Hamidon Ali ປະທານ ແລະຮອງປະທານ ຄະນະບໍຣິຫານ ອົງການຢູນີເຊພ ໄດ້ໄປຢ້ຽມຢາມ ໂຄງການພັດທະນາ ການສຶກສາ ໃຫ້ແກ່ເດັກນ້ອຍ ໃນ ສປປລາວ


2008.02.27

ຫລັງຈາກທ່ານ Ander Liden ແລະທ່ານ Hamidon Ali ປະທານ ແລະ ຮອງປະທານ ຄະນະບໍຣິຫານ ອົງການຢູນີເຊພ ໄດ້ໄປຢ້ຽມຢາມ ໂຄງການພັດທະນາ ການສຶກສາ ໃຫ້ແກ່ເດັກນ້ອຍໃນ ສປປ ລາວ ແລະໂຄງການອື່ນໆຫລາຍ ໂຄງການ ໃນແຂວງພາກເໜືອ ຂອງລາວ ຊຶ່ງເປັນໂຄງການ ຂອງ ຢູນີເຊພ ໃຫ້ການຊ່ວຍເຫລືອ ແກ່ລາວ, ທັງສອງກໍສະແດງ ຄວາມຊື່ນຊົມຍິນດີ ກັບຜົນງານ ຂອງໂຄງການ ດັ່ງກ່າວນີ້ ແລະປະກາດວ່າ ຈະໃຫ້ການສນັບສນູນ ແກ່ໂຄງການ ທີ່ກ່າວມານີ້ຕໍ່ໄປ ດັ່ງທ່ານ Ander Liden ໄດ້ກ່າວໃນຕອນນຶ່ງ.

(ສຽງ) "ມີໃຈຄວາມວ່າ ມີເດັກນ້ອຍຫລາຍ ແລະການມີເດັກນ້ອຍນີ້ ເປັນການລົງທຶນ ເພື່ອອານາຄົດ. ໃນການລົງທຶນ ພັດທະນາເດັກນ້ອຍນີ້ ຣັຖະບານຮ່ວມກັບ ອົງການ ຢູນີເຊັພສາມາດ ຊ່ວຍເຫລືອ ພວກທ່ານພັດທະນາ ເດັກນ້ອຍໄດ້ ແລະ ທ່ານຈະໄດ້ຮັບຄວາມຊ່ວຍເຫລືອ ທີ່ທ່ານຕ້ອງການ ໃນເວລາບໍ່ຊ້ານີ້."

ໃນລະຍະທີ່ ທ່ານ Ander Liden ແລະທ່ານ Hamdon Ali ໄດ້ຢູ່ໃນ ສປປ ລາວນັ້ນ ທັງສອງໄດ້ພົບປະ ກັບທ່ານສົມສະຫວາດ ເລັງສະຫວັດ ຜູ້ປະຈຳການຣັຖະບານ ແລະທ່ານປອນເມກ ດາຣາລອຍ ຣັຖະມົນຕຣີ ກະຊວງ ສາທາຣະນະສຸກ. ທັງສອງທ່ານ ໄດ້ມີໂອກາດໄປຢ້ຽມຢາມໂຮງຮຽນ ໃນເຂດຊົນະບົດສອກຫລີກ, ໂຮງຮຽນປະຖົມ ໜອງບົວ ໃນແຂວງອຸດົມໄຊ ທີ່ຕັ້ງຢູ່ໄກ້ກັບ ຊາຍແດນຈີນ.

ນອກນັ້ນກໍໄດ້ມີໂອກາດ ໄປຢ້ຽມຢາມໝູ່ບ້ານ ຫ້ວຍໂນ ໃນແຂວງຫລວງພະບາງ ບ່ອນທີ່ອົງການ ຢູນີເຊພ ໄດ້ດຳເນີນໂຄງການ ດ້ານສາທາຣະນະສຸກ ແກ່ແມ່ແລະເດັກ. ທ່ານ Hamidon Ali ຮອງປະທານ ຄະນະບໍຣິຫານ ກ່າວວ່າເມື່ອໄດ້ມາເຫັນແລ້ວ ກໍມີຄວາມດີໃຈ ທີ່ເຫັນເດັກນ້ອຍ ມີຄວາມເບີກບານມ່ວນຊື່ນ, ສິ່ງທີ່ປະທັບໃຈ ຂອງທ່ານແມ່ນການ ມີສ່ວນຮ່ວມ ຂອງຄົນຢູ່ໃນຊຸມຊົນ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.