ຜູ້ລັກລອບຕັດໄມ້ໃນລາວ ບໍ່ເກງກົວ ຕໍ່ກົດໝາຍລາວ ຍ້ອນວ່າ ການຊື້ຂາຍໄມ້ເຖື່ອນ ໃນທ້ອງຕະລາດ ໃດ້ຣາຄາສູງຫລາຍ ໂດຍສະເພາະ ໄມ້ດູ່ລາຍ ແລະ ໄມ້ແກ່ນຂະຍູງ.
ມີຂ່າວວ່າ ໃນສະພາບ ປັດຈຸບັນນີ້ນັກຄ້າໄມ້ລາຍໃຫ່ຽ ຈາກຕ່າງປະເທດ ໄດ້ຂໍສັ່ງຊື້ ໄມ້ ໄປຍັງຜູ້ລັກລອບຕັດໄມ້ ໂດຍກົງຢູ່ໃນລາວ ຍ້ອນວ່າໄມ້ຊະນິດດີໆ ທີ່ຂາຍກັນຢູ່ ໃນທ້ອງຕະລາດ ມີຣາຄາສູງຫລາຍ ດັ່ງເຈົ້າໜ້າທີ່ ກະຊວງກະສິກັມ ແລະປ່າໄມ້ ຂອງລາວ ທ່ານນຶ່ງໄດ້ກ່າວວ່າ:
(ສຽງ)"ໄມ້ທີ່ວ່າ ມີຣາຄາແພງ ເຊັ່ນວ່າ ໄມ້ດູ່ລາຍ ເຂົາເຈົ້າໄດ້ຂາຍ ຢັ້ງຢືນວ່າ ຣາຄານຶ່ງມັນຕົກ 30-40 ດອນລາ ຕໍ່ກິໂລກຣາມ ແພງຢ່າງບໍ່ໜ້າເຊື່ອ."
ໄມ້ດູ່ລາຍ ແລະໄມ້ຂະຍູງເປັນໄມ້ ທີ່ຕ້ອງການຫລາຍໃນຕະລາດ ຈຶ່ງມີຣາຄາແພງ. ແກ່ນໄມ້ດູ່ລາຍ ແລະແກ່ນໄມ້ຂະຍູງ ທີ່ແປຮູບແລ້ວ ກໍຍິ່ງມີຣາຄາແພງ. ດັ່ງນັ້ນ ຈຶ່ງເຮັດໃຫ້ ຜູ້ລັກລອບຕັດໄມ້ ທີ່ເຫັນແກ່ຜົນກຳໄລ ບໍ່ຢ້ານກົວ ການກະທຳຜິດ ຕໍ່ກົດໝາຍ.
(ສຽງ)"ແຕ່ວ່າໄມ້ຊຸງນີ້ ມີຣາຄາແພງຫລາຍ ມີການລັກລອບກັນຕັດ ຢູ່ຕຣອດ ຫ້າມປານໃດກໍຕັດ ຈັບເຂົາຄຸກແດ່ ປັບໃໝແນ່ ກໍຍັງມີການລັກລອບ."
ກ່ຽວກັບເຣື້ອງນີ້ ທ່ານວ່າ ຣັຖະບານລາວ ກໍພະຍາຍາມ ຫາວິທີທາງແກ້ໄຂ ຢູ່ໂດຍອອກຄຳສັ່ງ ໃຫ້ນ່ວຍງານກ່ຽວຂ້ອງ ສະກັດກັ້ນ ແລະປາບປາມຜູ້ ລັກລອບຕັດໄມ້ ແຕ່ກໍຍັງມີຜູ້ລັກລອບ ຕັດໄມ້ຊະນິດນີ້ຕະຣອດມາ.
ສົມເນ ຣາຍງານ