທີ່ໄດ້ເຊັນ ກັນໄວ້ໃນ ເມື່ອກ່ອນ. ສ່ວນຕໍ່ບັນ  ຫາທີ່ວ່າ ໃຜຈະເປັນ ຜູ້ຮັບຜິດ ຊອບໃນການ ລະເມີດສັນ ຍາດັ່ງກ່າວ ເຈົ້າໜ້າ ທີ່ທ່ານນັ້ນ ຕອບວ່າ ຕ້ອງມີຜູ້ ຮັບຜິດຊອບ ແນ່ນອນ ອາດຈະເປັນ ບໍຣິສັດທີ່ ໄປສັ່ງການ ແຕ່ວ່າບໍ່ ແມ່ນບໍຣິສັດ ໃຫຍ່ອາດຈະ ເປັນໜ່ວຍງານ RU ຕ້ອງເບິ່ງ ຕົວຈິງ ຜູ້ໃດຮັບ ຜິດຊອບ ຜູ້ນັ້ນຮັບ ຜິດຊອບ ບໍ່ໄດ້ ກໍຕ້ອງອອກ ຕ້ອງຍ້າຍ.

ເຖິງຢ່າງ ໃດກໍດີ ເພື່ອແກ້ໄຂ ບັນຫາທີ່ ກ່າວມານັ້ນ ເຈົ້າໜ້າທີ່ ຂັ້ນສູງຝ່າຍ ທີ່ກ່ຽວຂ້ອງ ຈະຕ້ອງ ປະຊຸມປຶກ ສາຫາລື ກັນຕື່ມພາຍ ໃນເດືອນກຸມ ພາໜ້ານີ້.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org