ສນາມບິນ ແຂວງຫລວງນ້ຳທາ ຈະເຣີ່ມເປີດບໍຣິກາຣ ໃນຕົ້ນເດືອນເມສານີ້


2008.01.16

ກາຣປັບປຸງສນາມບິນ ແຂວງຫລວງນ້ຳທາ ຊື່ງໄດ້ເຣີ່ມເກືອບຮອດ 2 ປີຜ່ານມາ ຈົນເທົ້າປັຈຈຸບັນ ກໍໃກ້ຈະສຳເຣັຈ ເປັນທີ່ຮຽບຮ້ອຍແລ້ວ.

ຄາດວ່າ ຄົງຈະສາມາດ ເປີດໃຫ້ບໍຣິກາຣ ໄດ້ໃນໄວໆນີ້ ເພື່ອຮອງຮັບກາຣ ເຊື່ອມຕໍ່ດ້ານກາຣທ່ອງທ່ຽວ ກາຣຄ້າ ແລະກາຣລົງທຶນ ຣະຫວ່າງຈີນຕອນໃຕ້ ກັບໂຂງເຂຕອາຊ໊ຽນ ຕໍ່ໄປໃນອະນາຄົດ ດັ່ງທີ່ ທ່ານ ຢາກົວ ລໍປາງກາວ ຫົວໜ້າກົມ ກາຣບິນພົລເຮືອ ນຂອງລາວໄດ້ກ່າວວ່າ:

(ສຽງ) “ສຳເຣັຈກາຣກໍ່ສ້າງ 31 ມີນາ ກໍມອບຮັບ ແລະເປີດບໍຣິກາຣໆບິນ ຄົງຈະຢູ່ໃນຊ່ວງຕົ້ນເດືອນເມສາ ຍ້ອນວ່າ ສນາມບິນ ມັນຢູ່ຕິດກັບຊາຍແດນ ຂອງຈີນ ກໍຄົງຈະຮັບໃຊ້ກາຣຄ້າ ແລະກາຣທ່ອງທ່ຽວດ້ວຍ.”

ເຈົ້າໜ້າທີ່ລາວດັ່ງກ່າວ ໄດ້ແຈ້ງເພີ່ມວ່າ: ສນາມບິນດັ່ງກ່າວ ໄດ້ຮັບກາຣປັບປຸງແຕ່ ເດືອນເມສາ 2006 ຜ່ານມາ ຊື່ງແມ່ນບໍຣິສັທເອກຊົນຂອງໄທຽ ເປັນຜູ້ຮັບເໝົາໃນມູລ ຄ່າປະມານ 4 ລ້ານ ດອລລາຣ໌ສະຫະຣັຖ.

ໃນຈຳນວນດັ່ງກ່າວ ທາງກາຣ ສປປລາວ ໄດ້ກູ້ຢືມຈາກທະນາຄານ ພັທນາເອເຊັຽ 78% ແລະອີກ 22% ເປັນເງີນ ຂອງຣັຖບາລລາວເອງ. ຄວາມຈີງແລ້ວ ກາຣປັບປຸງກໍ່ສ້າງ ສນາມບິນແຫ່ງນີ້ ໃນເບື້ອງຕົ້ນກໍ ວ່າ ຈະໃຫ້ແລ້ວສຳເຣັຈ ແລະເປີດໃຊ້ໄດ້ພາຍໃນເດືອນຕຸລາ 2007 ຜ່ານມາ ແຕ່ເກີດ ມີບັນຫານ້ຳຖ້ວມ ຈື່ງເຮັດໃຫ້ມີກາຣຫລ້າຊ້າ ແຕ່ກໍຈະໃຫ້ເປີດບໍຣິກາຣ ໃຫ້ໄດ້ໃນຕົ້ນເດືອນເມສາ ທີ່ຈະມາເຖີງນີ້.

ທ່ານຢາກົວ ໄດ້ໃຫ້ກາຣຊີ້ແຈງເພີ່ມວ່າ: ສນາມບິນທີ່ຖືກປັບປຸງໃໝ່ ນີ້ຈະສາມາດ ຮອງຮັບເຮືອບິນຂນາດ ATR 72 ຫລືປະມານ 70 ບ່ອນນັ່ງໄດ້ເປັນຢ່າງດີ,

ສ່ວນອາຄາຣຜູ້ໂດຽສາຣ ແລະຣະບົບຄວາມປອດພັຍ ພາຍໃນສນາມບິນ ກໍຖືກຍົກຣະດັບນຳດ້ວຍ ແລະວ່າໃນເວລານີ້ ກໍມີສາຍກາຣບິນ “ລາວແອຣ໌ໄລນ໌” ໄດ້ເສນີຕົວມາ ເປີດບໍຣິກາຣ ເປັນຜູ້ທຳອິດ.

ເຖີງຢ່າງໃດກໍຕາມ ສນາມບິນຫລວງນ້ຳທາດັ່ງກ່າວ ພ້ອມກັບໂຄງກາຣສ້າງຕັ້ງ ເຂຕເສຖກິຈພິເສດ “ບໍ່ເຕັນ-ບໍ່ຫານ” ນີ້ຖືເປັນແຜນກາຣ ບຸຣິມະສິທ ຂອງທາງກາຣລາວ ເພື່ອເປັນຈຸດເຊື່ອມຕໍ່ ກັບຈີນຕອນໃຕ້ ໂດຽສະເພາະ ໃນດ້ານກາຣທ່ອງທ່ຽວ ກາຣຄ້າ ແລະກາຣລົງທຶນຕ່າງໆ.

ຫວາດ ສີມູນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.