ລາຍຮັບຮວດທໍາອິດ ຈາກເຂື່ອນນໍ້າເທີນ 2
ຣັຖບານລາວ ມີລາຍຮັບ 6 ແສນ ໂດລາ ສະຫະຣັຖ ຈາກເຂື່ອນໄຟຟ້າ ນໍ້າເທີນ 2 ເມື່ອເດືອນກ່ອນນີ້.
-
ໂພໄຊສວັດ
2010-07-21 -
-
-
Your browser doesn’t support HTML5 audio
ຣັຖບານລາວ ໄດ້ຮັບເງິນເທື່ອທຳອິດ ຈາກຄ່າກະແສໄຟຟ້າ 6 ແສນໂດລາ ສະຫະຣັຖຈາກ ເຂື່ອນໄຟຟ້ານ້ຳເທີນ 2 ເມື່ອເດືອນກ່ອນນີ້. ໂຄງການດັ່ງກ່າວເຄີຍ ໄດ້ສ້າງບັນຫາຂັດແຍ່ງ ໂຕ້ຖຽງກັນຕລອດມາ ອີງຕາມລາຍງານ ອົງການຂ່າວ Dutch ມື້ວັນອັງຄານທີ 20 ກໍຣະກະດາ 2010 ນີ້.
ໃນລາຍງານຮ່ວມ ຂອງທະນາຄານໂລກ ແລະທະນາຄານ ພັທນາເອເຊັຍ ຜູ້ຄ້ຳປະກັນ ສຳຄັນທັງສອງ ໃນການກໍ່ສ້າງໂຄງການ ມູນຄ່າ 2 ຕື້ໂດລາ ສະຫະຣັຖ ກ່າວວ່າຣັຖບານລາວ ໄດ້ຮັບເງິນ ຈາກເຈົ້າຂອງໂຄງການ ໃນເດືອນ ມິຖຸນາຜ່ານມາ. ເງິນຄ່າກະແສໄຟຟ້າ ດັ່ງກ່າວໄດ້ຮັບ 2 ເດືອນຕໍ່ມາຫັລງຈາກ ເຂື່ອນໄຟຟ້ານ້ຳເທີນ 2 ໄດ້ເລີ້ມບໍຣິການ ສົ່ງກະແສໄຟ ອອກໄປຂາຍ.
ເຂື່ອນໄຟຟ້ານ້ຳເທີນ 2 ຕັ້ງຢູ່ເຂດເມືອງຫີນບູນ ແຂວງຄຳມ່ວນ ໄດ້ຮັບການຕໍ່ຕ້ານ ຄັດຄ້ານການກໍ່ສ້າງ ຈາກຄນະອະນຸຮັກ ສິ່ງແວດລ້ອມ ແລະອົງການສິດທິມະນຸດ ທີ່ມີຄວາມເປັນຫ່ວງ ແລະກັງວົນ ວ່າເຂື່ອນໄຟຟ້າ ຂນາດໃຫຍ່ດັ່ງກ່າວ ຈະສົ່ງຜົນກະທົບ ຕໍ່ການປະໂມງ ໃນຕອນລຸ່ມຂອງເຂື່ອນ ແລະກະແສນ້ຳ ພ້ອມທັງຊີວິດ ການເປັນຢູ່ຂອງຊາວບ້ານ ປະຊາຊົນ 6,000 ຄົນທີ່ຕ້ອງໄດ້ໂຍກຍ້າຍ ສະຖານທີ່ຢູ່ອາສັຍ. ສປປລາວ ເປັນປະເທດທີ່ ດ້ອຍພັທນາ ແລະຍັງທຸກຍາກຢູ່ ປະເທດນຶ່ງໃນໂລກ ຍັງມີລາຍຮັບ ອື່ນອີກທີ່ໄດ້ມາ ນອກຈາກການຂາຍ ກະແສໄຟຟ້ານ້ຳຕົກ ທີ່ຂາຍໄປໃຫ້ ເພື່ອນບ້ານປະເທດໄທ.
ລາຍງານຍັງກ່າວຕື່ມ ອີກວ່າຣັຖບານລາວ ຈະມີລາຍຮັບ ຈາກເຂື່ອນໄຟຟ້າ ນ້ຳເທີນ 2 ຮອດ 6 ລ້ານ 5 ແສນໂດລາ ສະຫະຣັຖ ເມື່ອເຖິງທ້າຍເດືອນ ກັນຍາ 2010. ລາຍຮັບຈາກການ ຂາຍກະແສໄຟຟ້ານີ້ ຈະນຳເອົາໄປ ໃຊ້ເພື່ອການ ຫລຸດຜ່ອນຄວາມທຸກຍາກ ແລະໂຄງການພັທນາ ຕ່າງໆໃນລາວ ຕາມເງື່ອນໄຂ ໃນຂໍ້ຕົກລົງກັບ ທະນາຄານໂລກ ຜູ້ຮັບປະກັນໃນການ ອອກເງິນກູ້ຢືມເພື່ອ ກໍ່ສ້າງໂຄງການເຂື່ອນ ພະລັງໄຟຟ້າດັ່ງກ່າວ.