ການສໍ້ຣາຊບັງຫລວງ ຂອງເຈົ້າໜ້າທີ່
2008.10.23
ທ່ານວ່າ ການຟ້ອງຮ້ອງ ໃນສານ ທີ່ກ່ຽວພັນ ກັບການລົງທືນ ຫລື ຄວາມບໍ່ກ້າວຫນ້າ ທາງດ້ານເສຖກິດໃນລາວ ສ່ວນໃຫຍ່ ແມ່ນເກີດຈາກ ການສໍ້ຣາຊບັງຫລວງ ຂອງເຈົ້າຫນ້າທີ່ຣັຖ ດັ່ງທ່ານກ່າວ ໃນຕອນນື່ງວ່າ:
“ບັນຫາວ່າ ລົງເງີນໃຊ້ ໃນໂຄງການ ໄປແລ້ວ ກໍ່ບໍ່ເອົາເງີນ ໄປເຮັດ ໃນໂຄງການ ທີ່ຢູ່ໃນສັນຍານັ້ນ ເອົາເງີນ ໄປເຮັດຢ່າງອື່ນ ແລະ ກໍ່ບໍ່ຈ່າຍ ເຮັດໃຫ້ ມີບັນຫາ ບາງເທື່ອ ຈ່າຍເງີນໃຫ້ ກັມມະກອນ ກໍ່ບໍ່ໄດ້ຮັບ ບໍ່ມາ ດຳເນີນ ທຸຣະກິດຕໍ່ ເຮັດໃຫ້ ທຸຣະກິດນັ້ນ ເດີນບໍ່ໄດ້ ແບບລັກສະນະ ຄໍຣັບຊັນ.”
ທ່ານວ່າ ສ່ວນຫລາຍ ທຸຣະກີດ ທີ່ມັກມີ ການໃຫ້ສິນບົນກັນ ຫລາຍກວ່າຫມູ່ ກໍ່ຈະເປັນ ປະເພດ ການກໍ່ສ້າງ ບໍ່ແຮ່ ກະສີກຳ ປ່າໄມ້ ແລະ ຜລີຕພັນສີນຄ້າ ປະເພດຕ່າງໆ ຈາກນັກລົງທືນ ຕ່າງປະເທດ ແລະພາຍໃນ ປະເທດ ບາງຄັ້ງ ກໍ່ມີການຟ້ອງຮ້ອງກັນ ແຕ່ສ່ວນໃຫຍ່ ຈະມີການມີດງຽບໄປ. ເຫດການໃນການສໍ້ໂກງ ກໍ່ມີຫລາຍຢ່າງ ທ່ານກ່າວ ເພີ້ມອີກວ່າ:
“ເວລາ ມີການຕົກລົງກັນແລ້ວ ສ່ວນໃຫຍ່ ເຂົາບໍ່ຢາກ ປະຕິບັດ ບໍ່ຢາກ ປະຕິບັດ ຕາມຄຳຕົກລົງ ໂຕເອງ ເຮັດໃຫ້ ມີການແກ່ຍາວ ເວລາ ບົດບັນທືກນັ້ນ ແກ່ຍາວເວລາ ໃນການຈ່າຍ ການປະຕິບັດງານ ເວົ້າເຣື້ອງ ປະຕິບັດ ກໍຖືວ່າຍາກ.”
ໃນທີ່ສຸດ ເຈົ້າຫນ້າທີ່ ທ່ານນັ້ນ ບອກວ່າ ການຂາດ ປະສີດທິພາບ ຂອງຣະບົບຣາຊການ ຫລື ການບໍຣິຫານ ຣາຊການ ເປັນສາເຫດ ທີ່ສຳຄັນ ທີ່ເຮັດໃຫ້ ເກີດການສໍ້ຣາຊບັງຫລວງ ໃນລາວ ກາຍເປັນໂຣຄຊ້ຳເຮື້ອສັງຄົມ ໃນຣະດັບ ຜູ້ປົກຄອງ ໃນລາວ ໃນປັດຈຸບັນ. ທ່ານວ່າ ຖ້າການສໍ້ຣາຊບັງຫລວງ ບໍ່ຖືກແກ້ໄຂ, ໃນອະນາຄົດ ນັກລົງທືນ ຈາກຕ່າງຊາດ ກໍ່ຈະຫມົດສັດທາ ໃນການມາລົງທືນ ໃນລາວ.