ການສໍ້ຣາສບັງຫລວງ ໃນລາວ
2010.10.27
ກົດຟັງສຽງ
ໃນເອເຊັຍ ລາວເປັນປະເທດ ທີ່ມີການ ສໍ້ໂກງຫລາຍ ອັນດັບທີ່ສາມ ໃນຈຳນວນທັງໝົດ 33 ປະເທດ. ປະເທດທີ່ມີການ ສໍ້ຣາສບັງຫລວງ ຫລາຍທີ່ສຸດໃນເອເຊັຍ ກໍແມ່ນ ອັຟການິສຖານ ແລະ ພະມ້າ. ນັ້ນແມ່ນຣາຍງານ ຜົນຂອງສຶກສາສຳຣວດ ການສໍ້ຣາສບັງຫລວງ ປະຈຳປີ 2010 ໂດຍອົງການ ຄວາມໂປ່ງໃສສາກົນ ທີ່ມີສຳນັກງານໃຫຍ່ ຢູ່ປະເທດ ເຍັຍຣະມັນ.
ອົງການຄວາມໂປ່ງໃສ ສາກົນ ຣາຍງານອີກວ່າ ປີນີ້ ສປປລາວ ມີອັນດັບດີ ຂື້ນເລັກນ້ອຍ ຄືສູງຂື້ນຈາກ ອັນດັບທີ່ 158 ເມື່ອປີກາຍ ຍັບຂື້ນເປັນ ອັນດັບທີ່ 154 ໃນປີນີ້ ແລະ ທັຊນີວັດແທກ ການສໍ້ຣາສບັງຫລວງ ກໍດີຂື້ນໜ້ອຍນຶ່ງ ຄືດີຂື້ນຈາກ 2.0 ເມື່ອປີກາຍ ຂື້ນເປັນ 2.1 ໃນປີນີ້. ປະເທດທີ່ໄດ້ທັຊນີ ຕ່ຳໃກ້ 0 ເທົ່າໃດ ຍິ່ງມີການ ສໍ້ຣາສບັງຫລວງ ຫລາຍເທົ່ານັ້ນ ແລະ ຕົງກັນຂ້າມ ປະເທດມີທັຊນີ ສູງໃກ້ 10 ເທົ່າໃດ ຍິ່ງຂາວສະອາດ ປາສຈາກ ການສໍ້ຣາສບັງຫລວງ.
ທ່ານ ລ່ຽວຣົງ ເຈົ້າໜ້າທີ່ອົງການ ຄວາມໂປ່ງໃສ ສາກົນຮັບຜິດຊອບ ເຂດເອເຊັຍປາຊີຟິກ ກ່າວກ່ຽວກັບການ ສໍ້ຣາສບັງຫລວງ ໃນສປປລາວວ່າ …. ທ່ານເວົ້າວ່າ ລາວກໍຄືກັນ ລາວ ເປັນປະເທດ ໃນຣະຍະຂ້າມຜ່ານ ຖ້າທ່ານໃຫ້ເງິນ ສິນບົນ ແກ່ບຸກຄົນທີ່ກ່ຽວ ຂ້ອງທ່ານກໍຈະສາມາດ ເຮັດທຸກສິ່ງທຸກຢ່າງ ໄດ້ຢ່າງສະບາຍ.
ໃນການສຶກສາ ສຳຣວດ ເບິ່ງການ ສໍ້ຣາສບັງຫລວງ ທຸກໆປີ ອົງການຄວາມໂປ່ງໃສ ສາກົນ ສ່ວນຫລາຍ ຖາມຄວາມຄິດຄວາມເຫັນ ຂອງນັກທຸຣະກິດ ເຈົ້າໜ້າທີ່ ອົງການ ທີ່ບໍ່ຂື້ນ ກັບຣັຖບານ ແລະ ເຈົ້າໜ້າທີ່ ສະຖາບັນ ການເງິນສາກົນ ຕ່າງໆ ທີ່ປະຕິບັດ ໜ້າທີ່ຢູ່ ໃນປະເທດນັ້ນໆ.