ສະພາປະຊຸມ: ທຸຣະກີຈ ໜີພາສີ ໃນລາວ
2009.06.25
ໃນມື້ວັນທີ່ 25 ມີຖຸນາ 2009 ຊື່ງເປັນມື້ທີ່ 4 ຂອງກອງປະຊຸມ ສະພາສມັຍ ສາມັນຄັ້ງທີ່ 7 ຂອງສະພາແຫ່ງຊາຕຊຸດທີ່ 6 ຂອງ ສປປລາວ ທ່ານ ສຽວສວາດ ແສວງສືກສາ ຮອງຣັຖມົນຕຣີ ກະຊວງອຸຕສາຫະ ກັມກາຣຄ້າ ໄດ້ໃຫ້ກາຣຊີ້ແຈງ ເຣື່ອງກາຣເຮັດ ທຸຣະກິຈຂອງ ຊາວຕ່າງດ້າວ ໃນລາວວ່າ ມີກາຣລັກລອບດຳເນີນ ປະຕິບັຕກັນ ມາຢ່າງຕໍ່ເນື່ອງ ໂດຽບໍ່ຕ້ອງໄດ້ ຈົດທະບຽນ ຍ້ອນວ່າກົດໝາຍ ກາຣຄ້າຂອງລາວ ຍັງມີຊ່ອງຫວ່າງ ທີ່ເຮັດໃຫ້ເກີດ ມີກາຣ ສົມຮູ້ຮ່ວມຄິດ ຢູ່ພາຍໃນຢ່າງ ເປັນຂະບວນກາຣ ເຖີງແມ່ນວ່າທາງກາຣກ່ຽວຂ້ອງ ໄດ້ພຍາຍາມ ແກ້ໄຂ ແຕ່ກໍບໍ່ສາມາດ ປະຕິບັຕ ໄດ້ເທົ່າທີ່ຄວນ ດັ່ງທີ່ທ່ານໄດ້ ກ່າວໃນຕອນໜື່ງວ່າ:
“ທີ່ມີກາຣ ເຄື່ອນໄຫວຄ້າຂາຍ ທີ່ພວກເຮົາເອື້ອ ອຳນວຍ ຮັບປະກັນໃຫ້ ມີສັນຍາເຊົ່າ ຫ້າງຮ້ານ ໃຫ້ດຳເນີນ ທຸຣະກິຈ ຊື່ງບັນ ຫາດັ່ງກ່າວ ພວກເຮົາເຂົ້າໃຈວ່າ ເກີດຈາກຊ່ອງຫວ່າງ ຂອງກົດໝາຍ ແລະເກີດຈາກ ພຶຕຕິກັມ ເຈົ້າໜ້າທີ່ພວກເຮົາ ເອງແດ່ບາງສ່ວນ”
ພ້ອມດຽວກັນນີ້ ທ່ານກໍວ່າ ກາຣເຂົ້າມາເຮັດ ທຸຣະກິຈ ໃນລາວຂອງຊາວ ຕ່າງປະເທສນັ້ນ ມີທັງຈຳພວກ ທີ່ຈົດທະ ບຽນ ແລະພວກທີ່ບໍ່ ຈົດທະບຽນ ກໍມີ ຢ່າງຫລວງຫລາຍ ໂດຽສະເພາະໃນ ເຂຕກຳແພງ ນະຄອນຫລວງ ວຽງຈັນ ແລະ ຕາມເຂຕແຂວງ ທີ່ສຳຄັນຕ່າງໆ ຊື່ງເປັນກາຣສົ່ງ ຜົລກະທົບໂດຽກົງ ຕໍ່ໂຄງສ້າງ ຣະບົບທຸຣະກິຈ ຂອງລາວແລະຣະບົບຂອງ ກາຣຈັດເກັບຄ່າ ພາສີ ຂອງທາງກາຣລາວ ແລະເພື່ອແກ້ໄຂ ບັນຫາ ດັ່ງກ່າວນີ້ ທາງຣັຖບາລຈື່ງມີດຳຣັສ ອອກຄຳສັ່ງເລຂທີ່ 136 ນຍ ລົງວັນທີ່ 25 ພືສພາ 2009 ເພື່ອຄຸ້ມຄອງ ກາຣເຂົ້າ ແລະອອກຂອງຊາວຕ່າງດ້າວ ພ້ອມກັບເປັນການ ຄຸ້ມຄອງພວກທີ່ ລົງທຶນຢ່າງຖືກ ຕ້ອງຕາມກົດໝາຍ ນັ້ນຢ່າງເຄັ່ງຄັດ ດັ່ງທີ່ ທ່ານ ສຽວສວາດ ໄດ້ໃຫ້ກາຣຊີ້ ແຈງເພີ່ມອີກວ່າ:
“ສະນັ້ນ ຕາມທັສນະ ຂອງກະຊວງ ອຸຕສາຫະກັມ ກາຣຄ້າ ພວກເຮົາເຫັນວ່າ ກາຣເຄື່ອນໄຫວ ທຸຣະກິຈ ຂອງຊາວຕ່າງດ້າວ ຖ້າບໍ່ໄດ້ຮັບ ອະນຸຍາຕ ຖືກຕ້ອງແມ່ນເປັນ ກາຣກະທຳຜິດ ຕໍ່ກົດໝາຍ ສະນັ້ນ ພວກຂ້າພະເຈົ້າ ຈະສົມທົບແລະປະຕິບັຕ ດຳຣັສດັ່ງກ່າວ ເບີ່ງໄປໃນແງ່ ທຸຣະກິຈ ກາຣຄ້າ ເພື່ອໃຫ້ຖືກຕ້ອງ ຕາມກົດໝາຍ”
ທ່ານ ສຽວສວາດ ໄດ້ໃຫ້ກາຣ ສຣຸບວ່າ ກາຣເຄື່ອນໄຫວທາງ ທຸຣະກິຈ ກາຣຄ້າ ຂອງຊາວຕ່າງດ້າວ ທີ່ບໍ່ໄດ້ຈົດທະບຽນ ແຕ່ຢ່າງໃດນັ້ນ ເຖີງແມ່ນມີກາຣ ກ່າວອ້າງວ່າ ມີຜູ້ມີໜ້າທີ່ ໃນຣະດັບສູງ ເປັນຜູ້ເອື້ອອຳ ນວຍ ໃຫ້ຄວາມສະດວກ ນັ້ນກໍຕາມ ຈະຖືວ່າເປັນ ກາຣກະທຳທີ່ ຜິດຕໍ່ກົດໝາຍ ທີ່ທາງ ເຈົ້າໜ້າທີ່ກ່ຽວ ຂ້ອງ ໃນກະຊວງ ກາຣຕ່າງປະເທສ ກະຊວງແຮງງານ ແລະກະຊວງ ປ້ອງກັນຄວາມສງົບ ຈະຕ້ອງເປັນຜູ້ດຳເນີນກາຣ ກວດກາ ຢ່າງໃກ້ຊິດ ເພື່ອໃຫ້ສາມາດ ແກ້ໄຂບັນຫາ ດັ່ງກ່າວນີ້ໃຫ້ ລຸລ່ວງໄປໂດຽດີ.