ສິນຄ້າລາວ ທີ່ສົ່ງອອກ ແລະ ມີຈຳນວນເພີ່ມຂື້ນແດ່ນັ້ນ ຈະເປັນປະເພດ ໄມ້ທ່ອນ ກະແສໄຟຟ້າ ແລະ ແຮ່ທາຕຕ່າງໆເທົ່ານັ້ນ ແຕ່ສະເພາະ ສິນຄ້າດ້ານຜລິຕພັນ ຕັດຫຍິບ ແລະເຄື່ອງຫັຖກັມ ຊ້ຳພັດລຸດນ້ອຍລົງ
ຍານາງອະນຸມອນ ກິດຕິລາດ ຮອງຫົວໜ້າກົມ ສົ່ງເສີມກາຣຜລິຕ ແລະກາຣຄ້າ ກະຊວງອຸຕສາຫະກັມ ໄດ້ເປີດເຜີຽວ່າ: ເຖີງແມ່ນສິນຄ້າ ບາງຊນິດຂອງລາວ ເຊັ່ນໄມ້ ທ່ອນ ກະແສໄຟຟ້າ ແລະແຮ່ທາຕຕ່າງໆ ໄດ້ເພີ່ມຂື້ນ ໃນຣະຍະ ຜ່ານມານັ້ນກໍຕາມ ແຕ່ສະເພາະ ດ້ານສິນຄ້າ ທີ່ມີກາຣປຸງແຕ່ງ ຢ່ພາຍໃນ ໂດຽສະເພາະ ຜລິຕພັນຕັດຫຍິບ ເຄື່ອງຫັຖກັມ ແລະອາຫາຣ ປອດສານເຄມີນັ້ນ ປາກົດມີຈຳນວນ ຫລຸດນ້ອຍລົງເລື້ອຽໆ ແລະ ທາງກາຣກ່ຽວຂ້ອງ ກໍມີແຕ່ວ່າເປັນຍ້ອນ ທີ່ປະເທດລາວ ບໍ່ມີທາງອອກສູທະເລ ຈື່ງ ເຮັດໃຫ້ຜ້ລົງທຶນ ໃນຂນາດນ້ອຍ ຕ້ອງໄດ້ສົ່ງຕົ້ນທຶນສູງ ກ່ອນທີ່ຈະສາມາດ ນຳສິນຄ້າ ອອກສູ່ຕລາດໂລກໄດ້.
ຄວາມຈີງແລ້ວທາງກາຣ ສປປລາວ ກໍຍອມຮັບວ່າ ສິນຄ້າລາວສ່ວນໃຫຍ່ ຍັງບໍ່ທີ່ ຍອມຮັບໄດ້ ໃນຣະດັບມາຕຖານສາກົລ ເທື່ອເຊັ່ນວ່າ ດ້ານກາຣຫຸມຫໍ່ອອກແບບກໍຍັງຢູ ໃນຣະດັບ ຕໍ່ທີ່ສຸດຕລອດມາ ສະນັ້ນ ທາງກາຣກ່ຽວຂ້ອງ ຄວນຈະມີກາຣປັບປຸງ ແລະຈຳເປັນທີ່ສຸດນັ້ນ ກໍຄືກາຣພັທນາ ດ້ານຊັພຍາກອນ ມະນຸສນັ້ນເອງ.
ເຖີງຢ່າງໃດກໍຕາມ ເຈົ້າໜ້າທີ່ລາວດັ່ງກ່າວ ໄດ້ແຈ້ງເພີ່ມວ່າ: ມູລຄ່າຂອງສິນຄ້າ ທີ່ຖືກນຳສົ່ງອອກ ໃນສົກປີ 2006-2007 ມີທັງໝົດ 897 ລ້ານດອລລາຣ໌ ສະຫະຣັຖ ຊື່ງເປັນກາຣເພີ່ມຂື້ນ ປະມານ 2.3% ທຽບໃສ່ໃນສົກປີກ່ອນນັ້ນ. ໃນຂະນະດຽວກັນ ສິນຄ້າທີ່ນຳເຂົ້າ ກໍມີມູລຄ່າທັງໝົດ 959 ລ້ານດອລລາຣ໌ ຊື່ງເປັນກາຣຫລຸດລົງ ປະມານ 4.9% ແລະປະເທດ ຄູກາຣຄ້າທີ່ສຳຄັນ ກໍຄືປະເທດເພື່ອນບ້ານໃກ້ຄຽງ ດັ່ງປະ ເທດໄທຽນັ້ນເອງ.
ຫວາດ ສີມູນ ຣາຍງານ