ກົມພລະສືກສາຂອງລາວ ກຳລັງດຳເນີນໂຄງການສົ່ງເສີມກິລາ ເພືອ່ຕ້ານຢາເສບ ຕິດຕາມ ສຖາບັນ ແລະໂຮງຮຽນ ຕ່າງໆໃນລາວ

ກົມພລະສືກສາຂອງລາວ ກຳລັງດຳເນີນໂຄງການສົ່ງເສີມກິລາ ເພືອ່ຕ້ານຢາເສບຕິດຕາມ ສຖາບັນແລະໂຮງຮຽນ ຕ່າງໆໃນລາວ. ອາຈານ ສີງຄຳ ນາລີນ ຮອງຫົວຫນ້າກົມພລະສືກສາ ປະຈຳກະຊວງສືກສາທິການ ຂອງລາວເປີດເຜີຍວ່າ ໂຄງການຕ້ານຢາເສບຕີດ ຕາມສຖາບັນ ແລະໂຮງຮຽນຕ່າງໆ ໃນລາວ ທີ່ກຳລັງປະຕິບັດກັນ ຢູ່ໃນເວລານີ້ ກໍ່ປາກົດວ່າໄດ້ຜົລດີ ພໍສົມຄວນ ດັ່ງທ່ານກ່າວໃນຕອນນື່ງວ່າ:

(ສຽງ) "ຕົວນີ້ແມ່ນເຮື້ອງ ຂບວນການກິຈກນອກຫລັກສູດ ເຮືອງກິລາ ສ່ວນຫລາຍເຮົາ ຈັດກັນໃນວັນເດັກບໍ ວັນຄຣູບໍ ວັນສຳຄັນ ປະເພດຕ່າງໆ ດຽວນີ້ເຮືອງ ຢາສເບຕິດ ມັນຢາກຜ່ອນໆ ລົງແດ່ແລ້ວ ເພາະວ່າ ອຳນາດການປັກຄອງ ຢູ່ໂຮງຮຽນ ແລະຊຸມຊົນຂະເຈົາ ກໍ່ມີສ່ວນຮ່ວມນຳຫລາຍ."

ທ່ານກ່າວເພີ້ມອີກວ່າ ໃນໂຄງການ ຈຸດປະສົງ ສ່ວນໃຫຍ່ ກໍ່ແມ່ນວ່າ ຢາກຊຸກຍູ້ ການຫລີນ້ກິລາ ເພື່ອຫັນປ່ຽນແນວຄິດ ແລະພືຕິກຳ ຂອງບັນດາ ເຍົາວະຊົນ ນັກຮຽນນັກສືກສາ ເລີ້ມແຕ່ຂັ້ນ ປະຖົມຂື້ນໄປ ໃຫ້ຫ່າງໃກ ຈາກບັນຫາຢາເສບຕິດ ແລະສີ່ງມືນເມົາ ປະເພດຕ່າງໆ ຫລງັຈາກການຮຽນ.

ໂຄງການນີ້ ຖືວ່າ ເປັນກິຈກຳນອກຫລັກສູດ ຈະຫລີ້ນກັນໃນຍາມວ່າງ ຫລືຍາມພັກ ແລະໃນວັນສຳຄັນ ປະເພດຕ່າງໆ ໂດຍທີ່ມີການເຕົ້າໂຮມ ກຸ່ມນັກຮຽນ ນັກສືກສາ ໃນແຕ່ລະທ້ອງຖີ່ນ ມາພາກັນຝືກແອບ ດ້ານກິລາ ແທນທີ່ ຈະໄປຮ່ວມສັງສັນເພືອ່ນຝູງ ທຳກິຈກຳ ມືນເມົາປະ ເພດຕ່າງໆ ທີ່ຈະເປັນພັຍຕໍ່ສັງຄົມ ແລະຕໍ່ປະເທດຊາດ ທ່ານກ່າວກ່ຽວກັບ ບັນຫາທີ່ຈະຕາມມາ ຈາກຢາເສບຕິດ ໃນກຸ່ມວັຍລຸ້ນ ຫລືກຸ່ມນັກສືກສາ ຖ້າບໍມີການແກ້ໃຂວ່າ:

(ສຽງ) "ຢາເສບຕີດນີ້ ຖ້າບໍ່ປ້ອງກັນມັນຊີ່ຍາກຢູ່ ເພາະວ່າ ມັນກ່ຽວກັບ ກາກີນຫລີ້ນຟຸມເຟືອຍ ການກີນເຫລົ້າກີນເບັຽ ມັນເປັນນຳວັຍລຸ້ນ ວັຍຄະນອງຈະເຈົ້າ ມີແຕ່ວ່າ ເຮົາເຂົາເຖີງດືງ ຂະເຈົ້າມາເຂົ້າຣະບຽບ ຫລັກການ ມັນກໍ່ບໍ່ມີບັນຫາ ຖ້າຈະປ່ອຍ ສະສາຍກໍ່ຈະມີບັນຫາ ຕໍ່ສັງຄົມຫັ້ນແລ້ວ."

ໃນຣະຍະທີ່ຜ່ານມາ ຣັຖບານລາວ ກໍ່ມີແຜນການລົບລ້າງ ຢາເສບຕິດ ໃນກຸ່ມວັຍລຸ້ນ ແລະກຸ່ມນັກສືກສາ ຢ່າງເອົາຈີງເອົາຈັງ ເພາະຖືວ່າ ຄົນກຸ່ມນີ້ ເປັນຊັພຍາກອນມະນຸດ ແລະກໍ່ເປັນອານາຄົດຂອງຊາດ ແລະແຜນການ ຕ້ານຢາເສບຕິດ ຕາມສຖາບັນ ດ້ວຍການຫລີ້ນກິລານີ້ ກໍ່ເປັນສີ່ງສຳຄັນ ອັນນື່ງໃນແຜນການລົບລ້າງ ຢາເສບຕິດໃນກຸ່ມ ເຍົາວະຊົນຂອງຊາດ.

ສິດນີ້ ຣາຍງານ