ໃນ ປີ 2007 ຜ່ານມາ ສປປ ລາວໄດ້ອານຸມັດ ການລົງທຶນ ຈາກຕ່າງປະເທດ ຈຳນວນ 191 ໂຄງການ ມີມູນຄ່າລວມທັງໝົດ 1,130 ລ້ານ usd,
ຕາມສະຖິຕິຂອງກະຊວງວາງແຜນ ແລະການລົງທຶນຂອງລາວ. ໃນມູນຄ່າການລົງທຶນ ທັງໝົດນັ້ນ, 971 ລ້ານ ກັບ 410,000 usd ຫລືວ່າ 85.4%, ແມ່ນການລົງທຶນ ຈາກທຸຣະກີດ ຂອງຕ່າງປະເທດ, ສ່ວນເຫລືອ 166 ລ້ານ ໂດລາສະຫະຣັຖ ແມ່ນການລົງທຶນ ຈາກພາກສ່ວນເອກະຊົນ ໃນລາວເອງ.
ພາກສ່ວນພະລັງງານ ແລະບໍ່ແຮ່ທາດ ເປັນພາກສ່ວນທີ່ດຶງດູດເອົາ ການລົງທຶນ ຈາກຕ່າງປະເທດ ຫລາຍກ່ວາພາກສ່ວນອື່ນໆ ຄືມີມູນຄ່າເຖິງ 360 ລ້ານ ໂດລາສະຫະຣັຖ ສະເພາະແຕ່ 4 ໂຄງການເທົ່ານັ້ນ. ການລົງທຶນໃນ ພາກສ່ວນກະສິກັມ ມີເຖິງ 183 ລ້ານ ໂດລາສະຫະຣັຖ, ແລະພາກສ່ວນ ບໍຣິການມີມູນຄ່າ 181 ລ້ານ ໂດລາສະຫະຣັຖ. ນອກນັ້ນ ທາງການລາວ ຍັງໄດ້ລົງນາມສັນຍາ ເອກະສານຄວາມເຂົ້າໃຈກັນ ກັບປະເທດຈີນ ປະເທດໄທ ແລະປະເທດວຽດນາມ ເພື່ອສ້າງເຂື່ອນ ຜລິດກະແສໄຟຟ້າ ທີ່ມີມູນຄ່າເຖິງຫລາຍ ຕື້ໂດລາສະຫະຣັຖ.
ສົມເນ ຣາຍງານ