ເຂື່ອນນໍ້າລີກ 1-2 ເລີ້ມທົດລອງຜລິດໄຟຟ້າ

ເຂື່ອນນໍ້າລີກ 1-2 ໃນແຂວງວຽງຈັນ ຕຣຽມທົດລອງ ແລ່ນຈັກຜລິດ ໄຟຟ້າ.

ເຂື່ອນນໍ້າລີກ 1-2 ຈະເລີ້ມທົດລອງ ຜລິດໄຟຟ້າ ໃນເດືອນມິຖຸນາ 2010 Somnet/RFA

ໂຄງການເຂື່ອນ ນໍ້າລີກ 1-2 ໃນແຂວງວຽງຈັນ ຈະເລີ້ມທົດລອງ ແລ່ນຈັກ ແລະ ລະບົບຜລິດ ກະແສໄຟຟ້າ ໃນທ້າຍເດືອນ 6 ນີ້ ຫລັງຈາກໄດ້ເລີ້ມ ກັກນໍ້າໃນອ່າງ ໄວ້ເປັນເວລາ 6 ເດືອນມາແລ້ວ ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກພລັງງານ ແລະບໍ່ແຮ່ ແຂວງວຽງຈັນ:

"ນໍ້າລີກ 1-2 ເດືອນ 6 ນີ້ຈະທໍາການ ທົດລອງ ຖືວ່າສິ້ນເດືອນນີ້ ຈະທໍາການ ທົດລອງ ຈັກຫນ່ວຍທໍາອິດ ເດືອນ 8 ຫນ່ວຍທີສອງ ມີສອງເຄື່ອງ ເກັບນໍ້າມາແລ້ວ ເກັບມາດົນແລ້ວ ປະມານ 6 ເດືອນ".

ທ່ານວ່າ ໂຄງການນີ້ ຖືວ່າສ້າງແລ້ວກ່ອນ ກໍານົດ. ຕາມແຜນການນັ້ນ ມີກໍານົດວ່າ ຈະເລີ້ມຈ່າຍ ກະແສໄຟຟ້າ ເຂົ້າສູ່ລະບົບ ປະມານເດືອນ 2-3 ປີ 2011 ແຕ່ເມື່ອ
ສໍາເຣັດ ໄວກ່ອນກໍານົດ ກໍຄາດວ່າຈະເລີ້ມ ຂາຍໄຟຟ້າໄດ້ ຢ່າງເປັນທາງການ ປະມານທ້າຍ ປີນີ້. ໄຟຟ້າທີ່ຜລິດ ຈາກເຂື່ອນຮ່ວມທັງ ໃນລະຍະການ ທົດລອງນີ້ ຈະຂາຍໃຫ້ ບໍຣິສັດ ຣັຖວິສາຫະກິດ ໄຟຟ້າລາວ ທັງໝົດ ເພື່ອໃຊ້ພາຍໃນ ປະເທດ.

ໂຄງການເຂື່ອນ ນໍ້າລີກ 1-2 ທີ່ຕັ້ງຢູ່ທາງ ພາກເໜືອຂອງ ນະຄອນຫລວງ ວຽງຈັນ ມີຄວາມສາມາດ ໃນການຜລິດໄຟຟ້າ ຂນາດ 100 ເມກາວັດ. ໂຄງການນີ້
ເປັນການລົງທືນ ຂອງບໍຣິສັດ ນໍ້າແລະພລັງງານ ຈາກປະເທດຈີນ ຮ່ວມມືກັບ ບໍຣິສັດ ຣັຖວິສາຫະກິດ ໄຟຟ້າລາວ ໂດຍຝ່າຍຈີນ ຖືຮຸ້ນ 80% ແລະຝ່າຍລາວ ຖືຮຸ້ນ 20%.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org