ແຜນການ ສ້າງເຂື່ອນໄຟຟ້າ ໃນລໍາແມ່ນໍ້າຂອງ ຫລາຍໂຄງການ ແມ່ນໄດ້ຍົກຂຶ້ນມາ ຫາລື ຫລາຍໆຄັ້ງແລ້ວ ຕັ້ງແຕ່ປີ 1960, ແຕ່ວ່າ ປັດຈຸບັນ, ໃນຂະນະທີ່ ຣາຄານໍ້າມັນ ສູງເຖິງ 100 ດອນລາສະຫະຣັດ ຕໍ່ຖັງ, ຈຶ່ງເຮັດໃຫ້ໂຄງການດັ່ງກ່າວ ນັບມື້ນັບເປັນໜ້າສົນໃຈ ຫລາຍຂຶ້ນ.
ອະນາຄົດ ຂອງແມ່ນໍ້າຂອງ ຈະຢູ່ໃນຣາຍການສໍາຄັນ ໃນເວລາ ທີ່ບັນດານາຍົກ ຣັຖມົນຕຣີ ຂອງປະເທດ ເຂດແມ່ນໍ້າຂອງ ພົບພໍ້ກັນ ໃນກອງປະຊຸມສຸດຍອດ ຂອງປະເທດເຂດລຸ່ມແມ່ນໍ້າຂອງ ຫລື GMS, ຮ່ວມກັບ ທະນາຄານ ພັທນາ ເອເຊັຍ, ໃນວັນອາທິດ ແລະ ວັນຈັນ ທີ່ນະຄອນຫລວງວຽງຈັນ.
ສໍາຣັບ ພວກທີ່ສນັບສູນ ການພັທນາແລ້ວ, ແມ່ນໍ້າຂອງ ແມ່ນຄວາມຝັນ ທີ່ມີປະສິດທິພາບ ໃນການສ້າງເຂື່ອນໄຟຟ້າ ໃນຂົງເຂດ, ແຕ່ສໍາລັບ ພວກທີ່ອະນຸຮັກ ສະພາບແວດລ້ອມແລ້ວ, ກາຍເປັນຝັນຮ້າຍ.
ລາວ, ກັມພູຊາ ແລະ ໄທ ໄດ້ອະນຸຍາດ ໃຫ້ບໍຣິສັດ ຈີນ, ມະເລເຊັຍ, ໄທ ແລະ ວຽດນາມ ສຶກສາ ໂຄງການສ້າງເຂື່ອນໄຟຟ້າ ຫລາຍໂຄງການ. ທ່ານ ຄາລ ມິດໂດເທິນ, ເຈົ້າໜ້າທີ່ ອະນຸຮັກ ແມ່ນໍ້າສາກົນ ເວົ້າວ່າ: ໂຄງການໃໝ່ ຫລາຍໂຄງການ ແມ່ນເປັນພັຍຂົ່ມຂູ່ ຕໍ່ຣະບົບນິເວດ ໃນແມ່ນໍ້າຂອງ ແລະ ປະຊາຊົນ ຫລາຍລ້ານຄົນ ທີ່ເພິ່ງພາອາສັຍ ແມ່ນໍ້າຂອງ, ຮວມທັງ ນໍ້າ, ອາຫານ, ຣາຍໄດ້ ແລະ ການຄົມມະນາຄົມ. ແລະວ່າ ການປ່ຽນແປງ ອຸທົກວິທຍາ, ການກີດກັ້ນ ທາງລ່ອງຂອງປາ ແລະ ຜົນກະທົບ ຕໍ່ຣະບົບນິເວດ, ການກໍ່ສ້າງເຂື່ອນ ໃນແມ່ນໍ້າຂອງ ຈະສົ່ງຜົນກະທົບ ໃສ່ອ່າງແມ່ນໍ້າທັງໝົດ.
ປັດຈຸບັນ ແມ່ນໍ້າສາຍຍ່ອຍ ຫລາຍໆສາຍ ກໍຖືກສ້າງເຂື່ອນໃສ່ແລ້ວ, ຮວມທັງ ຫລາຍໆສາຍ ໃນລາວ, ຊຶ່ງເປັນແຜນການ ທີ່ຈະສົ່ງໄຟຟ້າ ອອກຂາຍ ໃຫ້ປະເທດໄທ ແລະ ວຽດນາມ.
ສເນີ ໂດຍ: ຈະເຣີນສຸກ