ບໍຣິສັດຂຸດຄົ້ນຄຳ Pan Australia ລາຍງານໃນວັນທີ 25 ກຸມພານີ້ວ່າ ທາງບໍຣິສັດໄດ້ພົບເຫັນ ແຮ່ທາດຄຳ ແລະເງິນຈາກໜ້າດິນ ເລິກລົງໄປຫາພື້ນດິນ 378 ແມດ ໃນປະຣິມານແຮ່ຄຳ ທຽບເທົ້າ 0.7 g/t ແລະແຮ່ເງິນ ໃນປະຣິມານ 8.3 g/t ຢູ່ທີ່ໂຄງການຂຸດຄຳ ແລະເງິນ ບ້ານຫ້ວຍຊາຍ ໃນບໍຣິເວນພູເບັ້ຽແລະພູຄຳ ເຂດພິເສດໄຊສົມບູນ. ແຮ່ທາດຄຳ ແລະເງິນໃນປະຣິມານ ທີ່ກ່າວມານີ້ຮ່ວມທັງ ຈຳນວນທີ່ພົບເຫັນໃນລະຍະຕຣອດ 10 ແມດ ນັບຈາກ 368 ແມດ ຂື້ນມາເທິງໜ້າດິນ ໂດຍມີແຮ່ທາດຄຳ 3.8 g/t ຫລືທຽບເທົ່າກັບແຮ່ທາດຄຳ 3.1 g/t ແລະແຮ່ທາດເງິນ 33.5 g/t.
ລາຍງານວ່າເພື່ອຢາກຮູ້ຈັກວ່າມີແຮ່ຄທາດຄຳແລະເງິນ ແທ້ໆຫລາຍປານໃດ ຕ້ອງໄດ້ກຳນົດ ຄວາມກ້ວາງ ຂອງການເຈາະຕື່ມອີກ, ແຕ່ວ່າ ຈາກຜົນການເຈາະ ນີ້ສະແດງໃຫ້ເຫັນວ່າ ສັກະຍາພາບສູງ ຂອງແຮ່ທາດ ຈະຢູ່ໃນສ່ວນເລິກຂອງພື້ນດິນ.
ໂຄງການເຈາະດິນ ເພື່ອຊອກຫາແຮ່ທາດຄຳ ແລະເງີນ ຂອງບໍຣິສັດ pan Australian ໂຄງການປັດຈຸບັນນີ້ ປະກອບດ້ວຍ ຫລາຍເຂດ ທີ່ກຳນົດໄວ້ໃນ ຄວາມກ້ວາງປະມານ 1 km. ໃນຂະນະດຽວ ກັນນີ້ ລາຍງານຂ່າວ ຈາກເຂດຂຸດຄົ້ນຄຳ ແລະເງິນຢູ່ບໍຣິເວນ ພູເບັ້ຽ ແລະພູຄຳ ບ່ອນທີ່ບໍຣິສັດ Pan Australia ດຳເນີນງານຢູ່ນີ້ ໄດ້ພົບເຫັນວ່າ ການຂຸດຄົ້ນຄຳ ແລະເງິນມີຜົນສະທ້ອນ ຕໍ່ສະພາບແວດ ສິ່ງລ້ອມຫລາຍຢ່າງ ເຊັ່ນວ່າ ໄດ້ພົບເຫັນສານພິດ ຊາຍນາຍໃນແມ່ນ້ຳລຳຄອງ ໃນເຂດນັ້ນ. ນອກນັ້ນ ຫລາຍບໍຣິສັດທີ່ຮັບວຽກ ໃນພາກສ່ວນຕ່າງໆກໍບໍ່ ປະຕິບັດຕາມລະບຽບ ຫລັກການ ຂອງກົມບໍ່ທາດແຮ່ທີ່ວາງອອກ.
ສົມເນ ຣາຍງານ