ຫລາຍບໍຣິສັດລົງທຶນ ຫລີກລ້ຽງ ການສໍາຣວດ ສະພາບແວດລ້ອມ

ນັກທຸຣະກິດ ຕ່າງປະເທດ ຈໍານວນນຶ່ງ ທີ່ເຂົ້າໄປລົງທຶນ ຢູ່ປະເທດລາວ ຫລີກລ້ຽງການເຮັດບົດວິພາກ ທາງດ້ານສິ່ງແວດລ້ອມ ໂດຍຈ້າງໃຫ້ບໍຣິສັດ ຮັບຜິດຊອບ ອອກໃບຮັບຮອງໃຫ້, ຊຶ່ງສົ່ງຜົນກະທົບ ຕໍ່ສະພາບແວດລ້ອມ ໃນອະນາຄົດ.
ຈໍາປາທອງ
2010.03.05

ນັກ​ທຸຣະກິດ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ຈຳນວນ​ນຶ່ງ ທີ່​ເຂົ້າມາ​ລົງທຶນ ​ຢູ່​ປະ​ເທດ​ລາວ ພະຍາຍາມ ​ຫລີກ​ລ້ຽງ ທີ່​ຈະ​ເຮັດ​ບົດ​ວິພາກ ທາງ​ດ້ານ​ສິ່ງ​ແວດ​ລ້ອມ ຊຶ່ງ​ເປັນ​ຂໍ້​ກຳນົດ ຂອງຣັຖບານ ​ໂດຍ​ອາ​ໃສ​ ຊ່ອງ​ທາງ ຈ້າງບໍຣິສັດ ​ທີ່​ປຶກສາ​ດ້ານ​ສິ່ງ​ແວດ​ລ້ອມ ​ໃຫ້​ອອກ​ໃບຮັບ​ຮອງ​ໃຫ້ ​ໂດຍ​ທີ່​ບໍ່ມີ​ການ​ສຳ​ຫລວດກວດກາ ​ສະພາບພື້ນທີ່ ​ຕົວ​ຈິງ ດັ່ງ​ຕົວ​ແທນ​ບໍຣິສັດ ທີ່​ປຶກສາ ​ດ້ານ​ສິ່ງ​ແວດ​ລ້ອມ ​ແຫ່ງ​ນຶ່ງ ​ຢູ່​ລາວ ​ເວົ້າວ່າ:

”ບາງ​ນາຍທຶນ​ມານີ້ ບາງ​ເທື່ອ​ບໍ່ຢາກ​ເຮັດ​ຮອດ EIA ມາ​ຫາ​ຂ້າພະ​ເຈົ້າ​ເອງ​ນີ້ວ່າ ​ເອີ​ຂ້ອຍ​ສິຈ່າຍ​ໃຫ້​ເຈົ້ານຳ ຕັ້ງ​ແຕ່​ໄດ້​ໃບ​ຮັບຮອງ​ເພີ່ນ​ນີ້ນ່ະ ຂ້ອຍ​ບໍ່​ເອົາ​ດອກ​ຄຸນ​ນະພາ​ບອີ່​ຫຍັງ​ຕ່າງໆ​ແຕ່​ຫາກ​ເຮົາ​ເຮັດບໍ່​ໄດ້.”

ທ່ານ​ວ່າ ຣັຖບານ ​ໄດ້​ກຳນົດ​ ໃຫ້​ບໍຣິສັດ ທີ່​ເຂົ້າມາ​ລົງທຶນ ​ໃນ​ໂຄງການ​ຕ່າງໆ ທີ່​ຈະໃຊ້ຊັພຍາກ​ອນ ທຳ​ມະ​ຊາດ ​ໃນ​ທົ່ວ​ປະ​ເທດ​ລາວ ຕ້ອງ​ມີ​ການ​ສຳ​ຫລວດ ​​ແລະ ​ເຮັດ​ບົດ​ວິພາກ​ ດ້ານ​ສິ່ງ​ແວດ​ລ້ອມ ​ເບິ່ງ​ກ່ອນ​ວ່າ ມີ​ຜົນ​ກະທົບ ຫລືບໍ່ ກ່ອນ​ຈະ​ມີ​ການ​ອະນຸມັດ​ໃຫ້ ​ໂຄງການ​ນັ້ນໆ.

​ແຕ່​ກໍ​ມີ​ບາງ​ບໍຣິສັດ ທີ່ຄິດ​ເຫັນ ​ແຕ່​ຜົນ​ປະ​​ໂຫ​ຍດ ຂອງ​ຕົນ ​ໄດ້​ອາ​ໃສ​ຊ່ອງ​ທາງ ​ທີ່​ບໍ່ຖືກຕ້ອງ ​ເພື່ອ​ເຮັດ​ໃຫ້​ໂຄງການ ​ຂອງ​ຕົນ ​ໄດ້​ຮັບ​ການ​ປະຕິບັດ. ດັ່ງນັ້ນ ຈຶ່ງ​ມີ​ຄວາມ​ຈຳ​ເປັນ ທີ່ຈະ​ຕ້ອງ​ກວດກາ​ກັນ ​ຄັກ​ແນ່. ກ່ຽວກັບ​ເລື່ອງ​ນີ້ ຕົວ​ແທນ​ບໍຣິສັດ ທ່ານ​ດຽວກັນນີ້ ​ເວົ້າວ່າ:

ແຕ່​ພວກ​ນາຍທຶນ ຫລື​ວ່າ​ຜູ້​ລົງທຶນຫັ້ນ ​ເຂົາ​ປະຕິບັດ​ຕາມ​ສັນຍາ​ຫລືບໍ່ ລາງ​ເທື່ອມັນ​ກະເຮັດ​ແນວ​ໃດ ມັນ​ຢາກ​ຈ່າຍໜ້ອຍ ມັນ​ກໍ​ບໍ່ປະຕິບັດ​ຕາມ​ນັ້ນ ຖ້າ​ຫາກ​ວ່າ​ເຮົາ​ບໍ່ຕິດຕາມ​ກວດກາ​ ຄົນ​ລາວ​ເຮົາ ກະບາ​ງ​ເທື່ອ​ກໍ​ໃຈ​ສະບາຍ ​ເຂົາ​ບໍ່​ເຮັດ​ແລ້ວ​ກໍ​ແລ້ວ ​ເຮົາ​ເວົ້າກັນ​ແລ້ວ.”

ທ່ານ​ວ່າ ການ​ຕິດຕາມ​ກວດກາ ​ໂຄງການ​ພັທນາ ຢູ່​ລາວ ມີ​ຄວາມ​ສຳ​ຄັນ​ຫລາຍ ​ເພາະວ່າ ​ເຖິງ​ວ່າ ມັນ​ຈະ​ມີ​ຜົນ​ດີ ​ຕໍ່ການພັທນາ​ເສ​ຖກິດ ​ແຕ່​ຫາກ​ມີ​ຜົນ​ຮ້າຍ ​ຕໍ່ສິ່ງ​ແວດ​ລ້ອມ ​ກໍຈະ​ກາຍເປັນ​ໄພ​ຂົ່ມຂູ່ ຕໍ່ສະພາບ​ແວດ​ລ້ອມ​ ໃນ​ອະນາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.