ກ່ຽວກັບເຣື້ອງນີ້ ປະຊາຊົນຄົນນຶ່ງ ຢູ່ແຂວງເຊກອງ ໄດ້ໃຫ້ສັມພາດວ່າ:
"ຄິດວ່າມັນຍັງຢູ່ຄືເກົ່າ ກໍຍັງມີຢູ່ ຍັງບໍ່ເຫັນວ່າອັນໃດ ທີ່ມັນດີເດັ່ນ ມັນກໍຍາກໜ້ອຍນຶ່ງ ຢູ່ລາວກົດໝາຍ ສໍ້ຣາສ-ບັງຫລວງ ເພິ່ນບໍ່ທັນໄດ້ໃຊ້ ມີແຕ່ເວົ້າໄປຊື່ໆ ຍັງບໍ່ທັນ ເອົາອອກມາໃຊ້ໄດ້ດີ ເພາະວ່າກົດໝາຍນີ້ ຜູ້ທີ່ຂຽນກົດໝາຍ ກໍຍັງຢັ້ງຢູ່ ຖ້າເອົາມາໃຊ້ ມັນກໍຊີ່ເປັນ ຄືອ່ວຍປາຍມີດ ໃສ່ຕົນເອງ"
ດັ່ງທີ່ທ່ານໄດ້ ກ່າວມານັ້ນວ່າ ກົດໝາຍຕໍ່ຕ້ານການ ສໍ້ຣາສ-ບັງຫລວງ ໃນລາວມີຢູ່ ແຕ່ປະຕິບັດບໍ່ໄດ້ ປັນຫານີ້ຈຶ່ງຍັງ ມີຢູ່ຄືເກົ່າ. ໃນຂນະດຽວກັນ ເຈົ້າໜ້າທີ່ພາກຣັຖ ຈາກແຂວງສວັນນະເຂດ ໄດ້ຕອບຄໍາຖາມວ່າ ການສໍ້ຣາສ-ບັງຫລວງ ໃນລາວມີເພີ້ມຂື້ນ ຫລືວ່າຫລຸດລົງ ທ່ານກໍໃຫ້ຄວາມ ເຫັນວ່າຫລຸດລົງ ຫລັງຈາກ ຣັຖບານໄດ້ ເອົາມາຕການ ເຂັ້ມງວດຂື້ນ:
"ຄິດວ່າຫລຸດ ເພາະວ່າເພິ່ນໄດ້ ປັບປຸງມາເລື້ອຍໆ ບາງຄົນກໍໄດ້ອອກ ຈາກຣາຊການ ກໍອອກມາແນວນັ້ນ ເພິ່ນປັບໄປແນວນັ້ນ ເອີ້ນວ່າ ເພິ່ນເຮັດໃນຜ່ານມາ ເພິ່ນເອົາຈິງເອົາຈັງ ແລ້ວໃດ໋ ດຽວນີ້."
ໃນປີ2008 ຜ່ານມາອົງການ ເພື່ອຄວາມໂປ່ງໃສ ລະຫວ່າງປະເທດ ໄດ້ລາຍງານໂຕເລກ ຂອງປະເທດທີ່ມີ ການສໍ້ຣາສ-ບັງຫລວງ ຫລາຍທີ່ສຸດສໍາລັບ ປີ2007 ພົບວ່າ ສປປ ລາວ ເປັນປະເທດນຶ່ງ ທີ່ມີການ ສໍ້ຣາສ-ບັງຫລວງ ຫລາຍທີ່ສຸດຄືໄດ້ ຄະແນນ 1.9 ຕໍ່ຄະແນນເຕັມ 10ຄະແນນ.