ທາງກາຣປະເທດນໍຣ໌ເວຍ໌ ຊອກຫາ ຊ່ອງທາງອື່ນ ເພື່ອສືບຕໍ່ ໃຫ້ກາຣບໍຣິກາຣ ຫລັງຈາກ ທີ່ສະຖານທູຕ “ສວີເດນ” ຖືກປິດລົງ ໃນ ເດືອນສີງຫາ ນີ້ເປັນຕົ້ນໄປ
2008.01.28
ທາງກາຣ ສວີເດນ ມີກຳໜົດ ທີ່ຈະປິດສະຖານທູຕ ຂອງຕົນ ປະຈຳ ນະຄອນຫລວງ ວຽງຈັນ ແຕ່ມື້ວັນທີ່ 15 ສິງຫາ ທີ່ຈະມາເຖີງນີ້ ເປັນຕົ້ນໄປ.
ເພາະສະນັ້ນ ທາງເຈົ້າໜ້າທີ່ ປະເທດນໍຣ໌ເວຍ໌ ຈື່ງຈຳຕ້ອງ ໄດ້ຫາວິທີທາງອື່ນ ເພື່ອໃຫ້ຊ່ວຍ ໃນດ້ານກາຣໃຫ້ບໍຣິກາຣ ແກ່ປະຊາຊົນ ຂອງຕົນ ແລະຈາກປະເທດອື່ນໆ ທີ່ເດີນທາງ ເຂົ້າມາທ່ຽວ ໃນປະເທດລາວ ຊື່ງໃນເມື່ອກ່ອນນັ້ນ ແມ່ນທາງສະຖານທູຕ ສວີເດນ ເປັນຜູ້ໃຫ້ຄວາມຮ່ວມມື.
ທ່ານ Kjell Storlokken ເອຄອັຄຣາຊທູຕ ນໍຣ໌ເວຍ໌ ປະຈຳກຸງຮ໋ານວນ ໄດ້ກ່າວຕໍ່ ທາງສື່ມວລຊົນ ໃນມື້ວັນສຸກຜ່ານມານີ້ວ່າ: ໃນປັຈຈຸບັນນີ້ ເຖີງຈະມີຊາວນໍຣ໌ເວຍ໌ ອາສັຍ ຢູ່ເມືອງລາວ ທັງໝົດ ປະມານ 20 ຄົນ ເທົ່ານັ້ນກໍຕາມ ແຕ່ກໍຖືວ່າ ນະຄອນຫລວງວຽງຈັນ ເປັນຈຸດສຳຄັນ ບ່ອນໜື່ງ ເພື່ອໃຫ້ບໍຣິກາຣ ແກ່ເຈົ້າໜ້າທີ່ອື່ນໆ ແລະ ກາຣອອກວິຊ໋າ ແກ່ນັກທ່ອງທ່ຽວ ທີ່ມີແນວໂນ້ມ ຈະມີຫລາຍເພີ່ມຂື້ນ ໃນຂັ້ນຕໍ່ໄປ.
ເຖີງຢ່າງໃດກໍຕາມ ກາຣທີ່ທາງການສວີເດນ ໄດ້ຕັດສິນອັດສະຖານທູຕ ຂອງຕົນຢູ່ ນະຄອນຫລວງວຽງຈັນ ດັ່ງກ່າວ ເພື່ອໄປເປີດຢູ່ບ່ອນໃໝ່ ໃນປະເທດອື່ນ ພ້ອມທັງຫລີງ ເຫັນວ່າ ກາຣປະຕິຮູບ ທາງດ້ານກາຣເມືອງ ຢູ່ ສປປລາວ ຍັງມີກາຣລ້າຊ້າ ແລະບໍ່ມີຄວາມຄືບໜ້າ ເຊັ່ນດຽວກັບ ກາຣພັທນາ ໃນແຂນງອື່ນໆ ທັ້ງໆທີ່ທາງກາຣສວີເດນ ໄດ້ ໃຫ້ຄວາມຊ່ວຍເຫລືອ ເພື່ອການພັທນາຕ່າງໆ ມາດົນນານ ກວ່າ 30 ປີ ແລ້ວນັ້ນ.
ອ່ານຂ່າວເພີ້ມເຕີມ
- ເຮືອຫາງຍາວ ຫລົ້ມໃນກາງລຳນ້ຳຂອງ ເຮັດໃຫ້ ມີຜູ້ເສັຽຊີວີຕ ຫລີຍັງຫາຍສາບສູນ 15 ຄົນ
- ໂຄງການສ້າງເຂື່ອນ ເຊກະໝານ-1 ຕອ້ງການຄົນງານ ຫລາຍກ່ວາ 2,000 ຄົນ
- ກະຊວງກະສິກັມຂອງລາວ ສົ່ງເສີມ ການລ້ຽງປາ ເພື່ອເປັນເສຖະກິດ ປະຈຳຄອບຄົວ ແລະ ໃຫ້ເປັນຕົວຢ່າງ ແກ່ຊາວບ້ານ ໃນຊຸມຊົນ
- ຜະແນກ ສາທາຣະນະສຸກ ແຂວງອັຕະປື ເຕືອນປະຊາຊົນ ບໍ່ໃຫ້ກິນ ອາຫານ ສຸກໆດິບໆ
- ການສໍາຣວດ ແລະສໍາພາດ ຊາວມົ້ງລາວ ຫ້ວຍນໍ້າຂາວ ສໍາເຣັດໄປແລ້ວ 70 ເປີເຊັນ ແລະຄາດວ່າ ຈະເສັດສີ້ນໃນໄວໆນີ້
- ຣັດຖະບານລາວ ຮຽກຮ້ອງ ໃຫ້ທຸກໆແຂວງ ຂອງລາວ ສະກັດກັ້ນ ການຣະບາດ ຂອງໂຣກຖອກທ້ອງ cholera
- ສໍານັກງານຂົນສົ່ງທາງນໍ້າ ແລະ ພານິດນາວີ ແຂວງຊຽງຮາຍ ຂອງໄທ ຕຽມຮັບມື ກັບສະພາບຣະດູແລ້ງ ທີ່ອາດສົ່ງຜົນກະທົບ ຕໍ່ການຂົນສົ່ງ ທາງເຮືອ ຕາມລຳນ້ຳຂອງ
- ຍັງມີ ຊາກກະດູກ ໂຕ ໄດນາຊໍຣ ທີ່ຖືກປ່ອຍຖິ້ມຮ້າງ ຢູ່ຕາມທັມມະຊາດ ເປັນຈໍານວນຫລວງຫລາຍ ໃນພື້ນທີ່ ແຂວງສວັນນະເຂດ
- ການໄຟຟ້າ ແຂວງຫລວງພຣະບາງ ຂາດທຶນ ມາໂດຍຕລອດ ເນື່ອງຈາກວ່າ ຊື້ໄຟຟ້າ ໃນຣາຄາແພງ ແລະ ຂາຍ ໃນຣາຄາຖືກ
- ແຂວງໄຊຍະບູຣີ ຍັງມີກຸ່ມຄົນ ຈໍານວນນຶ່ງ ທີ່ເສບ ແລະ ຂາຍຢາບ້າ ຫລົງເຫລືອຢູ່