ພນັກງານຣັຖ ຄວນໄດ້ ເງິນເດືອນເພີ້ມ
2010.06.24
ສະມາຊິກສະພາ ຜູ້ແທນຣາສດອນ ໄດ້ສເນີຢູ່ ກອງປະຊຸມ ສະພາແຫ່ງຊາຕ ສມັຍສາມັນ ຄັ້ງ ທີ່ 9 ຂອງສະມາຊິກ ສະພາແຫ່ງຊາຕ ຊຸດທີ່ 6 ທີ່ກຳລັງມີ ກາຣປະຊຸມ ກັນໃນປັຈຈຸບັນ ນີ້ນັ້ນ ໃຫ້ທາງຣັຖບາລ ພິຈາຣະນາ ກາຣຂຶ້ນເງິນເດືອນ ແກ່ບັນດາ ເຈົ້າໜ້າທີ່ ພນັກງານຂອງຣັຖ ເພື່ອໃຫ້ສົມດຸນ ກັບກາຣ ດຳຣົງຊີວີຕ ຂອງເຂົາເຈົ້າ ດັ່ງທ່ານອາເມ ຊົ່ງຍາເລັ່ງ ສະມາຊິກ ສະພາແຫ່ງຊາຕ ເຂຕ 7 ແຂວງໄຊຍະບູຣີ ໄດ້ກ່າວວ່າ:
“ຊຶ່ງຂ້າພະເຈົ້າ ກໍໄດ້ສເນີວ່າ ຢາກໃຫ້ຄົ້ນຄວ້າ ເພີ່ມເຕີມ ກ່ຽວກັບເງິນເດືອນ ຂອງພນັກງານ ໃຫ້ມັນຢູ່ໃນ ຣະດັບເກນທີ່ ເໝາະສົມ ເມື່ອເງິນພນັກງານ ພຽງພໍ ພວກເຮົາຈຶ່ງຈະ ໄປອັດຊອ່ງວ່າງ ກາຣຮົ່ວໃຫລ ຖ້າພວກເຮົາເອົາ ເງິນເດືອນ ຂອງພນັກງານສູງ ໄປອັດຊ່ອງວ່າງ ຮົ່ວໄຫລ ບາງທີປາກົດ ກາຣຮົ່ວໃຫລ ຈະບໍ່ມີ ຣະບຽບກົດໝາຍ ຈະຖືກປະຕິບັຕ”.
ທ່ານອາເມ ໄດ້ກ່າວເນັ້ນເພີ່ມວ່າ ຕົ້ນຕໍຂອງບັນຫາ ກາຣທຸຈຣິຕ ຄໍຣັປຊັ໋ນ ໃນວົງກາຣຂອງ ພນັກງານພັກຣັຖ ໃນທົ່ວປະເທສ ປັຈຈຸບັນນີ້ນັ້ນ ສ່ວນໜຶ່ງກໍຍ້ອນ ບັນຫາ ເງີນເດືອນ ຂອງເຈົ້າໜ້າທີ່ ບໍ່ພຽງພໍກັບ ກາຣດຳຣົງຊີວີຕ ເມື່ອທຽບກັບຄ່າ ຄອງຊີພໃນສັງຄົມ ດັ່ງນັ້ນກາຣຫາເງິນ ດ້ວຍກາຣຮັບສິນບົນ ຈຶ່ງເປັນເຣື່ອງທີ່ ປະຕິເສດ ໄດ້ຍາກ ຊຶ່ງທາງຣັຖບາລ ກໍພຍາຍາມ ທີ່ຈະໃຫ້ສາມາດ ແກ້ໄຂບັນຫາ ກາຣສໍ້ຣາສບັງຫລວງ ນີ້ຕລອດມາ ແຕ່ກໍຍອມຮັບວ່າ ຍັງເປັນບັນຫາ ທີ່ບໍ່ສາມາດ ແກ້ໄຂໄດ້ ຈັກເທື່ອ.
ສະນັ້ນຈຶ່ງຢາກ ໃຫ້ທາງຣັຖບາລ ຫາວິທີທາງ ອອກໃຫ້ໄດ້ ດ້ວຍກາຣນຳເອົາ ເຣື່ອງກາຣຂຶ້ນເງິນເດືອນ ໃຫ້ແກ່ພນັກງານ ຂອງຣັຖດັ່ງກ່າວນີ້ ພ້ອມກັບໃຫ້ມີ ກາຣບັງຄັບ ໃຊ້ກົດໝາຍ ຢ່າງເຂັ້ມງວດ.