ສໍ້ຣາສບັງຫຼວງທໍາລາຍ ປະຊາທິປະໄຕ
2010.11.10
ກົດຟັງສຽງ
ມາດາມ Hillary Clinton ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ອະເມຣິກາ, ຊັກຊວນ ທຸກຄົນ ຕໍ່ສູ້ກັບ ການສໍ້ຣາສ ບັງຫລວງ. ມາດາມ Clinton ບໍ່ໄດ້ເຂົ້າຮ່ວມ ກອງປະຊຸມ ວ່າດ້ວຍການ ຕໍ່ຕ້ານການ ທຸຈຣິດ ແລະ ສໍ້ຣາສບັງຫລວງ ຄັ້ງທີ 14 ທີ່ປະເທດໄທ ເປັນເຈົ້າພາບ ຈັດຂື້ນຢູ່ ທີ່ບາງກອກ ໃນວັນທີ 10 ພຶສຈິກາ ນີ້, ແຕ່ມາດາມ ໄດ້ກ່າວຜ່ານ ວົງຈອນວີດີໂອ ທາງໄກ ວ່າ ການສໍ້ຣາສ ບັງຫລວງ ສົ່ງຜົນກະທົບ ຕໍ່ທຸກໆຄົນ. ໃນຕອນນື່ງ ຂອງຄໍາປາໄສ ມາດາມ ໄດ້ກ່າວວ່າ:
"ເມື່ອການ ສໍ້ຣາສບັງຫລວງ ເປັນເຊື້ອຕິດ ເຂົ້າໄປໃນ ລະບົບ ການເມືອງແລ້ວ ມັນສັ່ນສະເທືອນ ຄວາມເຊື່ອຖື ຂອງ ປະຊາຊົນ ທີ່ຕ້ອງການ ປະຊາທິປະໄຕ ອັນແທ້ຈິງ".
ມາດາມ Clinton ເວົ້າວ່າ ມາດາມ ໄດ້ພົບກັບ ປະຊາຊົນ ຈໍານວນ ຫລວງຫລາຍ ມີຄວາມຢ້ານກົວ ຕໍ່ຣັຖບານ ຫລືທະຫານ ຂອງປະເທດເອງ ຫລາຍກ່ວາສິ່ງ ອື່ນໆ. ມາດາມ ໄດ້ພົບກັບນັກ ທຸຣະກິດ ຂນາດນ້ອຍ ທີ່ໃຫ້ສິນບົນ ແກ່ເຈົ້າໜ້າທີ່ ຣັຖບານ ແລະວ່າ ການສໍ້ຣາສບັງຫລວງ ນີ້ຈະບໍ່ເຮັດ ໃຫ້ປະຊາຊົນ ໄດ້ຮັບ ປະຊາທິປະໄຕ ອັນແທ້ຈິງ. ມາດາມວ່າ ສະຫະຣັຖ ຢືນຢັດ ເປັນພັນທະມິດ ຕໍ່ສູ້ກັບ ບັນຫາ ສໍ້ຣາສບັງຫລວງ. ສະຫະຣັຖ ສນັບສນູນ ຣັຖບານ ທີ່ຍຸຕິທັມ ແລະ ຊື່ສັດ.
ກອງປະຊຸມ ວ່າດ້ວຍການ ຕໍ່ຕ້ານການ ທຸຈຣິດ ແລະ ສໍ້ຣາສບັງຫລວງ ຄັ້ງທີ 14 ທີ່ ປະເທດໄທ ເປັນເຈົ້າພາບ ນີ້ມີຫົວຂໍ້ ວ່າ: restoring trust: Global action for transparency ຊຶ່ງມີຄວາມ ໝາຍວ່າ: ຟື້ນຟູຄວາມເຊື່ອຖື: ປະຕິບັດການ ກວມລວມ ເພື່ອ ຄວາມໂປ່ງໃສ. ກອງປະຊຸມ ຈະດໍາເນີນ ໄປເປັນເວລາ 4 ວັນ. ມີເຈົ້າໜ້າທີ່ ຂັ້ນສູງ ຈາກຫລາຍປະເທດ ຮ່ວມທັງ ຜູ້ແທນ 3 ຄົນ ຈາກ ສສປ ລາວ ແລະເຈົ້າໜ້າທີ່ ຈາກອົງການ ທີ່ບໍ່ຂື້ນກັບ ຣັຖບານ ທັງໝົດ ພັນກວ່າ ຄົນ ເຂົ້າຮ່ວມ.