ບໍຣິສັດຂຸດຄົ້ນຄຳ Pan Australia ລາຍງານ ໃນ ວັນທີ 25 ກຸມພາ ນີ້ວ່າທາງບໍຣິສັດ ໄດ້ພົບເຫັນ ແຮ່ທາດຄຳ ແລະເງິນຈາກໜ້າດິນ ເລິກລົງໄປຫາພື້ນດິນ ທາງບໍຣິສັດ ໄດ້ພົບເຫັນ ແຮ່ທາດຄຳ ແລະເງິນຈາກໜ້າດິນ ເລິກລົງໄປຫາພື້ນດິນ 378 ແມດ


2008.02.26

ບໍຣິສັດຂຸດຄົ້ນຄຳ Pan Australia ລາຍງານໃນວັນທີ 25 ກຸມພານີ້ວ່າ ທາງບໍຣິສັດໄດ້ພົບເຫັນ ແຮ່ທາດຄຳ ແລະເງິນຈາກໜ້າດິນ ເລິກລົງໄປຫາພື້ນດິນ 378 ແມດ ໃນປະຣິມານແຮ່ຄຳ ທຽບເທົ້າ 0.7 g/t ແລະແຮ່ເງິນ ໃນປະຣິມານ 8.3 g/t ຢູ່ທີ່ໂຄງການຂຸດຄຳ ແລະເງິນ ບ້ານຫ້ວຍຊາຍ ໃນບໍຣິເວນພູເບັ້ຽແລະພູຄຳ ເຂດພິເສດໄຊສົມບູນ. ແຮ່ທາດຄຳ ແລະເງິນໃນປະຣິມານ ທີ່ກ່າວມານີ້ຮ່ວມທັງ ຈຳນວນທີ່ພົບເຫັນໃນລະຍະຕຣອດ 10 ແມດ ນັບຈາກ 368 ແມດ ຂື້ນມາເທິງໜ້າດິນ ໂດຍມີແຮ່ທາດຄຳ 3.8 g/t ຫລືທຽບເທົ່າກັບແຮ່ທາດຄຳ 3.1 g/t ແລະແຮ່ທາດເງິນ 33.5 g/t.

ລາຍງານວ່າເພື່ອຢາກຮູ້ຈັກວ່າມີແຮ່ຄທາດຄຳແລະເງິນ ແທ້ໆຫລາຍປານໃດ ຕ້ອງໄດ້ກຳນົດ ຄວາມກ້ວາງ ຂອງການເຈາະຕື່ມອີກ, ແຕ່ວ່າ ຈາກຜົນການເຈາະ ນີ້ສະແດງໃຫ້ເຫັນວ່າ ສັກະຍາພາບສູງ ຂອງແຮ່ທາດ ຈະຢູ່ໃນສ່ວນເລິກຂອງພື້ນດິນ.

ໂຄງການເຈາະດິນ ເພື່ອຊອກຫາແຮ່ທາດຄຳ ແລະເງີນ ຂອງບໍຣິສັດ pan Australian ໂຄງການປັດຈຸບັນນີ້ ປະກອບດ້ວຍ ຫລາຍເຂດ ທີ່ກຳນົດໄວ້ໃນ ຄວາມກ້ວາງປະມານ 1 km. ໃນຂະນະດຽວ ກັນນີ້ ລາຍງານຂ່າວ ຈາກເຂດຂຸດຄົ້ນຄຳ ແລະເງິນຢູ່ບໍຣິເວນ ພູເບັ້ຽ ແລະພູຄຳ ບ່ອນທີ່ບໍຣິສັດ Pan Australia ດຳເນີນງານຢູ່ນີ້ ໄດ້ພົບເຫັນວ່າ ການຂຸດຄົ້ນຄຳ ແລະເງິນມີຜົນສະທ້ອນ ຕໍ່ສະພາບແວດ ສິ່ງລ້ອມຫລາຍຢ່າງ ເຊັ່ນວ່າ ໄດ້ພົບເຫັນສານພິດ ຊາຍນາຍໃນແມ່ນ້ຳລຳຄອງ ໃນເຂດນັ້ນ. ນອກນັ້ນ ຫລາຍບໍຣິສັດທີ່ຮັບວຽກ ໃນພາກສ່ວນຕ່າງໆກໍບໍ່ ປະຕິບັດຕາມລະບຽບ ຫລັກການ ຂອງກົມບໍ່ທາດແຮ່ທີ່ວາງອອກ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.