ສະມາຊິກສະພາສເນີວ່າຄວນ ສຶກສາໃຫ້ດີກ່ອນແລ້ວຈຶ່ງ ສັມປະທານທີ່ດິນ
2009.11.20
ໃນກອງປະຊຸມ ສມັຍສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ6 ໃນວັນທີ 19 ພຶສຈິກາ 2009 ນີ້ Dr. ສີນລະວົງ ຄູດໄພທູນ ຣັຖມົນຕຣີກະຊວງ ແຜນການແລະການລົງທຶນ ຂຶ້ນຜ່ານເນື້ອໃນ ຮ່າງກົດໝາຍ ແຜນການແລະການລົງທຶນ ເພື່ອກໍານົດຣະບຽບຫລັກການ ແລະມາຕການ ຄຸ້ມຄອງການລົງທຶນ ຂອງຣັຖ, ການກໍ່ສ້າງ ການພິຈາຣະນາ ຮັບຮອງເພື່ອຈັດຕັ້ງ ປະຕິບັດແລະຕິດຕາມ ກວດກາແຜນການ ແລະການລົງທຶນ. ແຕ່ໃນກອງປະຊຸມ ກໍມີຜູ້ແທນ ສເນີໃຫ້ສະພາ ພິຈາຣະນາ ບາງມາຕຣາຄືນ ໃຫ້ລະອຽດເສັຽກ່ອນ. ຍານາງ ຣັສມີ ມິ່ງບຸບຜາ ສະມາຊິກສະພາແຫ່ງຊາດ ເຂດ 3 ກ່າວກ່ຽວກັບບັນຫານີ້ ໃນຕອນນຶ່ງວ່າ:
"ຢາກໃສ່ຂໍ້ນຶ່ງຕ່າງຫາກ ບ່ອນທີ່ວ່າ ຕ້ອງສຶກສາລະອຽດ ຜົລກະທົບຍາວນານ ດ້ານສະພາບແວດລ້ອມ ອັນນີ້ ກໍຈະເປັນໄປບໍ່ໄດ້ ເພາະວ່າ ໃນລະຍະຜ່ານມາ ຜົລການລົງທຶນ ບໍ່ວ່າແຕ່ຖນົນຫົນທາງ ໂຮງຈັກໂຮງງານ ໂຮງຮຽນໂຮງໝໍ ມີຜົລກະທົບ ທາງສະພາບແວດລ້ອມ ຍາວນານບາງເທື່ອ ເຮົາເຮັດລົງໄປແລ້ວ ກໍພັຍນໍ້າຖ້ວມຕາມມາ."
ນາງກ່າວເນັ້ນຕື່ມວ່າ ກ່ອນທີ່ຮ່າງກົດໝາຍນັ້ນ ຈະຜ່ານສະພາ ຂໍໃຫ້ທົບທວນ ໂດຍສະເພາະເລື່ອງ ສຶກສາຜົລກະທົບ ດ້ານສີ່ງແວດລ້ອມ ການອະນຸມັດ ສັມປະທານ ເພາະມີຫລາຍໂຄງການ ສັມປະທານ ທີ່ເຮັດໃຫ້ປະຊາຊົນ ໃນເຂດນັ້ນໆ ໄດ້ຮັບຜົລກະທົບ ເຊັ່ນ: ການປ່ອຍນໍ້າເສັຽ ການຕັດໄມ້ເປັນຕົ້ນ. ນອກຈາກນັ້ນກໍຢາກໃຫ້ແຍກ ເລື່ອງຜົລກະທົບຕໍ່ ປະຊາຊົນ ເປັນຫົວຂໍ້ສະເພາະ ຍ້ອນວ່າການໃຫ້ ສັມປະທານທີ່ຜ່ານມາ ມີຫລາຍໂຄງການ ສົ່ງຜົລກະທົບຕໍ່ ປະຊາຊົນ:
"ຢູ່ໃນລະຍະ ທີ່ຜ່ານມາ ການລົງທຶນ ການກໍ່ສ້າງດ້ານໃດ ກໍລ້ວນແຕ່ ມີບັນຫາກ່ຽວພັນ ກັບປະຊາຊົນ ຕ້ອງສເນີຕ້ອງມີບັນຫາ ກັບມາໂດຍຕລອດ."
ກ່ຽວກັບຄໍາສເນີ ໃຫ້ແຍກບັນຫາ ຜົລກະທົບຕໍ່ປະຊາຊົນ ອອກເປັນຫົວຂໍ້ນຶ່ງນີ້ ຍັງມີສະມາຊິກ ສະພາເຂດ 11 ເຫັນດີນໍາ ແລະທັງໃຫ້ແກ້ໄຂ ຮ່າງກົດໝາຍ ການຄ້າ-ການລົງທຶນ ໃຫ້ກະທັດລັດ ຈະແຈ້ງຂຶ້ນຕື່ມ.