ນາຍົກ ຣັຖມົນຕຣີລາວ ເວົ້າວ່າ ສປປລາວ ຈໍາເປັນຕ້ອງປັບປຸງ ການບໍຣິຫານ ເພື່ອການພັທນາ

leader2.jpg
ທ່ານ ບົວສອນ ບຸຜາວັນ ນາຍຍົກຣັຖມົນຕຣີ ສປປລາວ (ດ້ານຊ້າຍ) ແລະ ທ່ານ ທ່ຽນສິນ (ດ້ານຂວາ) ນາຍຍົກຣັຖມົນຕຣີ ພະມ້າ ທັງສອງ ເຂົ້າຮ່ວມ ກອງປະຊຸ່ມ ກຸ່ມປະເທດ ອາຊ້ຽນ ຕາເວັນອອກ ໄຕ້ (ASEAN) ທີ່ຈັດຂື້ນ ຢູ່ປະເທດ ສິງກະໂປ. ພາບຖ່າຍ ໃນ ວັນທີ 21 ເດືອນ ພຶສະຈິກາ ປີ 2007. Photo by AFP (ROLEX DELA PENA/AFP)

ທ່ານ ບົວສອນ ບຸບຜາວັນ, ນາຍົກ ຣັຖມົນຕຣີລາວ ກ່າວວ່າ: ເຖິງແມ່ນວ່າ ສປປລາວ ໄດ້ປັບປຸງ ກົດໝາຍ ແລະ ກົດຣະບຽບ ແລ້ວກໍຕາມ, ແຕ່ ສປປລາວ ຈໍາເປັນຕ້ອງ ປັບປຸງ ການປົກຄອງໃຫ້ດີ ໃນຫລາຍໆພາກສ່ວນ, ອີງຕາມ ຣາຍງານ ຂອງໜັງສືພິມ ວຽງຈັນທາມ ໃນວັນທີ 7 ກຸມພານີ້.

ທ່ານ ບົວສອນ ກ່າວໃນ ກອງປະຊຸມວຽກງານ ປົກຄອງ ແລະ ຄຸ້ມຄອງ ຣັຖກອນ ທົ່ວປະເທດ ທີ່ໄດ້ສິ້ນສຸດລົງ ໃນມື້ວັນທີ 6 ຜ່ານມາ ວ່າ: ໃນລະຍະໃໝ່ນີ້ ມີຄວາມຮຽກຮ້ອງ ຕ້ອງການ ໃຫ້ຣັຖບານ ຕ້ອງເອົາໃຈໃສ່ ໜ້າທີ່ທາງດ້ານການເມືອງເພີ້ມຕື່ມ, ໃນນັ້ນ ກໍແມ່ນ ຣະບົບນິຕິກັມ ທີ່ຍັງບໍ່ທັນພຽງພໍ, ແລະ ປັບປຸງ ການບໍຣິຫານ ແລະ ກົນໄກ ພາກຣັດ.

ບັນຫາດັ່ງກ່າວ ສົ່ງຜົນສະທ້ອນ ໃນຂະບວນການ ອະນຸມັດ ແລະ ອອກໃບອະນຸຍາດ ໃຫ້ແກ່ໂຄງການ ແລະ ພາກສ່ວນທຸຣະກິດ ທີ່ບໍ່ມີປະສິດທິພາບ ເນື່ອງຈາກວ່າ ຜ່ານຫລາຍຂັ້ນຕອນ. ອີກບັນຫານຶ່ງ ກໍແມ່ນ ການປະຕິບັດ ກົດໝາຍ, ດໍາຣັດ ແຈ້ງການ ແລະ ຄໍາສັ່ງ ຕ່າງໆ ຍັງບໍ່ທັນເຂັ້ມງວດ ແລະ ຂາດປະສິດທິພາບ.

ທ່ານ ບົວສອນ ກ່າວຕື່ມວ່າ: ການປັບປຸງ ໂຄງຮ່າງບໍຣິຫານ ໃນຂັ້ນສູນກາງ ຊັກຊ້າ, ແລະ ໂຄງຮ່າງ ບໍຣິຫານ ໃນຫລາຍພາກສ່ວນ ຂາດປະສິດທິພາບ ເຊັ່ນດຽວກັນ, ໂດຍສະເພາະ ໃນຂັ້ນພື້ນຖານ ເນື່ອງຈາກວ່າ ຂາດງົປມານ ແລະ ນັກວິຊາການ.

ຈະເຣີນສຸກ ຣາຍງານ