ບັນຫາການ ທຸດຈະຣິດ ສໍ້ຣາຊບັງຫລວງ ໃນລາວ
2009.01.28
ບັນຫາການ ທຸດຈະຣິດ ສໍ້ຣາຊບັງຫລວງ ໃນໝູ່ເຈົ້າ ໜ້າທີ່ລາວ ບໍ່ວ່າຈະ ຢູ່ໃນວົງ ການໃດ໋ເຫັນ ວ່າເປັນບັນຫາ ທີ່ຮ້າຍແຮງ ທີ່ທ່ວງດຶງ ຄວາມພະຍາຍາມ ທີ່ຈະລົບ ລ້າງຄວາມທຸກ ຍາກຂອງລາວ ໃຫ້ໝົດໄປໄດ້ ແລະທີ່ຜ່ານມາ ທາງການລາວ ຍັງບໍ່ສາມາດທີ່ຈະ ຄວບຄຸມແກ້ ໄຂບັນຫານີ້ ໄດ້ຢ່າງມີ ປະສິດທິພາບ ເທື່ອເພາະວ່າ ໃນລາວຍັງ ມີການໃຊ້ ອິດທິພົນ ຫລື ອໍານາດມືດ ໃນການສແວງ ຫາຜົນປະໂຍດ ສ່ວນໂຕ ດັ່ງນາງ ຈັນທະພອນ ນັກສຶກສາ ໜຸ່ມລາວຜູ້ນຶ່ງ ຢູ່ນະຄອນ ຫລວງວຽງຈັນ ສແດງຄວາມ ຄິດເຫັນວ່າ:
ມັນມີໝົດ ທຸກຂັ້ນແຫລ໋ະ ຕັ້ງແຕ່ຂັ້ນ ນ້ອຍສຸດ ເຖິງຂັ້ນ ໃຫຍ່ສຸດເລີຍ ເພາະວ່າມັນ ກໍເປັນມາ ດົນແລ້ວ ກໍບໍ່ຮູ້ວ່າ ວິທີໃດ໋ແກ້ ເອົາກົດໝາຍ ເຂົ້າມາມັນ ກໍຍັງມີ ດ້ານມືດຢູ່ ຄືເກົ່າບໍ່ ຢາກໃຫ້ມັນ ເປັນແບບຢ່າງ ບໍ່ຢາກໃຫ້ ມັນເປັນທີ່ ເຂົາເອີ້ນກັນ ວ່າພະຍາດ ຊໍາເຮື້ອ
ນາງ ຈັນທະພອນ ເວົ້າຕໍ່ໄປວ່າ ຜູ້ທີ່ສູນເສັຍ ຜົນປະໂຍດ ຈາກບັນຫາ ດັ່ງກ່າວກໍ ແມ່ນປະເທດຊາດ ແລະ ປະຊາຊົນ ສ່ວນຫລາຍ ທີ່ທຸກຍາກ. ເຖິງແມ່ນວ່າ ທາງການລາວ ຈະປະກາດ ເອົາຈິງເອົາຈັງ ຕໍ່ບັນຫານີ້ ແຕ່ກໍຍັງ ບໍ່ມີການ ຈັບກຸມເອົາຜິດ ກັບຜູ້ທີ່ເຮັດ ຄວາມຜິດໄດ້ ຢ່າງທີ່ໜ້າພໍໃຈ ຈະເຫັນໄດ້ ຈາກເງິນທີ່ ເກັບພາສີ ອາກອນຂອງ ປະເທດຊາດ ທີ່ຕົກລົ່ນ ໄປຈາກການ ທຸດຈະຣິດ ຈົນເຮັດໃຫ້ ລາຍໄດ້ຈາກ ພາສີບໍ່ ເປັນໄປຕາມ ເປົ້າໝາຍ ທີ່ທາງການ ໄດ້ຄາດໝາຍໄວ້ ຈຶ່ງບັງຄັບໃຫ້ ຣັຖບານຕ້ອງໄດ້ ຂໍເງິນທຶນ ຊ່ອຍເຫລືອຈາກ ຕ່າງປະເທດ ຢູ່ຢ່າງຕໍ່ເນື່ອງ.
ເຖິງຢ່າງໃດ ກໍດີ ບັນຫາສໍ້ ຣາຊບັງຫລວງ ໃນລາວທີ່ ຍັງບໍ່ມີ ທ່າທີວ່າ ຈະຫລຸດຜ່ອນ ລົງນີ້ຈຶ່ງ ເຮັດໃຫ້ຫລາຍໆ ອົງການທີ່ ຊ່ອຍເຫລືອລາວ ໃນໂຄງການ ສ້າງສາພັດທະນາ ບໍ່ຍອມໃຫ້ ທາງການລາວ ໃຊ້ເງິນງົບ ປະມານຊ່ອຍ ເຫລືອໂດຍກົງ ຈຶ່ງດໍາເນີນ ການ ດ້ວຍຕົນເອງ. ໃນປີ 2008 ອົງການ Transparency International ຫລືອົງການ ເພື່ອຄວາມ ໂປ່ງໃສສາກົນ ໄດ້ຈັດໃຫ້ ສປປລາວ ເປັນປະເທດ ທີ່ມີການ ສໍ້ຣາຊບັງຫລວງ ເປັນອັນດັບທີ 151 ໃນຈໍານວນ ທັງໝົດ 180 ປະເທດທົ່ວໂລກ.