ປະຊາຊົນ ເຜົ່າລາວເທິງຂະມຸ ມີແນວໂນ້ມ ເຂົ້າສູ່ຂະບວນ ການຄ້າມະນຸດ ງ່າຍກວ່າ ປະຊາຊົນເຜົ່າອື່ນໆ


2008.01.17

ປະຊາຊົນເຜົ່າລາວເທິງຂະມຸ ມີແນວໂນ້ມ ເຂົ້າສູ່ຂະບວນການຄ້າມະນຸດ ງ່າຍກວ່າ ປະຊາຊົນເຜົ່າອື່ນໆ ເພາະວ່າ ການສຶກສາທາງພາກຣັດ ເຂົ້າໄປບໍ່ຮອດບໍ່ເຖີງ ເຮັດໃຫ້ປະຊາຊົນ ຊົນເຜົ່າ ບໍ່ມີຄວາມຮູ່ ແລະບໍ່ເຂົ້າໃຈ ເຖີງໄພອັນຕະລາຍ ເຖີງຄວາມຊ່ຽງ ໃນຣະຫວ່າງ ການຊອກວຽກເຮັດງານທໍາ ຫລືຖືກຫລອກລວງ ເຂົ້າສູ່ຂະບວນ ການຄ້າມະນຸດ ຮວມທັງປະຊາຊົນ ເຂດຫ່າງໄກລສອກຫລີກ.

ເຈົ້າໜ້າທີ່ກ່ຽວຂ້ອງ ຈາກອົງການກາແດງລາວ ກ່າວກ່ຽວກັບເລື່ອງນີ້ວ່າ:

(ສຽງ) "ດຽວນີ້ຕາມປະເມີນ ເຜົ່າທີ່ຊ່ຽງສູງສຸດ ເຜົ່າລາວສູງ ເຜົ່າຂະມຸ ພວກນີ້ບໍ່ໄດ້ຮັບການສຶກສາສູງ."

ກຸ່ມທີ່ຊ່ຽງເຂົ້າສູ່ຂະບວນ ການຄ້າມະນຸດ ນອກຈາກເດັກນ້ອຍຜູ້ຍີງ ແລະເຍົາວະຊົນແລ້ວ ພົບວ່າ ຊົນເຜົ່າທີ່ອາໃສ ຢູ່ເຂດຫ່າງໃກສອກຫລີກ ທົ່ວປະເທດລາວກໍ ເປັນອີກກຸ່ມນຶ່ງ ທີ່ມີຄວາມຊ່ຽງສູງ ເຊັ່ນກັນ ເພາະວ່າ ຊົນເຜົ່າເຫລົ່ານີ້ ສ່ວນຫລາຍ ເປັນຄອບຄົວໃຫຍ່ ອາໃສເຄື່ອງປ່າຂອງດົງລ້ຽງຊີບ ແລະເມື່ອໂລກມີການປ່ຽນ ໄປຫາວັດຖຸນິຍົມ ຫລາຍຂຶ້ນ ໄດ້ຍີນຈາກຄົນອື່ນ ກ່ຽວກັບ ສີ່ງທີ່ພົບພໍ້ ພາຍນອກຫລາຍຂຶ້ນ ກໍຄິດຢາກຈະເຂົ້າສູ່ ຂະບວນການດັ່ງກ່າວ ເພື່ອຫາເງີນລ້ຽງຊີບ ແລະຈຸນເຈືອຄອບຄົວ.

ນອກຈາກນັ້ນ ຂະບວນການຄ້າມະນຸດ ສ່ວນໃຫຍ່ ກໍເປັນເລື່ອງທີ່ບອກຕໍ່ໆກັນໄປ ຈຶ່ງບໍ່ເປັນເລື່ອງຍາກ ຫາກຈະເຊີນຊວນ ປະຊາຊົນ ຊົນເຜົ່າ ເຂົ້າສູ່ຂະບວນການດ້ວຍ. ທ່ານກ່າວຕໍ່ໄປວ່າ:

(ສຽງ) "ຄວາມຊ່ຽງໝາຍເຖີງ ເຂົາເຈົ້າ ບໍ່ມີວຽກເຮັດງານທໍາ ບໍ່ມີຣາຍໄດ້ ເຂົາເຈົ້າອາດ ຈະຊອກຫາວິທີ ອອກຈາກບ້ານ ເຂົາເຈົ້າໄປຫາຣາຍໄດ້ ຢູ່ບ່ອນອື່ນ."

ໜ່ວຍງານພາກຣັດຂອງລາວ ແລະປະເທດເພື່ອນບ້ານ ເຄີຍໄດ້ຈັດປະຊຸມຮ່ວມກັນ ເພື່ອປ້ອງກັນ ບໍ່ໃຫ້ຂະບວນ ການຄ້າມະນຸດ ເຂົ້າເຖີງຊົນກຸ່ມນ້ອຍ ໂດຍສະເພາະ ຢ່າງຍີ່ງໃນລາວ ແຕ່ໃນຕົວຈີງແລ້ວ ການປ້ອງກັນ ຂອງພາກຣັດ ຍັງບໍ່ສາມາດ ສະກັດກັ້ນໄດ້ ແລະຂະນະນີ້ຊົນກຸ່ມນ້ອຍ ເຜົ່າຕ່າງໆທົ່ວປະເທດລາວ ເຂົ້າສູ່ຂະບວນ ການຄ້າມະນຸດ ເພີ່ມຂຶ້ນ ດ້ວຍຄວາມຮູ້ ເທົ້າບໍ່ເຖີງການ ທ່ານກ່າວໃນທີ່ສຸດ.

ມະນີຈັນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.