ເມື່ອວັນພຸດ ທີ່ຜ່ານມາ ທ່ານ ທອງບັນ ແສງອາພອນ ຣັຖມົນຕຣີ ກະຊວງຮັກສາຄວາມສງົບພາຍໃນ ຂອງລາວ ໄດ້ໄປຢ້ຽມຢາມ ແລະເຮັດວຽກ ຢູ່ນະຄອນຫລວງຮາໂນ່ຍ ປະເທດວຽດນາມ.
ທ່ານໄດ້ພົບປະຫາລື ກັບ ທ່ານ ເລຮົ່ງອັ່ນ ຣັຖມົນຕຣີ ກະຊວງຮັກສາຄວາມສງົບພາຍໃນ ຂອງວຽດນາມ. ຣັຖມົນຕຣີທັງສອງ ໄດ້ຕົກລົງກັນວ່າ ສປປລາວ ແລະວຽດນາມ ຈະຮ່ວມມືກັນ ໃກ້ຊິດຂື້ນ ໃນດ້ານການ ຮັກສາຄວາມສງົບ ແລະຄວາມໝັ້ນຄົງ ຂອງສອງປະເທດ.
ໃນໂອກາດນີ້ ທ່ານ ທອງບັນ ກ່າວວ່າ ທ່ານດີໃຈຫລາຍ ທີ່ກະຊວງຮັກສາຄວາມສງົບຂອງລາວ ແລະວຽດນາມ ໄດ້ຮ່ວມມືກັ ນຢ່າງແໜ້ນແຟ້ນ ແລະຢ່າງມີປະສິດທິພາບ ໃນຣະຍະຜ່ານມາ ແລະຍິ່ງຈະຮ່ວມມືກັນ ໃກ້ຊິດຂື້ນ ໃນອານາຄົດ. ແລະທ່ານ ທອງບັນ ໃນນາມຜູ້ຕາງໜ້າ ກະຊວງຮັກສາຄວາມສງົບ ຂອງລາວ ຍັງໄດ້ກ່າວ ຄຳຂອບໃຈ ຕໍ່ນັກວິຊາການຂອງວຽດນາມ ທີ່ໄດ້ຊ່ວຍຝຶກອົບຣົມ ເຈົ້າໜ້າທີ່ ຮັກສາຄວາມສງົບຂອງລາວ ແລະທີ່ໄດ້ຊ່ວຍສ້າງ ສະຖານທີ່ ໃຫ້ແກ່ກະຊວງຄວາມສງົບຂອງລາວ.
ໃນວັນພະຫັດນີ້ ທ່ານ ທອງບັນ ແສງອາພອນ ໄດ້ເຂົ້າພົບທ່ານ ຫງຽນມິ່ນຈຽດ ປະທານປະເທດວຽດນາມ. ທ່ານ ຫງຽນມິ່ນຈຽດ ກ່າວກັບທ່ານ ທອງບັນວ່າ ວຽດນາມຢາກມີຄວາມຮ່ວມມື ກັບລາວຫລາຍຂື້ນ ເປັນຕົ້ນ ໃນດ້ານການແລກປ່ຽນຂໍ້ມູນ ຂ່າວສານ ກ່ຽວກັບພວກກໍ່ອາຊຍາກັມ ທີ່ຫວັງທຳຣາຍຄວາມໝັ້ນຄົງ ຂອງທັງສອງປະ ເທດ.
ກະຊວງຮັກສາຄວາມສງົບພາຍໃນ ຂອງລາວແລະວຽດນາມ ຄວນຮ່ວມມືກັນ ຢ່າງໃກ້ຊິດ ເພື່ອປາບປາມ ກຳລັງທີ່ເປັນປໍຣະປັກ ຕໍ່ຄວາມໝັ້ນຄົງ ການຮ່ວມມື ແລະ ການພັທນາຂອງສອງປະເທດ.
ອາວະຣີ ຣາຍງານ