ລາວແຂວງ ບໍ່ແກ້ວ ໄທແຂວງ ຊຽງຮາຍ ເປັນຫ່ວງ ການສ້າງເຂື່ອນ
ຊາວບ້ານໃນແຂວງ ບໍ່ແກ້ວຂອງລາວ ແລະເມືອງຊຽງຂອງ ແຂວງຊຽງຮາຍ ຂອງໄທ ມີຄວາມເປັນຫ່ວງ ຫລາຍຢ້ານວ່າ ການກໍ່ສ້າງເຂື່ອນ ປາກແບ່ງໃນແຂວງອຸດົມໃຊ ຈະສົ່ງຜົນກະທົບ ຢ່າງຮ້າຍແຮງ ຕໍ່ຊີວິດການ ເປັນຢູ່ຂອງພວກຕົນ.
-
ສົມເນ
2009-03-10 -
-
-
Your browser doesn’t support HTML5 audio
ທ້າວຄໍາພັນ ດີແກ້ວ ປະຊາຊົນ ທີ່ອາໃສຢູ່ ຕາມເຂດຊາຍແດນ ລາວ-ໄທ ເປີດເຜີຽກັບ ນັກຂ່າວ ເອເຊັຽເສຣີວ່າ ການສ້າງເຂື່ອນກັ້ນ ແມ່ນໍ້າຂອງ ເຂດປາກແບ່ງ ແຂວງອຸດົມໃຊ ຈະສົ່ງຜົນກະທົບ ຢ່າງແນ່ນອນ ຕໍ່ສະພາບ ແມ່ນໍ້າຂອງ ແລະປະຊາຊົນ ທີ່ອາໃສຢູ່ ໄກ້ໆເຂດ ສ້າງເຂື່ອນ ຍ້ອນວ່າ ນໍ້າຂອງຕອນເທິງ ກໍມີເຂື່ອນ ຂອງຈີນຢູ່ແລ້ວ ຖ້າຫາກ ວ່າຈີນປ່ອຍ ນໍ້າລົງມາ ນໍ້າກໍຈະມາອັ່ງ ຢູ່ໃນອ່າງ ຂັງນໍ້າ ເຂື່ອນປາກແບ່ງ ແລ້ວມັນກໍ ຈະຖ້ວມພື້ນທີ່ ບ້ານເຮືອນແລະ ໄຮ່ນາຕາກ້າ ຂອງ ປະຊາຊົນ ທັງສອງຝັ່ງຂອງ ທີ່ຕັ້ງຢູ່ ລະຫ່ວາງກາງ ຂອງເຂື່ອນຈີນແລະ ເຂື່ອນປາກແບ່ງ ດັ່ງທີ່ທ້າວ ຄໍາພັນໄດ້ກ່າວ.
ຕາມທີ່ໄດ້ ພົບປະກັບ ໝູ່ຊາວບ້ານ ພໍ່ແມ່ພີ່ນ້ອງ ຊາວບ້ານ ວິຕົກຫລາຍ ກ່ຽວກັບການ ພັທນາຮ່ອງນໍ້າ ເຂົາສ້າງເຂື່ອນ ເກີດວ່າ ຖ້າພັທນາ ຫ້ອງນໍ້າສ້າງເຂື່ອນ ໂອ້ຍຄິດວ່າ ຊາວບ້ານຄົງຢູ່ ບໍ່ໄດ້ ການທໍາມາ ຫາກິນ ຂອງຊາວບ້ານ ທຸກວັນນີ້ຫຍຸ້ງ ອີຫລີແລະ ໂຄງການສ້າງ ເຂື່ອນກັ້ນນໍ້າ ຂອງເຂດປາກແບ່ງ ຄາດວ່າຈະກະ ທົບຕໍ່ການ ເປັນຢູ່ ຂອງປະຊາຊົນ ລາວ ປະມານ 1,600 ກ່ວາຄົນ ຊື່ງເຂົາເຈົ້າຕ້ອງ ໂຍກຍ້າຍ ອອກຈາກພື້ນທີ່ ບ່ອນທີ່ ນໍ້າຈະຖ້ວມ ຫາກວ່າເຂື່ອນ ກັ້ນນໍ້າຂອງ ຖືກສ້າງຂື້ນ ປະຊາຊົນ ທີ່ຈະໄດ້ຮັບ ຜົນກະທົບ ແມ່ນປະຊາຊົນ ໃນແຂວງ ອຸດົມໃຊ ແຂວງ ໃຊຍະບູຣີ ຕອນເທິງ ແລະແຂວງ ບໍ່ແກ້ວ ເພາະວ່ານໍ້າຈະ ຖ້ວມບໍຣິເວນ 110 km2 ໃນຂະນະ ດຽວກັນ ທ່ານ ສິງ ພົງດີ ນັກວິຊາການ ດ້ານເຂື່ອນ ຈາກອົງການ ອານຸຣັກ ສິ່ງແວດລ້ອມ ປະຈໍາແຂວງ ຊຽງຮາຍ ກ່າວວ່າ ການສ້າງເຂື່ອນ
ກັ້ນແມ່ນໍ້າຂອງ ເຂດປາກແບ່ງ ຈະກະທົບ ທັງປະຊາຊົນ ສັດສາວາສິ່ງ ແລະ ສະພາບແວດລ້ອມ.
ທ່ານວ່າ ຖ້າເວົ້າເຖິງ ເຂື່ອນປາກແບ່ງ ມັນມີຜົນ ກະທົບສອງຢ່າງ ເກີດຂື້ນ ເພາະວ່າ ຜົນກະທົບ ໃນພາກສ່ວນ ທີ່ຢູ່ໄຕ້ ເຂື່ອນຂອງຈີນ ກໍມີຫລາຍແລ້ວ ຖ້າສ້າງເຂື່ອນ ປາກແບ່ງອີກ ມັນກໍເທົ່າກັບ ວ່າເອົານໍ້າມາ ຂັງຄົນທີ່ຢູ່ ລະຫ່ວາງກາງ ການຂື້ນລົງ ຂອງປາກໍຈະ ບໍ່ປົກະຕິ ຢູ່ແລ້ວ ແລະຍັງໄປປິດ ທັ່ງລຸ່ມອີກ ປາ ກໍຈະຂື້ນ ບໍ່ໄດ້ຢ່າງ ແນ່ນອນ.
ການສໍາຣວດຄວາມ ເປັນໄປໄດ້ ໃນການສ້າງ ເຂື່ອນປາກແບ່ງ ແມ່ນດໍາເນີນດ້ວຍ ບໍຣິສັດ ຕາຖັງ ຂອງຈີນ ຊື່ງໄດ້ລົງນາມ ໃນເອກສານ ຄວາມເຂົ້າໃຈກັບ ຣັຖບານ ລາວ ເມື່ອເດືອນສິງຫາ ປີ 2007 ຜ່ານມາ ໂດຍກໍານົດ ສົ່ງລາຍງານໃຫ້ ຣັຖບານລາວ ຊາບພາຍໃນ ສອງປີ.
ເຂື່ອນດັ່ງກ່າວ ຄາດວ່າຈະມີ ຄວາມສາມາດ ໃນການຕິດຕັ້ງ ເຄື່ອງປັ່ນໄຟຟ້າ ປະມານ 1,350 MW.