ກອງທືນແມ່ແລະເດັກ ຮ່ວມມືກັບຣັຖບານລາວ ແລະອົງການຊ່ອຍເຫລືອສາກົນ ຫລາຍອົງການ ພາກັນປາບປາມ ການຣະບາດ ໂຣຄຖອກທ້ອງ ໃນເຂດພາກໄຕ້ຂອງລາວ ທີ່ເຮັດໃຫ້ຄົນເສັຽຊີວີດ 3 ຄົນ.
ການຣະບາດ ໄດ້ເກີດຂື້ນ ທີ່ແຂວງເຊກອງ ວ່າງເດືອນທັນວາ ແລະກໍ່ໄດ້ຂຍາຍພື້ນທີ່ ໃນກາງເດືອນມົກຣາ ໃນເຂດ 30 ຫູ່ມບ້ານ ທີ່ເມືອງທ່າແຕງ ແລະເຂດລານາມ ໃນຈຳນວນຄົນ ທີ່ຕິດເຊື້ອ ປະມານ 362 ກໍຣະນີ ທີ່ມີອາການຖອກທ້ອງ ໃນນັ້ນກໍ່ມີຄົນເສັຽຊີວີດ ຍ້ອນ 3 ຄົນ.
ກອງທືນ ແມ່ແລະເດັກ ພ້ອມຣັຖບານລາວ ກໍ່ທຳການຕ້ານ ການແຜ່ຣະບາດ ເປັນການໃຫຍ່ ໂດຍການສົ່ງເຈົ້າຫນ້າທີ່ ລົງພື້ນທີ່ບອ່ນທີ່ເກີດເຫດ. ການປະຕິບັດງານກໍ່ແມ່ນ ການປົວແປງ ແຫລ່ງນ້ຳດື່ມໃຫ້ສອາດ ກຳຈັດເຊື້ອໂຣຄ ສ້າງວິດຖ່າຍ ແລະປະຊາສຳພັນ ຊາວບ້ານ ໃຫ້ຕົ້ມນ້ຳດື່ມ ແລະຖ່າຍໃສ່ວິດ ເພືອ່ຕ້ານການແຜ່ຣະບາດ ຂອງເຊື້ອໂຣຄດັ່ງກ່າວ.
ທ່ານ ອັບດູເລ ໃກໃກ ຫົວຫນ້າດ້ານ ສຸຂາອານາມັຍ ກອງທືນ ແມ່ແລະເດັກເວົ້າວ່າ ໃນເວລານີ້ ພວກເຮົາສາມາດ ຊັກຊວນໃຫ້ຊາວບ້ານ ໃນຂົງເຂດພື້ນທີ່ ໄດ້ດື່ມນ້ຳທີ່ສອາດ ດ້ວຍການຕົ້ມນ້ຳ ກ່ອນດື່ມໄດ້ເປັນຢ່າງດີ ບໍ່ແມ່ນແຕ່ສເພາະ ບ່ອນທີ່ເກີດ ເຫດເທົ່ານັ້ນ ທີ່ມີການປະຊາສຳພັນ ຍັງຣວມໄປໃນເຂດທີ່ໃກ້ຄຽງ ອອ້ມແອ້ມນຳອີກ ທີ່ໄດ້ຮັບການຊ່ອຍເຫລືອ. ທ່ານວ່າ ໂຣຄດັ່ງກ່າວ ຄາດວ່າ ຄວບຄຸມໄດ້ແລ້ວ ເພາະບໍ່ມີການລາຍງານ ການຕາຍເພີ້ມອີກ ເລີ້ມແຕ່ເດືອນມົກຣາ ວັນທີ 3 ເປັນຕົ້ນມາ.
ປະຊາຊົນໃນເຂດອອ້ມແອ້ມ ກໍ່ມີຄວາມຢ້ານກວົ ເມືອ່ຮູ້ຂ່າວການຕາຍ ຂອງຄົນຍ້ອນໂຣດນີ້ ໂຣຄດັ່ງກ່າວ ມັກເກີດຂື້ນໃນຍາມຝົນ ໃນຂນະທີ່ມີນ້ຳຝົນ ເປີ້ເປື້ອນແຫລ່ງ ນ້ຳກີນຂອງຊາວບ້ານ ແຕ່ໃນເວລານີ້ ແຂວງເຊກອງ ກໍ່ຫມົດຍາມຝົນແລ້ວ ແຕ່ໂຣຄຖອກທອ້ງ ຍັງເກີດຢູ່ ເປັນເພາະວ່າ ແຫລ່ງນ້ຳກີນ ຂອງຊາວບ້ານ ເປີ້ເປື້ອນໄປດ້ວຍ.
ສິດນີ້ ຣາຍງານ