ສປປລາວ ກຳລັງ ປັບປຸງ ຄວາມສຸຈຣິຕ

ຈັດເຂົ້າ ລະດັບໂລກ, ສປປລາວ ມີ ຄະແນນ ສໍ້ຣັຖບັງຫຼວງ 2.00. ປະເທດ ທີ່ ສໍ້ຫຼາຍ ທີ່ສຸດ ຈະໄດ້ 10.00. ປະເທດ ນີວຊີແລນດ໌ ມີ ຄະແນນ ຕ່ຳທີ່ສຸດ.
ວຽງໄຊ ຣາຍງານ
2008.05.14

ຣັຖບານລາວ ເວົ້າວ່າ ຕົນ ກຳລັງ ປັບປຸງ ເຣື້ອງ ຄວາມຊື່ສັຕ ສຸຈຣິຕ ຂອງ ພນັກງານ ໃນພາກ ຣັຖບານ.

ປັດຈຸບັນ ເຣື້ອງ ການທຸຈຣິຕ ຫລື corruption ໃນລາວ ເປັນບັນຫາ ສຳຄັນ ທີ່ມີມາ ດົນແລ້ວ ເພາະ ລາວ ມີເສຖກິດ ທີ່ຍັງ ບໍ່ຄ່ອຍ ໝັ້ນຄົງ.  ຂ້າຣາຊການ ໄດ້ ເງິນ ເດືອນ ໜ້ອຍ, ອີກທັງ ມີບັນຫາ ຄວາມທຸກຍາກ. ເພາະສນັ້ນ,  ຈຶ່ງເປັນ ເຣື້ອງ ປົກຕິ ແລະ ວ່າ ຫາກຈະມີ ການທຸຈຣິຕ ເກີດຂຶ້ນ ໃນ ທຸກຣະດັບ. ຣັຖບານລາວ ເວົ້າວ່າ ຕົນຫລິງເຫັນ ຄວາມສຳຄັນ ຂອງ ບັນຫານີ້,  ຈຶ່ງໃດ້ ທຳການ ປັບປຸງ ພນັກງານ ຂອງ ພາກຣັຖບານ ໃຫ້ມີ ການເຮັດວຽກ ຢ່າງສຸຈຣິຕ,  ດັ່ງ ພນັກງານ ຣັຖທ່ານນຶ່ງ ກ່າວວ່າ:

“ດຽວນີ້ ຣັຖບານລາວ ມີ ການປັບປຸງ ການພັທນາ ຊັພຍາກອນມນຸດ. ພນັກງານ ຕ້ອງສັຕຊື່, ຕ້ອງເຮັດ ທຸກສິ່ງ ທຸກຢ່າງ ທີ່ພັກ ແລະ ຣັຖບານ ມອບໃຫ້.  ບໍ່ແມ່ນ ເຮົາສີ່ເຮັດ ແບບກອບໂກຍ ແບບຫຍັງ ຍາກເນາະ”

ພນັກງານ ທ່ານນີ້ ກ່າວຕໍ່ໄປວ່າ ການທີ່ ຣັຖບານ ມີການ ປັບປຸງ ພນັກງານ ນັ້ນ, ເນື່ອງຈາກວ່າ ຢາກໃຫ້ ພນັກງານ ທຸກຄົນ ເຮັດວຽກ ໂດຍຍຸຕິທັມ, ປາສຈາກ ການຮັບສິນບົນ ຊຶ່ງ ຖືວ່າ ເປັນບັນຫາ ທີ່ແກ້ໄດ້ ຍາກຫລາຍ;  ແຕ່ ທ່ານ ກໍ່ຫວັງ ເປັນຢ່າງຍິ່ງ ວ່າ ພນັກງານ ທີ່ຮັບ ສິນບົນ ນັ້ນ ຈະມີ ໜ້ອຍລົງ ກວ່າເດີມ.

ເຖິງວ່າ ທຸກວັນນີ້ ຣັຖບານ ຈະໄດ້ ປັບປຸງ ຄວາມຊື່ສັຕ ຂອງພນັກງານ; ແຕ່ ໃນຂນະ ດຽວກັນ, ທ່ານ ກໍ່ກ່າວ ເຖິງ ການຮັບ ສິນບົນ ຂອງ ພນັກງານ ຣັຖບານ ດ້ວຍກັນວ່າ:

“ສ່ວນຫລາຍ ເຂົາເຈົ້າ ກໍ່ນັບຖື ກົດຣະບຽບ ຂອງ ລາວຫລາຍ;  ແຕ່ວ່າ ຜູ້ທີ່ດື້ ກໍ່ມີຫລາຍ, ຜູ້ທີ່ ມັນບໍ່ຢາກ ຟັງເຫດ ຟັງຜົນ ກໍ່ມີຫລາຍ ເພາະວ່າ ເຂົາເຈົ້າ ໃນເມື່ອ ເຂົາເຈົ້າ ເຮັດແບບເຖື່ອນ, ເຮັດແບບຜິດ ກົດໝາຍ, ມັນໄດ້ເງິນ ເຍິະ ແຕ່ວ່າ ເຮັດຖືກ ມັນກໍ່ໄດ້ ໜ້ອຍ”

ນອກຈາກນີ້, ທ່ານ ຍັງໄດ້ກ່າວ ຕື່ມວ່າ ການທີ່ ພນັກງານ,  ບໍ່ວ່າ ຂອງຣັຖ ຫລື ຂອງເອກຊົນ ທີ່ຮັບ ສິນບົນ ນັ້ນ, ສາມາດ ເກີດໄດ້ ຢູ່ທຸກບ່ອນ,  ບໍ່ສເພາະ ແຕ່ໃນລາວ ເທົ່ານັ້ນ, ມີ ໃນທຸກປະເທດ ຢ່າງແນ່ນອນ.  ຂຶ້ນຢູ່ກັບວ່າ ຣັຖບານ ຈະມີ ມາຕາການ ເດັດຂາດ ໜ້ອຍຫລາຍ ປານໃດ ເພື່ອເຮັດໃຫ້ ເຣື້ອງນີ້ ຍຸດຕິ
ລົງໄດ້.

ໃນ ຣາຍງານ ຂອງ ອົງການ ສາກົນ ເພື່ອຕໍ່ຕ້ານ corruption ທີ່ມີຊື່ວ່າ Transparency International ກ່ຽວກັບ ປະເທດ ທີ່ມີ corruption ຫລາຍທີ່ສຸດ ໃນປີ 2007, ປະກົດ ວ່າ ສປປລາວ ໄດ້ ຄແນນ 1.9 ໃນ 10, ຊຶ່ງຖືວ່າ ຢູ່ໃນ ຣະດັບ ຕໍ່າຫລາຍ ແລະ ປະເທດ New Zealand ເປັນ ປະເທດ ທີ່ມີ corruption ໜ້ອຍ ທີ່ສຸດ.
ຄວາມເວົ້າຊອກຫາຂໍ້ມູນ: ສໍ້ຣັຖ, corruption

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.