ລາວ ກຳລັງດຳເນີນກາຣ ໃຫ້ຄ່າຊົດເຊີຽ ແກ່ຜູ້ໄດ້ຮັບຄວາມເສັຽຫາຍ ຈາກໂຄງກາຣ ໃນເຂຕບືງທາຕຫລວງ
2008.03.25
ພາຍຫລັງ ທີ່ມີກາຣພິຈາຣະນາ ຢ່າງຖີ່ຖ້ວນ ທາງກາຣ ສປປລາວ ໄດ້ສຣຸບ ແລະ ອອກແຖລງກາຣ ກ່ຽວກັບແຜນກາຣ ທົດແທນ ໃຫ້ແກ່ປະຊາຊົນ ເປັນຄ່າເສັຽຫາຍ ພື້ນທີ່ ຕາມບໍຣິເວນ ບືງທາຕຫລວງ ໂດຽຈະແບ່ງອອກເປັນ 2 ວິທີກາຣ ຄື: ຊົດເຊີຽເປັນເງີນ ທັງໝົດ ຫລື ຊົດເຊີຽ ໃຫ້ເປັນເຮືອນປຸກສ້າງຂື້ນໃໝ່ ຢູ່ໃນເຂຕຕົວເມືອງ ພ້ອມກັບເງີນຈຳນວນໜື່ງ.
ກ່ອນຈະໄດ້ຮັບ ຄ່າທົດແທນ ຂອງກາຣເສັຽຫາຍ ດັ່ງກ່າວປະຊາຊົນ ຜູ້ໄດ້ຮັບ ຜົລກະທົບ ຈະຕ້ອງມີຫລັກຖານ ຕ່າງໆ ເຊັ່ນ: ໃນອະນຸຍາຕ ໃບຕຣາດິນ ໃບນຳໃຊ້ທີ່ດີນ ແລະ ຫລັກຖານ ອື່ນໆ ຢ່າງແຈ່ມແຈ້ງ ຈື່ງຈະມີກາຣຮັບພິຈາຣະນາ ຕາມອັຕຣາ ສ່ວນທີ່ເໝາະສົມ ຕາມກົດຣະບຽບ ຂອງຣັຖບາລ, ແຕ່ສະເພາະ ຄ່າຊົດເຊີຽ ເປັນເງີນເທົ່າໃດ ຫລືພື້ນທີ່ ຂອງເຮືອນຊານ ທີ່ປຸກຂື້ນໃຫ້ນັ້ນ ຈະນ້ອຍ ຫລື ໃຫຍ່ຂນາດໃດ ແທ້ນັ້ນ ກໍບໍ່ທັນຮູ້ ເປັນທີ່ແນ່ນອນ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຣະດັບສູງ ຜູ້ໜື່ງ ຈາກກົມຄຸ້ມຄອງທີ່ດິນ ແຫ່ງຊາຕລາວ ໄດ້ອະທິບາຍ ໃນຕອນໜື່ງວ່າ:
“ກາຣກວດກາ ກາຣນຳໃຊ້ທີ່ດິນ ໃຫ້ມັນຖືກຕ້ອງ ສອດຄ່ອງ ກັບຣະບຽບກົດໝາຍ ໂດຽສະເພາະ ແລ້ວເວົ້າເຣື່ອ ງສັມປະທານ ທີ່ດິນນີ້ ຊື່ງວ່າໃຫ້ຣັຖບາລມີ ແຈ້ງກາຣ ໃຫ້ລົງກວດກາ ໃຫ້ມັນປະຕິບັຕ ຕາມຣະບຽບກົດໝາຍ”
ເຈົ້າໜ້າທີ່ລາວ ດັ່ງກ່າວ ໄດ້ເນັ້ນ ວ່າ: ທາງເຈົ້າໜ້າທີ່ ກ່ຽວຂ້ອງ ກໍຕ້ອງໄດ້ປະຕິບັຕ ຕາມນະໂຍບາຍ ຂອງພັກ-ຣັຖ ເພື່ອຮັບປະກັນ ດ້ານກົດໝາຍ ຊື່ງນາຍົກຣັຖມົນຕຣີໄດ້ ປະກາດອອກ ໃນມື້ວັນທີ່ 20 ມົກຣາ 2008 ນີ້. ພ້ອມດຽວກັນນີ້ ທ່ານ ຢົ້ງ ຈັນທະລັງສີ ໂຄສົກກະຊວງກາຣຕ່າງປະເທດລາວ ກໍກ່າວຢ້ຳ ວ່າ:
“ສັມປະທານ ທີ່ດິ ນກໍເວົ້າ ໄປຕາມຣະບຽບຫລັກກາຣ ຂອງກົດໝາຍ ເວົ້າໄປຕາມຂັ້ນຕອນ ຂອງກົດໝາຍ ທີ່ຣະບຸໄວ້ ກ່ຽວກັບເຣື່ອງກາຣຄຸ້ມຄອງ ທີ່ດິນ” ເຖີງຢ່າງໃດກໍຕາມ ໂຄງກາຣໃຫ້ສັມປະທານ ແກ່ຈີນ ໃນເຂຕບືງທາຕຫລວງ ດັ່ງກ່າວ ມີພື້ນທີ່ທັງໝົດ ບໍ່ຕໍ່າກວ່າ 1,000 ເຮກຕ໊າຣ໌ ໃນຣະຍະ 50 ປີ ແລະ ຫລັງຈາກນັ້ນ ກໍອາຈມີ ກາຣພິຈາຣະນາ ເຊົ່າຕື່ມຕໍ່ອອກໄປອີກ ກໍເປັນໄດ້!!!
ສເນີ ໂດຍ ຫວາດ ສີມູນ