ກົດໝາຍສິ່ງແວດລ້ອມ ຖືກເລື່ອນເວລາ
2010.04.30
ກອງປະຊຸມຄະນະ ປະຈຳສະພາ ສະເພາະ ເດືອນເມສານີ້ນັ້ນ ກໍມີກາຣ ພິຈາຣະນາບັນຫາ ຫລາຍໆຢ່າງ ພ້ອມກັບກາຣ ພິຈາຣະນາ ແຜນກາຣ ແລະກົດໝາຍ ນຳດ້ວຍ. ແຕ່ສະເພາະກາຣ ຮ່າງກົດໝາຍວ່າດ້ວຍ ກາຣປົກປັກຮັກສາ ສິ່ງແວດລ້ອມນັ້ນ ໄດ້ເລື່ອນເວລາ ອອກໄປ ຍ້ອນມີເນື້ອໃນ ແລະຣາຍລະອຽດ ຫລາຍຢ່າງ ທີ່ຕ້ອງ ໄດ້ໃຊ້ເວລາ ໃນກາຣແກ້ໄຂ ຮ່ວມກັບຄະນະ ຮ່າງກົດໝາຍຈາກ ສຳນັກງານ ນາຍົກຣັຖມົນຕຣີ ທີ່ຕ້ອງໄດ້ມີກາຣ ຄົ້ນຄວ້າເພີ່ມເຕີມ ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ສະພາແຫ່ງຊາຕ ທ່ານໜຶ່ງໄດ້ກ່າວວ່າ:
“ຖ້ຽວນີ້ ເລື່ອນໜ້ອຍໜຶ່ງ ເພາະວ່າມັນມີ ເນື້ອໃນອີກຫລາຍ ມັນມີແຜນພັທນາ ເສຖກິຈ ສັງຄົມ ແລະກໍມີງົບປະມານ ແຫ່ງຣັຖ ມັນມີບົທຣາຍງານ ອື່ນໆຫລາຍ ມັນມີ ເນື້ອໃນຫລາຍ ດັ່ງນັ້ນເອົາກົດໝາຍ ນີ້ຕັດລົງ ກົດໝາຍໜຶ່ງ ມັນບໍ່ມີເວລາພໍ ແລະກໍດ້ານໜຶ່ງ ກໍໃຫ້ເພິ່ນຄົ້ນຄວ້າ ຣຽບຣຽງຄືນໃໝ່ ໃຫ້ມັນຄົບຖ້ວນ”.
ພ້ອມດຽວກັນນີ້ ທ່ານກໍວ່າ ສຳຫລັບເນື້ອໃນ ຂອງກົດໝາຍກ່ຽວກັບ ກາຣປົກປັກຮັກສາ ສິ່ງແວດລ້ອມນີ້ ກໍຮວມທັງກາຣ ໃຫ້ສັມປະທານ ທີ່ດິນ ກາຣລົງທຶນຕ່າງໆ ທີ່ຕິດພັນກັບ ກາຣຮັກສາສິ່ງແວດລ້ອມ ຣະບົບ ນິເວດວິທຍາ ງົບປະມານແຫ່ງຊາຕ ສຳຫລັບສົກປີ 2011-2012 ແລະແຜນ ກາຣພັທນາຕ່າງໆ.
ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ກ່າວ ຢ້ຳວ່າ ກອງປະຊຸມສມັຍສາມັນ ຄັ້ງທີ່ 9 ຂອງສະພາແຫ່ງຊາຕ ສປປລາວ ຈະຈັດຂຶ້ນໃນ ຣະຫວ່າງທ້າຍເດືອນ ມີຖຸນາ ທີ່ຈະມາເຖິງນີ້ ສະນັ້ນຈຶ່ງຈະຕ້ອງ ໄດ້ເຣັ່ງຈັດຮ່າງ ກົດໝາຍ ດ້ານກາຣຄຸ້ມຄອງ ສິ່ງແວດລ້ອມ ໃຫ້ແລ້ວໄວໆນີ້ ເພື່ອຈະໄດ້ຍື່ນແຜນ ກ່ອນກຳໜົດກາຣ ປະຊຸມຈະເປີດຂຶ້ນ.