ໃນປັດຈຸບັນນີ້ ຄົນລາວຍັງບໍ່ສາມາດ ໄຊ້ບັດ credit ໃນການຊື້ເຄື່ອງຂອງ ຫລື ຜ່ອນ-ສໍາຣະໜີ້ສິນໄດ້ ເນື່ອງຈາກວ່າ ບັດ credit ຍັງບໍ່ທັນແຜ່ຫລາຍ ໃນລາວແລະທາງທະນາຄານ ໃນລາວ ກໍບໍ່ທັນມີຣະບົບ ໃຫ້ບໍຣະການແບບນີ້ເທື່ອ.
ພະນັກງານ ທີ່ປຶກສາດ້ານການຄ້າ ທ່ານນຶ່ງ ຈາກທະນາຄານວຽງຈັນພານິດ ກ່າວວ່າ ທຸກວັນນີ້ຄົນລາວ ຍັງບໍ່ມີບັດ credit ໄຊ້ກັນ ນອກຈາກຄົນລາວ ທີ່ໄປອາໃສ ຢູ່ຕ່າງປະເທດ ຫລືຄົນຕ່າງປະເທດ ທີ່ເຂົ້າມາອາໃສຢູ່ລາວເທົ່ານັ້ນ.
(ສຽງ) "ທ່ານເວົ້າວ່າ ໃນອະນາຄົດ ນ່າຈະມີຕອນນີ້ ພວກທ່ານ ແມ່ນຮ່ວມກັບທະນາຄານ AZ ທີ່ອອສເຕຣເລັຽ ວາງໂຄງການໄວ້ແລ້ວ ແລະກໍາລັງຈະເປີດ visa card ກັບ master card."
ແລະໃນອີກບໍ່ນານນີ້ ທະນາຄານ AZ ຈາກອອສເຕຣເລັຽ ກໍຈະເຂົ້າມາຊ່ວຍສົ່ງເສີມ ແລະ ແລກປ່ຽນຄວາມຮູ້ ປະສົບປະການ ກັບທະນາຄານດັ່ງກ່າວ ພ້ອມທັງວາງແຜນການ ຕະລາດບັດ creditໃນລາວ. ສ່ວນເລື່ອງທີ່ວ່າ ຈະມີການເປີດໄຊ້ເມື່ອໃດນັ້ນ ແມ່ນຂຶ້ນຢູ່ກັບ ຣະບົບຕ່າງໆ ຂອງທາງຝ່າຍລາວວ່າ ເມື່ອໃດພ້ອມ.
ຂະນະດຽວກັນ ເຈົ້າໜ້າທີ່ທ່ານນີ້ ຍັງເຜີຍວ່າ ທຸກວັນນີ້ສີນຄ້າຕົວນີ້ ຍັງບໍ່ເປັນທີ່ນິຍົມ ສໍາລັບຄົນລາວໂດຍທົ່ວໄປ.
(ສຽງ) "ແຕ່ຕ້ອງມີ ເຖີງຍັງບໍ່ຄ່ອຍແຜ່ຫລາຍເທື່ອກໍຕາມ ແລະ ສ່ວນຫລາຍ ທີ່ມີການໄຊ້ກັນ ກໍຈະເປັນໂຮງແຮມຣະດັບ 5 ດາວ ຫລືຮ້ານຄ້າທີ່ມີຣາຄາແພງ ຕ້ອງໄດ້ເວົ້າກັບຮ້ານຄ້າ ໃຫ້ຮັບຮູ້ດ້ວຍ."
ສໍາລັບເລື່ອງການໂຄສະນາ ສີນຄ້າໃໝ່ ຄືບັດ credit ນີ້ ທ່ານບອກວ່າ ທາງທະນາຄານ ຈະແນະນໍາ ໃຫ້ກັບລູກຄ້າ ທີ່ເຂົ້າມາຕິດຕໍ່ ທາງທະນາຄານ ແລະມີການແຈກເອກກະສານຕ່າງໆ ກ່ຽວກັບສີນຄ້າບັດ credit ທີ່ຈະໃຫ້ບໍຣິການ ກັບຊາວລາວໃນຂັ້ນຕໍ່ໄປ.
ມະນີຈັນ ຣາຍງານ