ເຂື່ອນດອນສະໂຮງ ແລະຜົລກະທົບ ທີ່ຈະ ຕາມມາ
ເຂື່ອນດອນສະໂຮງ ອາດມີຜົນສະທ້ອນ ໃສ່ຊີວິດການ ເປັນຢູ່ຂອງ ຄົນຫລາຍລ້ານຄົນ.
-
ສົມເນ
2009-08-27 -
-
-
Your browser doesn’t support HTML5 audio
ລາຍງານວິທຍາສາດ ອິສຣະທີ່ພິມອອກ ເຜີຽແພ່ ໃຫ້ມວນຊົນຊາບ ເມື່ອສັປດາຜ່ານມານີ້ ໄດ້ເປີດເຜີຽວ່າ, ໂຄງການ ເຂື່ອນດອນສະໂຮງ ທີ່ສະເໜີ ສ້າງຂື້ນຢູ່ພາກໃຕ້ ຂອງລາວ, ອາດຈະນາບຂູ່ ຕໍ່ຄວາມໝັ້ນຄົງ ຂອງເຂົ້າປາອາຫານ ສໍາລັບຜູ້ຄົນ ໃນປະເທດລາວ ກໍາພູຊາ ປະເທດໄທ ແລະ ວຽດນາມ.
ລາຍງານດັ່ງກ່າວແມ່ນ ທ່ານ Dr. Ian Baird ຊຶ່ງເປັນສາຂາຂອງ ໂຄງການ Polis, ກ່ຽວກັບການຄຸ້ມຄອງ ຣະບົບນິເວດ ປະຈໍາ ມະຫາວິທະຍາໄລ
Victoria ປະເທດ ຄານາດາ ແລະ ເປັນນັກຊ່ຽວຊານ ຊັ້ນນໍາ ກ່ຽວກັບການປະໂມງ ຢູ່ໃນບໍຣິເວນ ນໍ້າຕົກຄອນ ໃນພາກໃຕ້ສຸດ ຂອງລາວ.
ຕາມການຄົ້ນຄວ້າຂອງທ່ານ Ian ນັ້ນ ເຂື່ອນດອນສະໂຮງ, ຈະຕັນທາງຂື້ນ ຂອງປາຫລາຍຊນິດ ທີ່ຢູ່ໃນບໍຣິເວນ ນໍ້າຕົກຄອນຕລອດປີ. ການຂື້ນ ແລະລົງຂອງປານີ້ມີ ຄວາມສໍາຄັນຕໍ່ ຣະບົບໝູນວຽນ ຊີວິດຂອງປາເອງ. ການສູນເສັຽ ປູປານານໍ້າ ຢູ່ໃນເຂດດອນສະໂຮງ ອາດມີຜົນສະທ້ອນ ຕໍ່ຖານະໂພຊນາຫານ ຂອງຄົນຫລາຍໆພັນ, ຫລືອາດຫລາຍລ້ານຄົນ ທີ່ອາໃສຕໍ່ ການຫາປາໃນແມ່ນໍ້ານີ້ ດັ່ງນັ້ນ ມັນຈະຫລຸດຜ່ອນ ຄວາມສົມບູນ ພູນສຸກ ຂອງພົລເມືອງມະນຸດ ໂດຍສະເພາະຢູ່ໃນ ລາວ ກໍາພູຊາ ແລະປະເທດໄທ ບ່ອນທີ່ມາຕຖານ ໂພຊນາຫານ ຕໍ່າຢູ່ແລ້ວ.
ລາຍງານວ່າ, ມາຕການຫລຸດຜ່ອນ ຄວາມເສັຽຫາຍຕໍ່ ສະພາບແວດລ້ອມ ທີ່ທາງໂຄງການ ສະເໜີນັ້ນຄົງ ຈະບໍ່ໄດ້ຜົນ ເພາະວ່າບໍ່ມີ ເທັກໂນໂລຈີ ທີ່ຈະຮູ້ໄດ້ວ່າ ປາຊະນິດໃດ ທີ່ສາມາດລອຍຜ່ານ ຫລືບໍ່ລອຍຜ່ານໄດ້ ໃນແຕ່ລະປີ.
ການສະເໜີຂອງຝ່າຍ ພັທນາໂຄງການ ວ່າຈະເຮັດໃຫ້ຮູນໍ້າ ໄຫລກ້ວາງອອກນັ້ນ, ມີຄວາມສ່ຽງຫລາຍ ແລະຄົງເຮັດບໍ່ໄດ້ ເນື່ອງຈາກວ່າມັນເປັນ ວຽກງານວິສວະກັມ ຂະໜາດໃຫຍ່, ຊຶ່ງຈະເຮັດໃຫ້ ການກໍ່ສ້າງ ມີຣາຄາແພງທີ່ສຸດ.
ລາຍງານນີ້ ຖືກສົ່ງ ໄປຍັງຮັຖບານ ສປປ ລາວ ແລະກໍາພູຊາ, ສົມທົບກັບຈົດໝາຍ ເປີດຊອງທີ່ຮັບຮອງ ເອົາໂດຍນັກ ວິທຍາສາດ ຊັ້ນນໍາ44ຄົນ, ພາກສ່ວນໂພຊນາຫານ ແລະອົງການອື່ນໆ ໃນທົ່ວໂລກ. ຈົດໝາຍເປີດຊອງ ໄດ້ຮຽກຮ້ອງ ຣັຖບານລາວ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ໃຫ້ຊອກ ຫາວິທີອື່ນ ທົດແທນ, ເພື່ອຕອບສນອງຄວາມ ຕ້ອງການພັທນາ ຂອງລາວ ເຊັ່ນວ່າ, ທາງເລືອກ ທີ່ປົກປັກຮັກສາ ຊັພຍາກອນ ທັມມະຊາດ ໃນຂນະດຽວກັນ ສົ່ງເສີມຄວາມໝັ້ນຄົງ ດ້ານອາຫານ ແລະຫລຸດຜ່ອນ ຄວາມທຸກຍາກ ຂອງປະຊາຊົນ.