ຊາວໜຸ່ມລາວ ຖືກເຈົ້າໜ້າທີ່ໄທ ຈັບ ພ້ອມຢາບ້າ 4 ພັນເມັດ


2008.04.01

ເຈົ້າໜ້າທີ່ຕຳຣວດ ແຂວງໜອງຄາຍ ຈັບຊາວນຸ່ມລາວ ທີ່ສົງໃສວ່າ ເປັນເຈົ້າຂອງ ຢາບ້າ ຈຳນວນ 4,000 ເມັດ ທີ່ຊຸກເຊື່ອງໄວ້ ໃນກະປອ໋ງນ້ຳເປັບຊີ ໃນຂະນະທີ່ໂດຍ ສານ ໄປທາງຣົຖເມ ສາຍ ວຽງຈັນ-ໜອງຄາຍ.

ການຈັບຊາວນຸ່ມລາວ ໄດ້ມີຂື້ນໃນວັນທີ 31 ມິນານີ້ ຢູ່ທີ່ດ່ານຂົວມິຕະພາບ ລາວ-ໄທ ຝັ່ງເມືອງໜອງຄາຍ ຂອງໄທ. ຜູ້ທີ່ຖືກຈັບນັ້ນ ມີຊື່ວ່າ ທ້າວອາທິດ ອາຍຸ 36 ປີ ເປັນຣາຊະດອນ ບ້ານທ່າແຂກ ແຂວງຄຳມ່ວນ.

ເຣື້ອງຣາວກໍມີຢູ່ວ່າ ໃນເວລາທີ່ ຣົຖໂດຍສານ ສາຍວຽງຈັນ-ອຸດອນທານີ ທີ່ແລ່ນ ມາຈາກ ຝັ່ງລາວ ໄດ້ມາຈອດ ຢູ່ທີ່ດ່ານຂົວມິຕະພາບ ລາວ-ໄທ ຝັ່ງເມືອງໜອງຄາຍ, ເຈົ້າໜ້າທີ່ ຕຳຣວດ ໄດ້ຂື້ນໄປ ກວດສອບຣົຖແລ້ວ ໄດ້ພົບຖົງຢາງຖົງນຶ່ງ ບັນຈຸ ກະປອງນ້ຳເປັບຊີ 5 ກະປ໋ອງ ຫ້ອຍໄວ້ຢູ່ທາງຂ້າງ ຕັ່ງນັ່ງທີ່ຕິດກັບບ່ອນນັ່ງຂອງ ທ້າວ ອາທິດ.

ເມື່ອເຈົ້າໜ້າ ທີ່ກວດເບິ່ງໃນຖົງແລ້ວ ໄດ້ພົບເຫັນນ້ຳເປັບຊີສ ອງກະປ໋ອງທີ່ໄຂ ກິນແລ້ວ ສ່ວນເຫລືອອີກ ສາມກະປ໋ອງທີ່ບໍ່ທັນເປີດນັ້ນ ເຈົ້າໜ້າທີ່ ໄດ້ພົບເຫັນ ຢາບ້າຈຳນວນ 4,000 ເມັດ ຢູ່ໃນສອງກະປ໋ອງ ນ້ຳເປັບຊີ.

ໃນເບື້ອງຕົ້ນ ທ້າວອາທິດ ປະຕິເສດ ຕໍ່ເຈົ້າໜ້າທີ່ຕຳຣວດ ວ່າ ບໍ່ແມ່ນຂອງຕົນ ແລ້ວເຈົ້າໜ້າທີ່ ກໍໄດ້ສົ່ງລາຍມື ທີ່ຕິດໃນກະປ໋ອງໄປກວດ ຢູ່ແຂວງຂອນແກ່ນຕໍ່ ຊຶ່ງອາດຈະໃຊ້ເວລາ ເຖິງນຶ່ງອາທິດ ກ່ອນຈະຮູ້ຜົນ.

ຈາກການກວດສອບ ໜັງສືເດີນທາງ ຂອງທ້າວ ອາທິດ ປາກົດວ່າ ທ້າວອາທິດ ເດີນທາງ ເຂົ້າ-ອອກ ປະເທດລາວ ແລະ ໄທ ເປັນປະຈຳ ນັບຕັ້ງແຕ່ ປີ 2006 ເປັນຕົ້ນມາ, ເຈົ້າໜ້າທີ່ ຈຶ່ງນຳຕົວ ໄປສອບສວນຕື່ມ.

ສເນີ ໂດຍ ສົມເນ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.