ທ່ານ ຫຸມເພັງ ສີວິໄລສັກ ຫົວໜ້າຂແໜງການປູກຝັງ-ຜແນກກະສິກໍາ ແລະປ່າໄມ້ແຂວງຫລວງພຣະບາງ ໄດ້ເຜີຍເຖີງຄວາມສົນໃຈຂອງ ເອກກະຊົນໄທຣາຍນຶ່ງ ທີ່ຢາກຈະເຂົ້າມາທົດລອງປູກໝາກເຍົາ ທີ່ແຂວງຫລວງພຣະບາງ ເພື່ອຜລິດເປັນນໍ້າມັນBio-Diesel ຍ້ອນແຂວງດັ່ງກ່າວ ມີທ່າແຮງ ທີ່ເໝາະສົມຕໍ່ການລົງທຶນ. ທ່ານກ່າວໃນຕອນນຶ່ງວ່າ:
(ສຽງ) "ຖືວ່າມີບໍຣິສັດຂອງປະເທດໄທ ມີຄວາມສົນໃຈ-ຢາກປູກໝາກເຍົາ ເພື່ອຜລິດນໍ້າມັນ bio-dieselຢູ່ຫລວງພຣະບາງ ເພາະວ່າສະພາບພູມີອາກາດ ທີ່ເປັນທີ່ເໝາະສົມແລະມີໜໍ່ແໜງ ໃນການຜລິດໝາກເຍົາ ມາກ່ອນແລ້ວ."
ຕາມຄໍາເວົ້າຂອງທ່ານຫຸມເພັງ -ເອກກະຊົນໄທດັ່ງກ່າວ ຕ້ອງການສົ່ງເສີມການປູກ ໝາກເຍົາແລະ ສ້າງຕັ້ງໂຮງງານຜລິດນໍ້າມັນ ໃນເຂດເມືອງນໍ້າບາກ. ແລະໃນເວລານີ້ ກໍຢູ່ຣະຫວ່າງການຊອກຫາ ພື້ນທີ່ດິນທີ່ເໝາະສົມ ເພື່ອທົດລອງປູກເບື້ອງຕົ້ນປະມານ 100 ເອັກຕາຣ ແລະໂຄສະນາ-ເຊີນຊວນໃຫ້ຊາວບ້ານ ເຂົ້າມາຮ່ວມໂຄງການ ໃນລັກສະນະ Contract farming ຊຶ່ງຈະເປັນການສ້າງວຽກເຮັດງານທໍາ ທີ່ໝັ້ນຄົງອີກອາຊີບນຶ່ງ ໃຫ້ແກ່ຊາວບ້ານໃນເຂດດັ່ງກ່າວ ທີ່ເຄີຍປູກພືດສນິດນີ້ ຢູ່ກ່ອນແລ້ວ. ທ່ານ ຫຸມເພັງ ກ່າວຕໍ່ໄປວ່າ:
(ສຽງ) "ຖ້າວ່າມັນຣເປັນໄປໄດ້ ມີການຂຫຍາຍຕົວ ຖືວ່າຈະສົ່ງຜົນດີໂດຍສະເພາະ ເຮົາຜລິດນໍ້າມັນbio-dieselນີ້ ຂຶ້ນມາເພື່ອຮັບໄຊ້ພາຫານະ ຖືວ່ານໍ້າມັນມັນຈະຖືກ ແລະນອກຈາກນັ້ນ ບັນດາກ້າຂອງໝາກເຍົາ ກໍສາມາດທໍາເປັນປຸຍຊີວະພາບ ໃສ່ທົ່ງໄຮ່ທົ່ງນາໄດ້."
ໃນຫລາຍໆແຂວງຂອງລາວ ເວລານີ້ ກໍາລັງມີການບຸກເບີກການປູກໝາກເຍົາ ຢ່າງເປັນຂະບວນ ເພື່ອນໍາໄປຜລິດເປັນນໍ້າມັນ ທາງເລືອກຣາຄາຖືກ ແລະທັງເປັນການສ້າງຣາຍໄດ້ໃນໄລຍະຍາວ ເພາະສາມາດເກັບເອົານໍ້າມັນໄດ້ ຕັ້ງແຕ່ອາຍຸ3ປີເປັນຕົ້ນໄປ ແລະການບົວຣະບັດ-ຮັກສາ ກໍບໍ່ມີຫຍັງຫຍູ້ງຍາກ.
ມະນີຈັນ ຣາຍງານ