ລາວ ເປັນປະເທດນຶ່ງ ໃນ 53 ປະເທດໃນໂລກ ທີ່ນັກທ່ອງທ່ຽວ ຈະມັກໄປເບິ່ງໄປຊົມ ໃນປີ 2008 ນີ້
2008.01.09
ລາວເປັນປະເທດນຶ່ງໃນ 53 ປະເທດໃນໂລກ ທີ່ນັກທ່ອງທ່ຽວ ຈະມັກໄປເບິ່ງໄປຊົມ ໃນປີ 2008 ນີ້. ນັ້ນແມ່ນຣາຍງານ ຂອງໜັງສືພິມນິວຢອກໄທມ໌ ທີ່ໄດ້ພິມເຜີຍແພ່ຢູ່ ສະຫະຣັຖອະເມຣິກາ ເມື່ອບໍ່ດົນຜ່ານມາ.
ໜັງສືພິມນິວຢອກໄທມ໌ ຊຶ່ງເປັນໜັງສືພິມຊື່ດັງ ໃນສະຫະຣັຖ ໄດ້ສຳຣວດ ຄວາມຄິດຄວາມເຫັນ ຈາກຜູ້ຕາງໜ້າ ບໍຣິສັດນຳທ່ຽວໃນທົ່ວໂລກ; ຜົນປະກົດວ່າ ສະຖານທີ່ ທ່ອງທ່ຽວ ຫລືປະເທດທີ່ໜ້າໄປທ່ອງທ່ຽວ ທີ່ສຸດໃນໂລກໃນປີ 2008 ນີ້ ມີຢູ່ 53 ປະເທດ ແລະ ລາວກໍເປັນປະເທດນຶ່ງ ໃນຈຳນວນນັ້ນ. ໜັງສືພິມນິວຢອກໄທມ໌ ບໍ່ໄດ້ແຈ້ງຣາຍລະອຽດວ່າ ລາວເປັນປະເທດ ທີ່ໜ້າໄປທ່ອງທ່ຽວ ອັນດັບເທົ່າໃດໃນໂລກ ພຽງແຕ່ບອກວ່າ ເປັນນຶ່ງໃນຈຳນວນ 53 ປະເທດເທົ່ານັ້ນ. ແຕ່ໜັງສືພິມນິວຢອກໄທມ໌ ພັດແຈ້ງຣາຍລະອຽດວ່າ ປັດຈຸບັນ ລາວເປັນປະເທດ ທີ່ກຳລັງຮ້ອນໃນອິນດູຈີນ. ນັກທ່ອງທ່ຽວໄປລາວສ່ວນຫລາຍ ມັກໄປຢ້ຽມຢາມນະຄອນຫຼວງພະບາງ ນະຄອນຫລວງວຽງຈັນ ແລະວັດພູຈຳປາສັກ. ຈຸດປະສົງຂອງນັກທ່ອງທ່ຽວ ກໍເພື່ອໄປເບິ່ງ ປະເພນີວັທນະທັມ ແລະທັມມະຊາດຂອງລາວ.
ນັບແຕ່ໄດ້ເປີດກວ້າງ ຕໍ່ໂລກພາຍນອກ ຣັຖບານລາວ ໄດ້ສົ່ງເສີມການທ່ອງທ່ຽວ ຢ່າງເຕັມທີ; ຈຳນວນນັກທ່ອງທ່ຽວໄປລາວ ເພິ້ມຂື້ນທຸກໆປີ; ເມື່ອປີ 2007 ທີ່ຜ່ານມາ ຣັຖບານລາວ ມີຣາຍໄດ້ ຈາກການທ່ອງທ່ຽວ ເຖິງ 200 ລ້ານ ດອນລ່າສະຫະຣັຖ ເພິ້ມຂື້ນຈາກປີ 2006 ເກືອບ 30 ລ້ານດອນລ່າ.
ທ່ານ ສຸກກະເສີມ ໂພທິສານ ຮອງປະທານ ອົງການທ່ອງທ່ຽວແຫ່ງຊາດລາວ ກ່າວວ່າ ເມື່ອປີກາຍ ນັກທ່ອງທ່ຽວໄປລາວ ມີຈຳນວນເພິ້ມຂື້ນເປັນ 1 ລ້ານ ແລະ 4 ແສນຄົນ.
ອາວະຣີ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ກາຣປະຕິບັຕ ຣະບົບກົດໝາຍໃນລາວ ຍັງຂາດທັ້ງປະສິທທິພາບ ແລະກາຣເສີມສ້າງ ຄວາມຍຸຕິທັມ ຢ່າງແທ້ຈີງ
- ທາງກາຣ ສປປລາວ ເປັນຫ່ວງ ນຳກາຣຣະບາດ ຂອງໂຣຄອະຫິວາ
- ທາງກາຣແຂວງ ຫລວງນ້ຳທາ ລົງກວດສອບ ຕາມພື້ນທີ່ໆນຳໃຊ້ ໃນກາຣປູກຢາງພາຣາ ແລະພົບວ່າສ່ວນຫລາຍ ເປັນພື້ນທີ່ ຂອງປະຊາຊົນ
- ແຂວງຊຽງຂວາງ ມີຣາຍຮັບ ຈາກກາຣທ່ອງທ່ຽວ ປະຈຳປີ 2007 ຫລາຍກວ່າ 2 ລ້ານ ດອລລາຣ໌ສະຫະຣັຖ
- ສປປລາວ ໄດ້ອານຸມັດການລົງທຶນ ຈາກຕ່າງປະເທດ ຈຳນວນ 191 ໂຄງການ ມີມູນຄ່າ ລວມທັງໝົດ 1,130 ລ້ານ ດອນລ້າ ສະຫະຣັຖ
- ແຂວງຫລວງພະບາງ ສົ່ງເສີມໃຫ້ປະຊາຊົນ ປູກຄັ່ງເພື່ອສົ່ງໄປຂາຍ ໃນຕະຫລາດ ຂອງປະເທດຈີນ
- ລາວ ແລະ ວຽດນາມ ຈະລົງມືສ້າງທາງຣົດໄຟ ຣະຫວ່າງກັນ
- ຈີນຈະຊ່ວຍລາວຕິດຕັ້ງ ສາຍສື່ສານ ຫລືໂທຣະຄົມມະນາຄົມ ເພື່ອເຮັດໃຫ້ລາວ ກາຍເປັນ ສູນກາງຕິດຕໍ່ ໃນເຂດ ອ່າງແມ່ນ້ຳຂອງ
- ປະຊາຊົນລາວ ໃຫ້ຄວາມສົນໃຈ ໃນການອ່ານຂໍ້ມູນ ຂ່າວສານຂ້ອນຂ້າງໜ້ອຍ ຊຶ່ງເປັນສາເຫດນຶ່ງ ທີ່ເຮັດໃຫ້ ພາດໂອກາດຮັບຮູ້ຂ່າວສານ ກ່ຽວກັບໄພ ການຕົກເປັນເຫຍື່ອ ການຄ້າມະນຸດ
- ເມືອງຈີນໃໝ່ New China Town ທີ່ບຶງທາດຫລວງ ໃນນະຄອນຫລວງວຽງຈັນ ເລີ່ມຜົ່ນພິດແລ້ວ