ເຂື່ອນດອນສະໂຮງ ອາຈສົ່ງຜົລກະທົບ
ເຈົ້າໜ້າທີ່ລາວ ຍອມຮັບວ່າ ເຂື່ອນດອນສະໂຮງ ອາຈສົ່ງຜົລກະທົບ ຕໍ່ອາຊີພ ກາຣປຣະມົງ ໃນແມ່ນໍ້າຂອງ.
-
ຫວາດ ສີມູນ
2010-07-13 -
-
-
Your browser doesn’t support HTML5 audio
ໂຄງກາຣກໍ່ສ້າງ ເຂື່ອນໄຟຟ້າ ຢູ່ດອນສະໂຮງ ໃນແຂວງຈຳປາສັກ ທາງພາຄໃຕ້ຂອງລາວ ອາຈສົ່ງຜົລກະທົບ ຕໍ່ຈຳພວກປາ ແລະອາຊີພການ ປຣະມົງ ຂອງປະຊາຊົນ ໃນຂົງເຂຕຢ່າງ ຫລວງຫລາຍ ດັ່ງເຈົ້າໜ້າທີ່ ອົງກາຣ ຊັພຍາກອນນ້ຳ ແລະສິ່ງແວດລ້ອມ ນະຄອນຫລວງ ວຽງຈັນ ໄດ້ກ່າວວ່າ:
“ອາຈຈະມີເນາະ ອາຈຈະມີ ເພາະວ່າແຖວນັ້ນ ອາຊີພເຂົາເຈົ້າຫາປາ ເປັນສ່ວນໃຫຍ່ ແຕ່ວ່າເຣື່ອງຫາປາ ມັນກໍບໍ່ມີ ບັນຫາດອກ ເພາະວ່າຈະປ່ຽນອາຊີພ ໃຫ້ເຂົາເຈົ້າກໍໄດ້ ຖ້າເຮັດ ເຂື່ອນດອນສະຫົງ ກໍອາຈຈະມີ ຜົລກະທົບຕໍ່ ປາອີຫຍັງຕ່າງໆ”.
ພ້ອມດຽວກັນນີ້ ທ່ານກໍວ່າ ບັນຫາທີ່ຫລາຍຝ່າຍ ມີຄວາມວິຕົກກັງວົນນຳ ຫລາຍທີ່ສຸດນັ້ນ ກໍຄືດ້ານ ສະພາບແວດລ້ອມ ໃນທົ່ວບໍຣິເວນ ຈາກກາຣສ້າງເຂື່ອນ ອັດຕັນຮູ ດອນສະໂຮງ ທີ່ຈະເປັນກາຣກີດກັ້ນ ກາຣຂຶ້ນລ່ອງ ຂອງຈຳພວກປາ ນາໆຊນິດ. ແຕ່ຖ້າຫາກວ່າ ໂຄງກາຣສ້າງເຂື່ອນ ດັ່ງກ່າວ ຈະກັ້ນພຽງບາງສ່ວນ ຂອງລຳນ້ຳຂອງ ກໍອາຈຈະມີ ຊ່ອງທາງສຳຫລັບ ປະຊາກອນປາ ເພື່ອຂຶ້ນໄປວາງໄຂ່ ຕາມປົກກະຕິ ກໍອາຈເປັນໄດ້.
ຢ່າງໃດກໍຕາມ ທາງກາຣ ສປປລາວ ໄດ້ອະນຸມັຕ ໂຄງກາຣກໍ່ສ້າງ ເຂື່ອນໄຟຟ້າ ດອນສະໂຮງ ດັ່ງກ່າວ ໃຫ້ນັກລົງທຶນ ຊາວມາເລເຊັຽ ທີ່ມີກາຣລົງນາມ ກັນໄປແລ້ວ ແຕ່ມື້ວັນທີ່ 3 ມີຖຸນາ ຜ່ານມານີ້ ແລະມີກຳໜົດລົງມື ກາຣກໍ່ສ້າງ ໃນຕົ້ນປີ 2011 ທີ່ຈະມາເຖິງນີ້ ໂດຽຈະໃຊ້ ເວລາທັງໝົດ 5 ປີ ແລະຄາດວ່າ ຈະສາມາດຜລິຕ ກະແສໄຟຟ້າໄດ້ເຖິງ 240 ເມກະວັຕ ເພື່ອສົ່ງຂາຍຕ່າງ ປະເທສ ແລະນຳໃຊ້ ໃນເຂຕທ້ອງຖິ່ນ ເປັນບາງສ່ວນ ເທົ່ານັ້ນ ແລະກໍແມ່ນບໍຣິສັທ MEGA FIRST ຂອງມາເລເຊັຽ ເປັນຜູ້ຖືກຫຸ້ນ 80% ແລະທາງກາຣລາວ ມີສ່ວນນຳ 20%.