ຜູ້ຕິດຢາເສບຕິດ ໃນແຂວງຟົງສາລີ ມີຈໍານວນຫລາຍເພີ່ມຂຶ້ນຢ່າງວ່ອງໄວ ໃນຂະນະທີ່ ການບໍາບັດ ຜູ້ຕິດ ໃນຂະນະທີ່ການບໍາບັດ ຜູ້ຕິດຢາເສບຕິດ ດໍາເນີນ ໄປຢ່າງຊັກຊ້າ

ເຈົ້າໜ້າທີ່ ຄວບຄຸມ ແລະ ກວດກາ ຢາເສບຕິດ ແຂວງຜົ້ງສາລີ ເປີດເຜີຍວ່າ ຈໍານວນ ຜູ້ຕິດຢາເສບຕິດ ໃນ ແຂວງຜົ້ງສາລີ ມີຫລາຍເພີ່ມຂຶ້ນ ຢ່າງວ່ອງໄວ ໃນໄລຍະ 6 ເດືອນ ຜ່ານມານີ້ ໂດຍສະເພາະ ເດັກນ້ອຍນັກຮຽນ ຂັ້ນມັດທະຍົມນັ້ນ ເສບຢາບ້າເພີ່ມຂຶ້ນ ຫລາຍກວ່າ 6ເທົ່າ.

ການກວດປັດສະວະ ຂອງເດັກນ້ອຍນັກຮຽນ ມັດທະຍົມ 4 ພັນ ກວ່າຄົນ ເມື່ອ 6 ເດືອນ ກ່ອນນັ້ນ ພົບວ່າ ມີພຽງ 125 ຄົນ ທີ່ກວດພົບວ່າ ມີສານເສບຕິດ ປະເພດ ຢາບ້າເຈືອປົນຢູ່. ແຕ່ການກວດປັດສະວະ ຄັ້ງລ່າສຸດ ຂອງເດັກນ້ອຍ ນັກຮຽນກຸ່ມດຽວກັນ ນັ້ນ ພົບວ່າ ມີສານເສບຕິດ-ຢາບ້າ ເຈືອປົນເພີ່ມຂຶ້ນ ເປັນ 785 ຄົນ.

ເຈົ້າໜ້າທີ່ ແຂວງຜົ້ງສາລີ ກ່າວໂດຍຍອມຮັບວ່າ ສະພາບ ການດັ່ງກ່າວ ແມ່ນກົງກັນຂ້າມກັບ ການດໍາເນີນ ການບໍາບັດ ຜູ້ຕິດຢາເສບຕິດ ໃນແຂວງຜົ້ງສາລີ ຢ່າງສີ້ນເຊິງ ອີກດ້ວຍ ເພາະນັບຕັ້ງແຕ່ ປີ 2001 ເປັນຕົ້ນມາ ທາງການແຂວງ ຜົ້ງສາລີ ສາມາດບໍາບັດ ຜູ້ຕິດຝີ່ນ ແລະ ຜູ້ຕິດຢາບ້າໄດ້ ພຽງ 20 ເປີເຊັນ ໃນຈໍານວນ ຜູ້ຕິດຢາເສບຕິດ-ຫລາຍກວ່າ 6 ພັນຄົນ.

ເຈົ້າໜ້າທີ່ ແຂວງຜົ້ງສາລີ ເວົ້າເຖີງເງື່ອນໃຂ ສໍາຄັນທີ່ເຮັດ ໃຫ້ທາງແຂວງ ປະເຊີນກັບບັນຫາ ຢາເສບຕິດວ່າ:

(ສຽງ)" ແຂວງຜົ້ງສາລີ ມີຫລາຍຊົນຊາດ ຊົນເຜົ່າ ທີ່ຕັ້ງພູມລໍາເນົາ ກະແຈກກະຈາຍ ມີຄວາມຫຍູ້ງຍາກ ທາງດ້ານ ການເຊື່ອຖື ຮີດຄອງປະເພນີ ພາສາປາກເວົ້າ ແລະ ຣະດັບການຄອງຊີບ ປະປົນກັນ ອັນເປັນເງື່ອນໃຂ ສະດວກ ໃຫ້ແກ່ການເຂື່ອນໃຫວ-ທໍາລາຍ ຂອງຄົນບໍ່ດີ."

ແລະ ວ່າພວກທ່ານ ໄດ້ເອົາໃຈໃສ່ ວຽກງານກໍ່ສ້າງຮາກຖານ ພັດທະນາບ້ານ ໂດຍເອົາບ້ານນ້ອຍ ຫລາຍບ້ານ ມາໂຮມເຂົ້າເປັນ ບ້ານໃຫຍ່ ມາຢູ່ລຽບຕາມທາງຣົດ-ທາງນໍ້າ ຈັດສັນອາຊີບ ໃຫ້-ດ້ວຍການປູກພືດ-ເປັນສີນຄ້າ.

ຢ່າງໃດກໍດີ ການທີ່ແຂວງ ຜົ້ງສາລີ ນອກຈາກ ຈະມີຄົນເສບຢາບ້າ ເພີ່ມຂຶ້ນຢ່າງ ຫລວງຫລາຍແລ້ວ ກໍຍັງມີຜູ້ສູບຝີ່ນ-ຈໍານວນ ຫລາຍອີກ ແລະ ການທີ່ຝີ່ນມີ ຣາຄາແພງ ຂຶ້ນເຖີງ3ເທົ່າ ເຮັດໃຫ້ປະຊາຊົນ ໃນແຂວງນັ້ນ ກັບຄືນໄປລັກລອບປູກຝີ່ນ ເພີ່ມຫລາຍຂຶ້ນເລື້ອຍໆ ອີກດ້ວຍ.

ມະນີຈັນ ຣາຍງານ