ການສົ່ງ ຊາວເຜົ່າມົ້ງ ບ້ານຫ້ວຍ ນໍ້າຂາວ ກັບຄືນ ສປປລາວ ຍັງຈະຖືກນໍາຂຶ້ນ ປຶກສາຫາລື ທີ່ກອງປະຊຸມ ໃນເດືອນມີນາ ຈະມາເຖິງນີ້

ຊະຕາກັມ ຂອງຊາວລາວເຜົ່າມົ້ງ ທີ່ອາໃສຢູ່ບ້ານຫ້ວຍນ້ຳຂາວ ໃນແຂວງເພັຊບູນ ຂອງໄທ, ປັດຈຸບັນ ຈະນຳຂຶ້ນ ພິຈາຣະນາ ແລະ ຕັດສີນ ຢູ່ທີ່ກອງປະຊຸມ ຂອງຄນະກັມມະການຊາຍແດນ ຣະຫວ່າງ ສອງປະເທດ, ຊຶ່ງຈະມີຂຶ້ນ ໃນເດືອນມິນາ ທີ່ຈະມາເຖິງນີ້, ຕາມຄຳໃຫ້ການ ຂອງໂຄສົກ ກະຊວງ ການຕ່າງປະເທດ ຂອງສປປລາວ.

ຕໍ່ຄຳຖາມ ຂອງນັກຂ່າວເອເຊັຍເສຣີ ທີ່ຢາກຮູ້ວ່າ ໃນການພົບພໍ້ ຣະຫວ່າງ ທ່ານນົບພະດົນ ປັດທະມະ, ຣັຖມົນຕຣີການຕ່າງ ປະເທດໄທ, ແລະ ທ່ານທອງລຸນສີສຸລິດ, ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ການຕ່າງປະເທດ ສປປລາວ ນັ້ນ ໄດ້ເວົ້າເຖິງເຣື້ອງ ທີ່ຈະສົ່ງຊາວມົ້ງລາວ ກັບຄືນ ປະເທດຫລືບໍ່, ທ່ານ ຢົ້ງ ຈັນທະລັງສີ, ພຽງແຕ່ຕອບ ແບບຄຸມເຄື່ອວ່າ ກ່ຽວກັບບັນຫານີ້ ມີຄວາມ ເຂົ້າໃຈກັນດີ, ແລະ ຕົກລົງວ່າ ຈະມອບໃຫ້ຄນະກັມມະການ ຮ່ວມມື ເພື່ອຄວາມ ເປັນຣະບຽບຮຽບຮ້ອຍ ຕາມຊາຍແດນ ຂອງທັງສອງປະເທດ ພິຈາຣະນາຮ່ວມກັນ ເພື່ອຊອກຫາ ຊ່ອງທາງແກ້ໄຂ ນຳກັນໂດຍໄວ.

ເມື່ອນັກຂ່າວເອເຊັຍເສຣີ ຖາມວ່າ ແກ້ໄຂໂດຍໄວ ໝາຍເຖິງ ການສົ່ງ ຊາວເຜົ່າມົ້ງຫ້ວຍນ້ຳຂາວ ກັບສປປລາວ ດັ່ງທີ່ ທັງລາວ ແລະ ໄທ ເຄີຍຖແລງອອກມາ ຫລາຍເທື່ອນັ້ນ ຫລື ບໍ່, ທ່ານຢົ້ງ ບໍ່ຍອມຕອບ ໂດຍກົງ ພຽງແຕ່ ເວົ້າຢ້ຳວ່າ: “ເພື່ອຊອກຫາຊ່ອງທາງ ໃນການແຫ້ໄຂ ບັນຫາ ເພື່ອບໍ່ໃຫ້ບັນນີ້ ແກ່ຍືດແກ່ຍາວ ໄປອີກ.” ປັດຈຸບັນ ມີຊາວມົ້ງລາວ ອາໄສ ຢູ່ບ້ານຫ້ວຍນ້ຳຂາວ ໃນແຂວງເພັຊບູນ ຂອງໄທ ປະມານ 7 ພັນກວ່າ ຄົນ. ພວກເຫລົ່ານີ້ ອ້າງວ່າ ພວກຕົນ ຜ່າຍໜີ ຈາກການປະຫັດປະຫານ ຂອງທາງການ ສປປລາວ ຍ້ອນພວກຕົນ ຫລື ບຸຜະກາຣີ ເຄີຍຮ່ວມມືກັບ ອົງການ CIA ຂອງສາຫະຣັຖ ຕໍ່ສູ້ ກັບຝ່າຍ communist ໃນເວລາສົງຄາມວຽດນາມ.

ຣັຖບານໄທ ຖືວ່າ ຊາວເຜົ່າມົ້ງກຸ່ມນີ້ ເຂົ້າເມືອງແບບຜິດກົດໝາຍ, ໄທ ຈຶ່ງມິສິດ ສົ່ງກັບປະເທດໄດ້. ສ່ວນຣັຖບານລາວ ກໍ່ວ່າ ຈະຮັບເອົາຄືນ ຖ້າພິສູດໄດ້ວ່າ ເປັນມົ້ງລາວແທ້ ແຕ່ຊາວມົ້ງລາວ ທີ່ບ້ານຫ້ວຍນ້ຳຂາວຊ້ຳ ພັດຢືນຢັນວ່າ ແນວໃດກໍ່ບໍ່ຍອມ ກັບໄປ ສປປລາວ ເພາະຢ້ານ ຈະມີອັນຕລາຍ ເຖິງຊີວິຕ ແລະ ຂໍໃຫ້ອົງການຈັດຕັ້ງສາກົນ ແລະ ປະເທດເສຣີຕ່າງໆ ຊ່ວຍເຫລືອພວກຕົນ ໃຫ້ໄດ້ໄປຕັ້ງຖິ່ນຖານ ໃນປະເທດທີ່ສອງ ຫລື ທີ່ສາມ. ມາເຖິງປັດຈຸບັນ ບັນຫາບໍ່ໄປບໍ່ມາ ເນື່ອງຈາກວ່າ ທັງລາວ ແລະ ໄທຖືວ່າ ບັນຫານີ້ ກ່ຽວກັບ ພວກຕົນສອງຝ່າຍ ເທົ່ານັ້ນ ແລະ ບໍ່ຍອມໃຫ້ຝ່າຍ ທີ່ສາມເຂົ້າໄປຫຍຸ້ງກ່ຽວ.

ຈະເຣີນສຸກ ຣາຍງານ