ສະພາແຫ່ງຊາດລາວ ຈັດກອງປະຊຸມ

ຄະນະ ປະຈໍາສະພາ ແຫ່ງຊາດລາວ ຈັດກອງປະຊຸມ ຄົ້ນຄວ້າບັນຫາ ຕ່າງໆຮວມທັງ ການໂຍກຍ້າຍ ແລະແຕ່ງຕັ້ງ ພນັກງານ ທີ່ທາງ ຣັຖບານ ສເນີໃຫ້.
ຈໍາປາທອງ
2010.02.25

ຄະນະປະຈຳ ສະພາແຫ່ງຊາດ ຂອງລາວ ຈັດກອງປະຊຸມ ພິຈາຣະນາ ບັນຫາຕ່າງໆ ຮວມທັງການ ໂຍກຍ້າຍ ແລະການແຕ່ງຕັ້ງ ພນັກງານ ທີ່ທາງ ຣັຖບານ ສເນີໃຫ້ ຊຶ່ງທີ່ຜ່ານມາ ກໍໄດ້ຕົກລົງ ຮັບຮອງ ເອົາກົດໝາຍ ໃຫ້ສັຕຍາບັນ ສັນຍາຕ່າງໆ. ກ່ຽວກັບເລື່ອງນີ້ ທ່ານ ບຸນເສີມ ແສງມະນີ ເລຂາ ປະທານ ສະພາແຫ່ງຊາດ ເວົ້າວ່າ:

"ຮັບຮອງເອົາ ກົດໝາຍ ສັຕຍາບັນຕ່າງໆ ໃຫ້ສັຕຍາບັນຕ່າງໆ ກໍຖືວ່າ ສຳຄັນແລ້ວ ຄົ້ນຄວ້າພິຈາຣະນາ ກໍມີແຕ່ທາງ ຣັຖບານ ສເນີມາ ມັນຈະຕ້ອງ ມີເລື່ອງທາງ ຣັຖບານສເນີ ບັນຫາອັນໃດມາ ເຮົາກໍມາ ປຶກສາຫາລື ແລ້ວກໍຕົກລົງ".

ທ່ານວ່າ ການພິຈາຣະນາ ບັນຫາສຳຄັນ ຊຶ່ງເກີດຂຶ້ນ ທີ່ວ່ານັ້ນ ມີທັງການ ພິຈາຣະນາ ການເຄື່ອນໃຫວ ວຽກງານ ຂອງຣັຖບານ ທີ່ທາງ ສະພາມອບໝາຍໃຫ້ ແລະ ທັງການໂຍກຍ້າຽ ແລະການແຕ່ງຕັ້ງ ພນັກງານ ຈຳນວນນຶ່ງ ຂອງແຕ່ລະ ຂແນງການ ໄປຮັບໜ້າທີ່ ໃໝ່ ແລະອື່ນໆ.

ທ່ານ ບຸນເສີມ ແສງມະນີ ເວົ້າຕື່ມອີກວ່າ ທີ່ຜ່ານມາ ກອງປະຊຸມ ປະຈຳເດືອນ ຂອງຄະນະ ປະຈຳສະພາ ແຫ່ງຊາດ ໄດ້ຄົ້ນຄວ້າ ພິຈາຣະນາ ຄືນໃໝ່ ຫລາຍບັນຫາ ທີ່
ໄດ້ມີການຕົກລົງ ໄປແລ້ວ ຍ້ອນຖືວ່າ ເປັນບັນຫາ ສຳຄັນ ຂອງຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.