ທາງກາຣລາວ ໂດຽກາຣຮ່ວມມື ຂອງທາງອົງກາຣ World Wildlife Fund ຈັດ ໂຄງກາຣສົ່ງເສີມ ແລະຄຸ້ມຄອງ ກາຣປະມົງ ແບບໃຫ້ປະຊາຊົນ ໃນແຕ່ລະເຂຕຊຸມຊົນ ມີສ່ວນຮ່ວມ ຈື່ງໄດ້ຈັດຕັ້ງ ວັງສງວນ ໃນແມ່ນ້ຳຕ່າງໆ ໃນຂົງເຂຕ ແຂວງບໍຣິຄຳໄຊ ຄຳ ມ່ວນ ແລະສວັນນະເຂຕ ຢ່າງໄດ້ຜົລດີ ດັ່ງເຈົ້າໜ້າທີ່ ຂອງອົງກາຣຜູ້ໜື່ງໄດ້ກ່າວວ່າ:
(ສຽງ) “ກະໂດຽຊາວບ້ານ ເປັນຜູ້ເວົ້າເອງວ່າ ພາຍຫລັງທີ່ເຮົາໄດ້ສ້າງ ວັງສງວນ ແລະຣະບຽບກາຣຂື້ນມາແລ້ວ ກໍເຫັນ ວ່າ ປາມີເພີ່ມຂື້ນ ແລະປາບາງຊນິດ ທີ່ເໝືອນວ່າສູນພັນໄປແລ້ວ ກໍກັບມາ ແລະຫາກິນກໍງ່າຍ ແຕ່ບໍ່ແມ່ນຫາກິນ ຢູ່ວັງນັ້ນຫລອກ ຫາກິນຢູ່ນອກວັງຫັ້ນໄດ້ດີຂື້ນ ວ່າຊັ້ນຊ໋ະ!”
ເຈົ້າໜ້າທີ່ລາວ ດັ່ງກ່າວໄດ້ແຈ້ງເພີ່ມວ່າ ໂຄງກາຣສງວນ ວັງນ້ຳດັ່ງກ່າວ ຈະສາມາດ ເກີດຂື້ນໄດ ກໍຕໍ່ເມື່ອຊາວບ້ານ ມີຄວາມສົນໃຈ ໃນກາຣເຂົ້າຮ່ວມ ເພື່ອແກ້ບັນຫາທີ່ຝຸງປາ ແຕ່ລະຊນິດຫລຸດນ້ອຍລົງ ສະນັ້ນທາງອົງກາຣ ຈື່ງເຂົ້າໄປຊ່ວຍຣະດົມ ຄວາມຄິດເຫັນ ຮ່ວມກັນ ເພື່ອເປັນກາຣອະນຸຮັກ ວັງນ້ຳ ແລະຮັກສາກາຣປະມົງ ໃນແຕ່ລະເຂຕຊຸມຊົນ ໄວ້ໃຫ້ດີເຖີງຂັ້ນ ມີກາຣອອກຣະບຽບ ໃນກາຣຄຸ້ມຄອງ ແລະຍັງມີໂຄງກາຣທີ່ຈະ ຂຍາຍອອກໄປ ໃນເຂຕແຂວງອື່ນໆ ດັ່ງເຈົ້າໜ້າທີ່ ໄດ້ໃຫ້ກາຣອະທິບາຍເພີ່ມວ່າ:
(ສຽງ) “ກະມີແຜນຢູ່ ຢາກຂື້ນໄປທາງເໜືອ ເພີ່ນກໍວ່າມີແຜນ ຂື້ນໄປສຶກສາສຳຣວຈ ເຂຕທາງນ້ຳອູ ນ້ຳຄານ ແລະແມ່ ນ້ຳອື່ນໆ ທີ່ເປັນແມ່ນ້ຳສາຂາ ຂອງແມ່ນ້ຳຂອງ ໂດຽໄດ້ລົມກັບທາງຊ່ຽວຊານ ເພີ່ນກໍກຳລັງເຮັດແບບວ່າ ຂໍ້ເສນີເນາະ ເພື່ອຂໍຕໍ່ໂຄງກາຣຕໍ່ໄປຢ.ູ່”
ເຖີງຢ່າງໃດກໍຕາມ ໃນຂັ້ນຕົ້ນທາງ ອົງກາຣໄດ້ມີເປົ້າໝາຍ ທີ່ຈະສ້າງຂື້ນ ໃນ ເຂຕ 13 ເມືອງ ຂອງ 3 ແຂວງໃນພາຄກາງ ເພື່ອຊ່ວຍໃຫ້ປະຊາຊົນ ມີບົດບາດໃນກາຣອະ ນຸຮັກຊັພຍາກອນ ຊື່ງກໍຖືເປັນກາຣປົກປັກຮັກສາ ກາຣປະມົງໃນຣະຍະຕໍ່ໆໄປ.
ຫວາດ ສີມູນ ຣາຍງານ